ນາໝໍ້ ປະກາດບ້ານຜາຄຳ ເປັນບ້ານວັດທະນະທຳ

 ພິທີປະກາດຮັບຮອງເອົາບ້ານຜາຄໍາ ເມືອງນາໝໍ້ ແຂວງອຸ ດົມໄຊ ເປັນບ້ານວັດທະນະທຳໃໝ່ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2020 ຢູ່ທີ່ໂຮງຮຽນຂອງບ້ານດັ່ງກ່າວໂດຍມີທ່ານ ວົງສະຫວັນ ໄຊຍະວົງ ເຈົ້າເມືອງນາໝໍ້, ທ່ານ ມະຫາໄຊ ເກດບຸນພັນ ຮອງຫົວ ໜ້າພະແນກ ຖວທ ແຂວງ, ຫົວ ໜ້າຫ້ອງການ ຖວທ ເມືອງ, ຕາງ ໜ້າຫ້ອງການກ່ຽວຂ້ອງຂັ້ນເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ນາຍບ້ານອ້ອມຂ້າງ, ອົງການປົກ ຄອງບ້ານຕະຫຼອດຮອດປະຊາຊົນ ພາຍໃນບ້ານຜາຄຳ ເຂົ້າຮ່ວມ.

  ບ້ານຜາຄໍາ ເປັນບ້ານໜຶ່ງໃນຈໍານວນ 63 ບ້ານຂອງເມືອງນາໝໍ້ ຕັ້ງຢູ່ຫ່າງຈາກເທສະບານເມືອງ 47 ກິໂລແມັດ ປະກອບມີ 2 ຊົນເຜົ່າຄືຊົນເຜົ່າລື້ ແລະຊົນເຜົ່າມົ້ງ, ມີຈຳນວນ 64 ຫຼັງຄາເຮືອນ, ມີ ພົນລະເມືອງ 334 ຄົນ, ຍິງ168 ຄົນ, ປະຊາຊົນສ່ວນຫຼາຍຢຶດຖືອາ ຊີບໃນການປູກຝັງ, ລ້ຽງສັດກວມ 85% ແລະຄ້າຂາຍ 15% ໃນປີຜ່ານມາສາມາດສ້າງລາຍຮັບໄດ້ທັງໝົດ ເກືອບ 8 ຮ້ອຍລ້ານກີບ ສະເລ່ຍໃສ່ຫົວຄົນໄດ້ 2,3 ລ້ານ ກວ່າກີບຕໍ່ຄົນຕໍ່ປີ, ການຈັດຕັ້ງປະຕິບັດວຽກງານສ້າງຄອບຄົວ ແລະ ວັດທະນະທຳໃໝ່ຂອງບ້ານຜາຄຳ ແມ່ນເລີ່ມແຕ່ປີ 2017 ເປັນຕົ້ນມາ ໂດຍພາຍໃຕ້ການຊີ້ນຳໆພາຂອງ ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຫ້ອງການ ຖວທ ເມືອງ ແລະອົງການປົກຄອງບ້ານຢ່າງ ເອົາຈິງເອົາຈັງເຮັດໃຫ້ບ້ານຜາຄຳ ສາມາດບັນລຸຕາມການປະເມີນໃນ 5 ມາດຖານຂອງການສ້າງ ຄອບຄົວ ແລະບ້ານວັດທະນະທຳໃໝ່ຄືວຽກງານແຕ່ລະດ້ານແມ່ນ ບັນລຸ 85% ຂຶ້ນໄປ.

  ດັ່ງນັ້ນເຈົ້າແຂວງອຸດົມໄຊ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບ້ານຜາຄໍາ ເມືອງນາໝໍ້ ແຂວງອຸດົມໄຊ, ເປັນບ້ານວັດ ທະນະທໍາໃໝ່ບ້ານທີ 31 ຂອງເມືອງ, ຊຶ່ງໃຫ້ກຽດມອບໃບຢັ້ງ ຢືນບ້ານວັດທະນະທຳໃໝ່ ໂດຍ ທ່ານ ວົງສະຫວັນ ໄຊຍະວົງ ເຈົ້າ ເມືອງນາໝໍ້  ແລະຮັບໂດຍທ່ານ ອຸ່ນ ແກ້ວ  ອຸ່ນມະນີ ນາຍບ້ານຜາຄຳ.

  ຈາກນັ້ນໄດ້ມີພິທີຕັດແທບຜ້າ, ເປີດປ້າຍບ້ານພ້ອມທັງລັ່ນຄ້ອງ ເພື່ອເປັນການຢັ້ງຢືນການປະກາດ ເປັນບ້ານວັດທະນະທຳຢ່າງເປັນ ທາງການພ້ອມທັງຮັບຊົມການ ສະແດງສິລະປະ-ວັນນະຄະດີຂອງ ຊາວໜຸ່ມບ້ານຕື່ມອີກ.

---

ໂດຍ: ຄານມະນີ ຮຽນດໍຈັນ