ບ້ານບວມງາມ ສະຫຼອງບຸນເກຣິ

  ພິທີສະເຫຼີມສະຫຼອງປະເພນີ ບຸນເກຣິ ເຜົ່າກຶມມຸ ບ້ານບວມງາມ ເມືອງຫົວເມືອງແຂວງຫົວພັນ ໄດ້ ຈັດຂຶ້ນໃນວັນທີ 30 ມັງກອນ 2020 ເດີ່ນກີລາເມືອງຫົວເມືອງ, ເຂົ້າ ຮ່ວມພິທີມີທ່ານ ຄໍາວອນ ບຸນທະວົງ ປະທານສະພາປະຊົນແຂວງ, ທ່ານ ອ່ອນພັນ ທອງທິດາ ເມືອງ ຫົວເມືອງພ້ອມດ້ວຍແຂກຖືກເຊີນ ມາຈາກແຂວງ ແລະເມືອງຫົວ ເມືອງ ອໍານາດການປົກຄອງ  ແລະ ພໍ່ແມ່ປະຊາຊົນບ້ານບວມງາມ.

ທ່ານ ວຽງພອນ ຄຳວົງສາ ຮອງເລຂາພັກເມືອງທັງເປັນປະທານງານບຸນດັ່ງກ່າວໄດ້ເລົ່າຄືນປະຫວັດຄວາມເປັນມາຂອງບຸນເກຣິວ່າ: ຊົນເຜົ່າກຶມມຸແມ່ນຊົນ  ເຜົ່າໜຶ່ງທີ່ມີວັດທະນະທໍາຮີດຄອງ ປະເພນີຂະນົບທໍານຽມອັນດີງາມ ທີ່ເປັນເອກະລັກຂອງຊົນເຜົ່າຕົນມາແຕ່ດຶກດໍາບັນ ໂດຍສະເພາະ ແມ່ນບຸນເກຣິ ຊຶ່ງແມ່ນບຸນສົ່ງທ້າຍ ປີເກົ່າຕອນຮັບປີໃໝ່, ຊົນເຜົ່າກຶມ ມຸໃນສະໄໝກ່ອນສ່ວນຫຼາຍຈະນັບ ຖືຜີ ແລະທໍາມະຊາດເປັນຫຼັກ, ຊຶ່ງ ມີການສະທ້ອນເຖິງການຜະລິດ ຜົນທາງດ້ານກະສິກໍາ, ໂດຍສະ ເພາະແມ່ນການປູກຝັງ, ເພາະສະ ນັ້ນຮີດຄອງປະເພນີ ແລະການ ເຊື່ອຖືຂອງເຂົ້າເຈົ້າຈຶ່ງຕິດພັນ  ແລະ ສ່ອງແສງເຖິງການດໍາລົງຊີວິດ, ການອອກແຮງງານເພີ່ມພູນຜະລິດ ຜົນຢູ່ສະເໝີເຊັ່ນ: ການລຽ້ງຜີ ເຮືອນ, ລ້ຽງຜີບ້ານ, ລຽ້ງຜີໄຮ່, ລຽ້ງມົນ, ຂຶ້ນເຮືອນໃໝ່ ແລະບຸນ ເກຣິເຫຼົ່ານີ້ເປັນຕົ້ນ.

ເມື່ອຮອດເດືອນຈຽງເດືອນຍີ່ຂອງທຸກໆປີພາຍຫຼັງທີ່ເກັບກູ້ເຂົ້າ ແລະຜົນລະປູກຂອງຝັງປະເພດ ຕ່າງໆສຳເລັດແລ້ວຊາວເຜົ່າກຶມມຸແຕ່ລະຄອບຄົວຈະໄດ້ເຮັດບຸນນີ້ ຂຶ້ນເພື່ອເປັນການລະນຶກເຖິງຜົນ ງານການອອກແຮງງານທໍາຜົນ ຜະລິດຜົນລະປູກລະນຶກເຖິງບຸນຄຸນ ຜີສ້າງນາງໄມ້, ຜີປູ່ຜີປ່າເຈົ້າແຜ່ນດິນທີ່ໄດ້ອໍານວຍຄວາມສະດວກ ໃນການທໍາມາຫາກິນລຽ້ງຊີບຂອງ ເຂົ້າເຈົ້າອີກອັນໜຶ່ງຍັງເປັນການ ສົມມາຄາລະວາດເຮັດບຸນກິນທານ ໄປເຖິງພໍ່ແມ່ພີ່ນ້ອງບັນພະບູລຸດຜູ້ທີ່ລ່ວງລັບໄປໃຫ້ມາຈັບໂຈມເອົາຂອງແຈກຂອງທານ ແລະຂໍພອນ ສິ່ງສັກສິດໃຫ້ມາຄຸ້ມຄອງ ແລະ ເປັນການສະຫຼຸບປີເກົ່າຕອນຮັບປີ ໃໝ່ຍັງເປັນໂອກາດເຮັດໃຫ້ພີ່ນ້ອງ ໝູ່ຄູ່ສ່ຽວສະຫາຍຢູ່ບ້ານໃກ້ເຮືອນ ຄຽງໄດ້ມີໂອກາດໄດ້ພົບປະແລກປຽ່ນບົດຮຽນໃນການດໍາລົງຊີວິດ ນໍາກັນ.

 ການຈັດຕັ້ງສະເຫຼີມສະຫຼອງ ບຸນເກຣິບ້ານບວມງາມໃນຄັ້ງນີ້ ຍັງໄດ້ມີຫຼາຍເຊັ່ນ: ແຂ່ງຂັນຍິງ ໜ້າເກັກ, ເຕັນທັບສາກ ແລະມັດ ແຂນອວຍພອນເຊິ່ງກັນ ແລະກັນ ດ້ວຍບັນຍາກາດມວນຊື່ນ ຊຶ່ງການສະເຫຼີມສະຫຼອງແມ່ນໄດ້ຈັດຂຶ້ນໃນ ທຸກໆປີ ຈຸດປະສົ່ງກໍ່ເພື່ອເປັນການ ເຕົ້າໂຮມຄວາມສາມັກຄີຂອງພໍ່ ແມ່ປະຊາຊົນກັບອຳນາດການປົກຄອງຂັ້ນເມືອງ, ບ້ານໃຫ້ໜັກແໜ້ນ ທັງເປັນການອະນຸລັກຮັກສາເສີມ ຂະຫຍາຍດ້ານວັດທະນະທໍາຮີດ ຄອງປະເພນີອັນດີງາມຂອງເຜົ່າ ກຶມມຸໄວ້ຄູ່ຊາດລາວເວົ້າລວມເວົ້າສະເພາະກໍ່ຄືເຜົ່າກຶມມຸຕະຫຼອດໄປ.