ເຕັກນິກການປະສົມພັນປາປາກ

 ປາປາກ ເປັນປາທີ່ປະຊາ ຊົນນິຍົມລ້ຽງຫຼາຍທີ່ສຸດເພາະປາ ຊະນິດນີ້ລ້ຽງງ່າຍ, ໃຫຍ່ໄວ ແລະ ບໍ່ຫຍຸ້ງຍາກໃນການບົວລະບັດ ຮັກສາ ທັງເປັນປາທີ່ຕະຫຼາດຕ້ອງ ການຫຼາຍເປັນພິເສດ ເພາະຊີ້ນປາ ມີລົດຊາດແຊບ.

 ອີງຕາມຂໍ້ມູນຈາກຄູ່ມື້ການ ປະສົມພັນປາໃຫ້ຮູ້ວ່າ: ການຈະ ປະສົມພັນປາປາກກ່ອນອື່ນຕ້ອງ ຄັດເລືອກພໍ່ພັນ ແລະແມ່ພັນຢ່າງ ລະມັດລະວັງ ເພາະສິ່ງສໍາຄັນ ແມ່ນຕ້ອງເລືອກເອົາປາທີ່ພ້ອມປະ ສົມພັນເທົ່ານັ້ນ ຊຶ່ງລັກສະນະທີ່ປາພ້ອມປະສົມພັນແມ່ນສັງເກດໄດ້ ງ່າຍໆເລີຍວ່າ ແມ່ພັນຈະໃຫຍ່ກວ່າ ພໍ່ພັນ ແລະຄີຫູຂອງມັນຈະລຽບ, ບາງ, ທ້ອງຂະຫຍາຍອອກໜ້ອຍ ໜຶ່ງເມື່ອປາໃຫຍ່ເຕັມທີ່; ສ່ວນໂຕ ຜູ້ ຕ້ອງມີຜິວຂອງຄີຫູຊາ ເມື່ອຈັບ ປາຫງາຍທ້ອງຂຶ້ນແລ້ວຄ່ອຍໆ ໃຊ້ມືຮີດລະຫວ່າງທ້ອງລົງໄປຫາ ພື້ນທ້ອງ ລະຫວ່າງຄີຫູ ແລະຄີ ທ້ອງຈະສັງເກດເຫັນນໍ້າເຊື້ອ ຂາວໆໄຫຼອອກມາ; ຈາກນັ້ນກໍກະ ກຽມຢາ ເພື່ອໃຊ້ໃນການປະສົມ ພັນປາ ຊຶ່ງປະກອບມີ: ຢາໂມຕິ ລຽມ ແລະຢາຊູພລີເຟັກ ເປັນຢາ ຊະນິດແຫຼວ ທັງສອງເປັນສ່ວນປະ ສົມຂອງຢາກະຕຸ້ນຮໍໂມນ ໂດຍຢາ ຊູພລີເຟັກ ຈະບໍ່ມີປະສິດທິຜົນໃດໆຖ້າບໍ່ປະສົມກັບຢາຢາໂມຕິລຽມ.

  ສ່ວນຂັ້ນຕອນການປະສົມຢາ ແມ່ນນໍາເອົາຢາໂມຕິລຽມ 1 ເມັດ ໃສ່ລົງໃນຄົກ (ຢາໂມຕິລຽມ 1 ເມັດ ສາມາດໃຊ້ກັບປາ 2 ໂຕ) ຕໍາໃຫ້ລະອຽດ ແລະກຽມສານລະລາຍ ຫຼື ນໍ້າກັ່ນ 1 ມິນລີລິດ ຫຼັງ ຈາກນັ້ນ ມາປະສົມເຂົ້າກັນເປັນ ນໍ້າຢາຊູພລີເຟັກ; ກຽມຢາຊູພລີ ເຟັກ 1 ມິນລີລິດໃສ່ເຂັມສັກຢາ ໄວ້ ແລ້ວກໍເຈືອຈາງຢາຊູພລີເຟັກ ຈໍານວນດັ່ງກ່າວດ້ວຍສານລະລາຍ ຫຼື ນໍ້າກັ່ນ 99 ມິນລີລິດ ຈາກ ນັ້ນໃຊ້ເຂັມສັກຢາດູດເອົານໍ້າຢາ ທີ່ປະສົມໄວ້ ແລ້ວກໍເອົາປາທີ່ພ້ອມປະສົມພັນຂຶ້ນມາສັກ. 

  ການສັກຢາຕ້ອງລະມັດລະວັງ ດ້ວຍການປັກເຂັມເຂົ້າກ້າມເນື້ອບໍລິເວນຄີຫູແລ້ວຄ່ອຍໆສີດຢາເຂົ້າໄປຊ້າໆ ແຕ່ຕ້ອງໝັ້ນໃຈວ່າເຂັມຢາຖືກສັກເຂົ້າບໍລິເວນກ້າມເນື້ອກ້ອງຄີຫູ ເພາະຖ້າບໍ່ລະມັດລະວັງ ຫຼື ເຮັດແຮງເກີນໄປ ອະໄວຍະວະ ພາຍໃນຂອງປາເຊັ່ນ: ຫົວໃຈ, ອະ ໄວຍະວະຍ່ອຍອາຫານ ແລະຕັບ ຈະຖືກະທົບກະເທືອນ ໂດຍຫຼັງ ຈາກສັກຢາແລ້ວກໍຄ່ອຍໆຖອດ ເຂັມຢາອອກແລ້ວ ແລ້ວປ່ອຍປາ ລົງອ່າງນໍ້າທີ່ມີອົກຊີກ່ອນຈະເຄື່ອນ ຍ້າຍປາໄປໄວ້ໃນອ່າງປະສົມພັນ.