ສວນຜູ້ໄທທີຣະ ສືບສານຮີດຄອງປະເພນີ ຂອງເຜົ່າຜູ້ໄທ

 ບຸນປະເພນີໄຂເລົ້າ ຫຼືບຸນປີໃໝ່ຜູ້ໄທ 2020 ຈັດຂຶ້ນໃນວັນທີ 1 ກຸມພາ ຜ່ານມາທີ່ສວນຜູ້ໄທທີຣະໂດຍຄອບຄົວທິຣະວົງສວນຜູ້ໄທທີຣະຮ່ວມກັບພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ພາຍໃຕ້ຄຳຂວັນ “ຮ່ວມໃຈສາມັກຄີມິດໄມຕຣີຊາວຜູ້ໄທດີເຈີປະທັບໃຈໃນວັດທະນະທຳ”, ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກອະດີດຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫຼວງວຽງຈັນ, ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ, ພ້ອມດ້ວຍພັນລະຍາການນຳ,ພໍ່ແມ່ປະຊາຊົນບ້ານອ້ອມຂ້າງຄະນະຜູ້ໄທແຂວງສະຫວັນນະເຂດ ແລະສາກົນນະຄອນປະເທດໄທ.

  ງານບຸນໄຂປະຕູເລົ້າເລີ່ມຕົ້ນຂຶ້ນດ້ວຍຂະບວນແຫ່ປະກອບມີ: ປ້າຍຂະບວນກວຽນແຫ່ພະພຸດທະຮູບ, ຂະບວນກວຽນພະສົງຂະບວນກວຽນພາຂວັນໃຫຍ່ຮູບປັ້ນພະແມ່ໂພສົບເມັດເຂົ້າໃຫຍ່ຂະບວນການນຳ  ແລະຊາຍແບບນາງແບບ ຊຸດຜູ້ໄທ, ຂະບວນກອງຕຸ້ມກອງ ຫາງສະໄນຟ້ອນຜູ້ໄທ, ຂະບວນ ກວຽນຜາສາດເຜີ້ງ ແລະແຫ່ກອງ ບຸນ,  ຂະບວນກວຽນແຫ່ເຄື່ອງປູກຝັງ ແລະອື່ນໆ ຊຶ່ງຂະບວນແຫ່ດັ່ງ ກ່າວໄດ້ປະກອບສ່ວນເຮັດໃຫ້ງານ ບຸນໄຂປະຕູເລົ້າ ມີຄວາມເບີກບານ ມ່ວນຊື່ນ, ນອກນີ້ຍັງມີການສະແດງລຳຂອງຜູ້ໄທຈາກ ສປປ ລາວ, ການສະແດງລຳຜູ້ໄທຈາກອີສານ ແລະການສະແດງອາພອນຜ້າເຄື່ອງແຕ່ງກາຍເກົ່າແກ່ຂອງຊາວຜູ້ໄທໂດຍນັກສະ ສົມຜ້າຜູ້ໄທຈາກຖິ່ນຕ່າງໆ.

  ທ່ານ ສີສະຫວາດ ທິຣະວົງ ເຈົ້າຂອງສວນຜູ້ໄທທີຣະກ່າວວ່າ: ງານຄັ້ງນີ້ຈັດຂຶ້ນເພື່ອເປັນການສືບສານຮີດຄອງປະເພນີມູນມໍລະດົກ ດ້ານວັດທະນະທຳອັນດີງາມຂອງ ຊາດ ໂດຍສະເພາະແມ່ນການຮັກ ສາເອກະລັກປະເພນີຮີດຄອງດັ້ງ ເດີມຂອງເຜົ່າຜູ້ໄທໄວ້ ແລະຍັງ ສາມາດເຫັນໄດ້ເຖິງຮູບແບບວິຖີການດຳລົງຊີວິດຄວາມເປັນມາຂອງຄົນລາວສະໄໝກ່ອນເພື່ອໃຫ້ຄົນຮຸ່ນໃໝ່ພໍ່ແມ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້, ພ້ອມນັ້ນກໍເພື່ອເປັນໃບໜ້າໃບຕາອັນໃໝ່ເປັນສະຖານທີ່ທ່ອງທ່ຽວທາງ ດ້ານວັດທະນະທຳຂອງລາວກໍຄືຂອງນະຄອນຫຼວງວຽງຈັນ ເພື່ອເຕົ້າໂຮມເອົາຄວາມສາມັກຄີຊ່ວຍເຫຼືອກັນທັງເປັນການມ່ວນຊື່ນເອກອ້າງເຖິງຜົນງານການຜະລິດເຂົ້າ ແລະເປັນການຮັກສາຮີດບໍ່ໃຫ້ໝອງຄອງບໍ່ໃຫ້ເສົ້າຕາມຄຳບູຮານເພິ່ນວ່າ, ນອກນັ້ນຍັງເປັນການເອກອ້າງເຖິງຄວາມກະຕັນຍູຮູ້ບຸນຄຸນເຂົ້າຄຸນນໍ້າທຳມະຊາດພູຜາປ່າດົງ ສັດສາວາສິ່ງ ງົວ ຄວາຍ ຊ້າງ ມ້າ ທີ່ໃຊ້ແຮງງານຜ່ານມາ ແລະອື່ນໆ.

  ສວນຜູ້ໄທທີຣະຕັ້ງຢູ່ບ້ານໜອງແປນເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ການພັດທະນາທັງໝົດ 30 ເຮັກຕາ, ປະຈຸບັນຢູ່ໃນຂັ້ນຕອນກຳລັງພັດທະນາ ແລະຈະຄ່ອຍພັດທະນາໄປເລື້ອຍໆຈຸດປະສົງເພື່ອຢາກໃຫ້ຄົນຍຸກໃໝ່ໄດ້ຮູ້ຕື່ມກ່ຽວກັບປະເພນີວັດທະນະທຳລາວດັ້ງເດີມປະສານກັບການອະນຸຮັກໆສາປ່າໄມ້ດອກໄມ້ນາໆຊະນິດໄວ້ໃຫ້ຊົມຮຽນຮູ້ກ່ຽວກັບເລື່ອງການເກັບຮັກສາແຫຼ່ງນໍ້າສ້າງເປັນທະນາຄານນໍ້າໃຕ້ດິນເປັນບ່ອນທົດລອງເຮັດກະສິກຳປູກຝັງພືດບາງຊະນິດໃຫ້ເປັນຕົວຢ່າງປູກຜັກປອດສານພິດສ້າງເປັນບ່ອນພັກຜ່ອນພ້ອມທັງໃຫ້ນັກຮຽນມາທັດສະນະສຶກສາເປັນບ່ອນປະຊຸມພົບປະສ້າງສັນເຮັດກິດຈະກຳຕ່າງໆ ແລະສາມາດເຮັດບຸນປະເພນີລາວໄດ້ອີກດ້ວຍ.

_________________

ຂຽນໂດຍ: ຄານມະນີ ຮຽນດໍຈັນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ