ສໍາເລັດການຫຼໍ່ສຽນພະເຈົ້າໄຊຍະເສດຖາທິຣາດ

 ການເທທອງເຫຼືອງຫຼໍ່ສຽນ ພະເຈົ້າໄຊຍະເສດຖາທິຣາດ ໄດ້ຈັດຂຶ້ນແຕ່ວັນທີ 3 ກຸມພາ 2020 ແລະສໍາເລັດໃນຕອນບ່າຍວັນທີ 6 ກຸມພາທີ່ວັດບ້ານວັດທາດ, ເມືອງ ໄຊເຊດຖາ ແຂວງອັດຕະປື, ໂດຍ ມີພະອາຈານຫຼັກແກ້ວມະຫາສຸເມທາທິບໍດີ (ມະຫາບຸນມາ ສິມມາພົມ) ຮອງປະທານສູນກາງ ອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ, ພະຫຼັກຄໍາທັກຂິນສາຣະທັມເມ ທາຈານ (ສີສະຫວາດ ເທບວົງສາ ເຈົ້າຄະນະ ແຂວງອັດຕະປື, ມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ຄະນະນໍາຂອງແຂວງ, ເມືອງ ແລະ ອອກຕົນຍາດໂຍມໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງ ເຈົ້າແຂວງອັດຕະປື ທັງເປັນປະທານຄະນະກໍາມະການຈັດງານກ່າວວ່າ: ການເທທອງຫຼໍ່ສຽນພະ ເຈົ້າໄຊຍະເສດຖາທິຣາດຄັ້ງນີ້ ຖືວ່າເປັນຊິ້ນສ່ວນສຸດທ້າຍຂອງ ຮູບປັ້ນພະເຈົ້າໄຊຍະເສດຖາທິຣາດ ທີ່ຫຼໍ່ດ້ວຍທອງເຫຼືອງເພາະຊິ້ນສ່ວນຕ່າງໆເຊັ່ນ: ສ່ວນໂຕ, ແຂນ, ຂາ, ມື, ຕີນ ແລະຮູບປັ້ນຊ້າງທີ່ພະເຈົ້າ ໄຊຍະເສດຖາທິຣາດ ປະທັບອ່ວຍ ຫົວເຂົ້າເມືອງແມ່ນໄດ້ຫຼໍ່ສໍາເລັດ ແລ້ວຢູ່ນະຄອນຫຼວງວຽງຈັນ ຍັງ ແຕ່ຢູ່ໃນຂັ້ນຕອນຕົບແຕ່ງສ່ວນ ສຽນທີ່ຫຼໍ່ຄັ້ງນີ້ຈະນໍາໄປປະກອບ ກັບຊິ້ນສ່ວນຕ່າງໆຢູ່ນະຄອນຫຼວງ ວຽງຈັນ.

ຮູບປັ້ນພະເຈົ້າໄຊຍະເສດຖາທິຣາດ ລວມທັງຮູບປັ້ນຊ້າງທີ່ເພິ່ນ ຊົງປະທັບຈະຫຼໍ່ດ້ວຍທອງເຫຼືອງ ທັງໝົດຈະມີນໍ້າໜັກ 18 ໂຕນ, ມີ ຄວາມສູງປະມານ 1,80 ແມັດ ແລະໜ້າຕັກກວ້າງ 1 ແມັດ, ຫຼັງ ຈາກທີ່ໄດ້ມີການຕົບແຕ່ງ ແລະປະກອບຮູບປັ້ນພະເຈົ້າໄຊຍະເສດຖາທິຣາດ ແລະຮູບປັ້ນຊ້າງສໍາເລັດ ຄາດວ່າຫຼັງບຸນປີໃໝ່ລາວ 2020 ແລະຈະມີການແຫ່ມາໄວ້ທີ່ແຂວງ ອັດຕະປື ເພື່ອລໍຖ້າໃຫ້ການສ້າງ ອະນຸສາວະລີ  ແລະແທນປະທັບຊຶ່ງ ສ້າງສໍາເລັດ ໂດຍຈະມີການຕົບ ແຕ່ງໃຫ້ສວຍງາມ ແລະມີສວນ ດອກໄມ້ ຈຶ່ງຈະມີພິທີສົມໂພດ ຫຼື ຈັດພິທີປະດິດສະຖານ (ເປີດນໍາ ໃຊ້ອານຸສາວະລີ) ໄວ້ໃຫ້ປະຊາ ຊົນແຂວງອັດຕະປື ກໍຄືປະຊາຊົນ ລາວບັນດາເຜົ່າໄວ້ສັກກາລະບູຊາ ຊຶ່ງຄາດວ່າຈະຈັດຂຶ້ນໃນເດືອນພະ ຈິກ ປີ 2020 ນີ້.

  ພະເຈົ້າໄຊຍະເສດຖາທິຣາດ ເກີດເມື່ອປີ ຄສ 1534 ທີ່ນະຄອນ ຊຽງທອງ(ຫຼວງພະບາງ) ເມື່ອ ຮອດປີ ຄສ 1560 ພະອົງໄດ້ນໍາພາຍົກຍ້າຍນະຄອນຫຼວງຈາກຫຼວງພະບາງມາຕັ້ງຢູ່ນະຄອນຫຼວງວຽງຈັນ ຕາມເຈຕະນາລົມຂອງພະບິດາ ແລະໄດ້ນໍາພາສ້າງບ້ານແປງເມືອງຢູ່ດິນແດນແຫ່ງນີ້ໃຫ້ ຄວາມຈະເລີນຮຸ່ງເຮືອງ ແລະມີຄວາມນັບມື້ນັບເຂັ້ມແຂງແຕ່ເໜືອຮອດໃຕ້, ມາຮອດປີ ຄສ 1564 ພະເຈົ້າໄຊຍະເສດຖາທິຣາດ ໄດ້ນໍາແມ່ທັບກອງລົງມາເມືອງອົງການ (ອັດຕະປື) ເປັນຄັ້ງທໍາອິດ(ເມືອງ ໂຊກ, ເມືອງຊົງ, ເມືອງແກ້ງລະມາມ) ພະອົງໄດ້ເລືອກພູມສັນຖານແຫ່ງນີ້ເປັນບ່ອນຕັ້ງສະນຽດຈັບຊ້າງປ່າມາຝຶກແອບເປັນຊ້າງເສິກ, ຄັ້ງທີສອງລະຫວ່າງປີ ຄສ 1572 ໄດ້ນໍາພາແມ່ທັບນາຍກອງລົງມາ ເມືອງອົງການ (ອັດຕະປື) ບັງເອີນໃນເວລານັ້ນພະອົງກໍຊົງປະຊວນດ້ວຍພະຍາດໄຂ້ປ່າຈົນເຫຼືອຄວາມສາມາດຂອງແພດໝໍຈຶ່ງໄດ້ແກ່ ສຸຣະຄົດ ທີ່ຄ້າຍຫຼວງຂອງເມືອງອົງການ “ທົ່ງຂີ້ຄວາຍ” ແຫ່ງນີ້ເອງ ສົມເດັດພະເຈົ້າໄຊຍະເສດຖາທິ ຣາດ ເປັນວິລະກະສັດທີ່ປ່ຽມລົ້ນ ໄປດ້ວຍຄວາມປີຊາສາມາດ, ມີ ຄວາມສະຫຼຽວສະຫຼາດ ແລະມີຄວາມສາມາດທາງດ້ານການເມືອງ,ການທະຫານການຕ່າງປະເທດ ແລະດ້ານພຸດທະສາສະໜາອີກດ້ວຍ.

  ຈາກປະຫວັດຄວາມເປັນມາ ແລະຄຸນງາມຄວາມດີດັ່ງກ່າວໂດຍ ໄດ້ຮັບການຕົກລົງເຫັນດີຈາກສູນກາງພັກ-ລັດຖະບານ,ຄະນະພັກອໍານາດການປົກຄອງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງ ອັດຕະປື ຮ່ວມກັບປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ຮ່ວມກັນປະກອບທຶນຮອນຕາມຈິດສັດທາໃນການກໍ່ສ້າງອະນຸສາວະລີ ຂອງສົມເດັດພະເຈົ້າໄຊຍະເຊດຖາທິຣາດ ເພື່ອປະດິດສະຖານຢູ່ທີ່ບ້ານ ຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ໃນຄັ້ງນີ້.

-----

ໂດຍ: ນໍ້າເໝີຍ