ບໍ່ແກ້ວ ສໍາເລັດບຸນປະເພນີບັນດາ 13 ເຜົ່າ

 ແຂວງບໍ່ແກ້ວ ໄດ້ສໍາເລັດການຈັດງານບຸນປະເພນີບັນດາ 13 ເຜົ່າ ຄັ້ງທີ 3 ປະຈໍາປີ 2020 ໃນວັນທີ 29 ມັງກອນ ຜ່ານມາທີ່ເດີ່ນກີລາແຂວງໂດຍມີທ່ານ ບົວ ຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີບັນດາຄະນະນໍາຂັ້ນແຂວງ-ເມືອງ, ຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫຼົ່າ, ນັກທຸລະກິດ, ຜູ້ປະກອບການພາຍໃນ-ຕ່າງປະເທດ ແລະມວນຊົນເຂົ້າຮ່ວມ.

  ທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ, ທັງເປັນປະທານຈັດງານບຸນກ່າວວ່າ: ການຈັດຕັ້ງບຸນປະເພນີບັນດາເຜົ່າກໍເພື່ອເພີ່ມທະວີຜູກແໜ້ນຄວາມສາມັກຄີ ແລະອະນຸຮັກຮີດຄອງປະເພນີອັນດີງາມຂອງປະຊາຊົນທັງ 13 ເຜົ່າ ທີ່ດໍາລົງຊີວິດຢູ່ແຂວງບໍ່ແກ້ວໃຫ້ເປັນປຶກແຜ່ນແໜ້ນໜາ ແລະມີຄວາມເປັນເອກະ ພາບກັນ; ສ້າງເງື່ອນໄຂໃຫ້ແຕ່ລະເຜົ່າໄດ້ພົບປະແລກປ່ຽນບົດຮຽນດ້ານສິລະປະວັນນະຄະດີ,ການຫຼິ້ນບຸນຮ່ວມກັນຕາມຮີດຄອປະເພນີ,ທັງເປັນການສົ່ງເສີມການຕະຫຼາດຊື້-ຂາຍ ຜົນຜະລິດທີ່ເປັນພູມປັນຍາຂອງບັນດາເຜົ່າເພື່ອສົ່ງເສີມການທ່ອງທ່ຽວໃຫ້ມີຫຼາຍສີສັນ; ຄຽງຄູ່ກັນນັ້ນ,ຍັງເປັນການອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໄດ້ມາສໍາຜັດກັບບັນຍາກາດທີ່ເປັນຮີດຄອງປະເພນີອັນດີງາມຂອງແຕ່ລະເຜົ່າ, ການນຸ່ງຖືແຕ່ງກາຍຂອງຊົນເຜົ່າທີ່ບົ່ງບອກເຖິງເອກະລັກວິທີ ການດໍາລົງຊີວິດການທໍາມາຫາກິນຂອງເຜົ່າທີ່ໄດ້ອະນຸຮັກເພື່ອເສີມຂະຫຍາຍໃຫ້ຄົນຮຸ່ນຫຼັງໄດ້ສືບທອດກັນໄປ.

  ພາຍໃນງານມີຕະຫຼາດນັດວາງສະແດງ ແລະຈໍາໜ່າຍສິນຄ້າ,ຜະລິດຕະພັນຫັດຖະກໍາ,ກະສິກໍາ,ອຸດສາຫະກໍາປຸງແຕ່ງ, ເຄື່ອງດົນຕີ, ເຄື່ອງນຸ່ງຫົ່ມ, ອາຫານພື້ນບ້ານ, ເຄື່ອງໃຊ້ປະຈໍາວັນທີ່ເປັນຜົນຜະລິດຈາກພູມປັນຍາ,ສີໄມ້ລາຍມືທີ່ເປັນເອກະລັກຂອງບັນດາເຜົ່າ 200 ກວ່າຮ້ານ,ນອກນັ້ນຍັງສາທິດການເຮັດບຸນຕາມຮີດຄອງປະເພນີຂອງບັນດາເຜົ່າ,ການແຂ່ງຂັນກີລາພື້ນເມືອງ,ການສະແດງສິລະປະວັນນະຄະດີ 13 ເຜົ່າmຈາກບັນດາບ້ານ, ກົມກອງ, ສໍານັກງານ, ໂຮງຮຽນ ແລະສູນວັດທະນະທໍາເດັກຕື່ມອີກ.

_____________

ຮຽບຮຽງໂດຍ: ນໍ້າເໝີຍ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ