ບຸນນະມັດສະການຜາສາດຫີນວັດພູ ຈະຈັດຂຶ້ນຕົ້ນເດືອນກຸມພາ

   ບຸນນະມັດສະການຜາສາດຫີນວັດພູຈໍາປາສັກແມ່ນຈັດຂຶ້ນທຸກໆປີເພື່ອເປັນການສືບສານຮີດຄອງປະເພນີອັນດີງາມຂອງລາວທີ່ສືບທອດກັນມາ, ສໍາລັບໃນປີນີ້ການສະ ເຫຼີມສະຫຼອງແມ່ນຈະຈັດຂຶ້ນຕັ້ງແຕ່ວັນທີ 6-8 ກຸມພາ.

  ວັດພູເປັນບູຮານສະຖານວັດຖຸຕັ້ງຢູ່ພາກໃຕ້ຂອງລາວທີ່ແຂວງຈຳປາສັກ, ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກ ຈາກອົງການຢູເນສໂກ (UNESCO), ເປັນສະຖາປັດ ຕະຍະກຳພິເສດແຫ່ງໜຶ່ງທີ່ມີສິດເກົ່າແກ່ຊຶ່ງເປັນອາຄານກົກເຄົ້າສ້າງຂຶ້ນໃນສັດຕະວັດທີ 6, ຈາກນັ້ນກໍ່ມີການຕໍ່ເຕີມຕາມຍຸກສະໄໝຕໍ່ມາຈົນມາເຖິງສັດຕະວັດທີ 15; ວັດພູເປັນບູຮານສະຖານທີ່ໄດ້ອິດ ທິພົນທາງດ້ານວັດທະນະທຳມາ ຈາກຫຼາຍແຫ່ງ ຊຶ່ງລວມມີສິລະປະຂອມ,ອິນດູ ແລະພຸດຕາມຮ່ອງ ຮອຍຫຼັກຖານທີ່ສະແດງໃຫ້ເຫັນ ໃນລວດລາຍສິລະປະຕາມສະຖານທີ່ຕ່າງໆ ໃນຂົງເຂດວັດແຫ່ງນີ້ບໍ່ວ່າຈະເປັນຮີດຄອງ ຫຼືການເຊື່ອຖື. ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດປະຈຸບັນຂອງວັດພູທີ່ເລີ່ມສ້າງມາແຕ່ ຈສ 1000 ກໍ່ຄື: ສິລະປະຂອງຮິນດູ, ໂດຍມີການເຊື່ອຖືເທບພະເຈົ້າຂອງສາສະໜາອິນດູຈາກປະກົດການທຳມະຊາດພູເກົ້າຊຶ່ງເປັນຈຸດປະກາຍຫຼັກໃນການມາສ້າງ ວັດພູ, ສ່ວນປະກອບຂອງວັດມີຮູບຊົງໄຕຣມູມ, ເປັນລຳດັບຄືມີການຄິດໄລ່ທີ່ຊັດແຈ້ງເຊັ່ນ: ຮ່ອງນໍ້າທີ່ສົ່ງນໍ້າສັກສິດຍາວຢຽດອອກໄປ ເຖິງ 10 ກິໂລແມັດ ທີ່ສ້າງດ້ວຍ  ຜູ້ຄົນໄດ້ອ້າງໃຫ້ຮູ້ເຖິງການອອກແບບຄັ້ງທຳອິດຂອງສັງຄົມຢູ່ໃນປະຫວັດສາດນຳອີກດ້ວຍ.

-------

  ສໍາລັບການສະເຫຼີມສະຫຼອງບຸນນະມັດສະການຜາສາດຫີນວັດພູຈໍາປາສັກປະຈໍາປີ 2020 ນີ້ ແມ່ນຈະຈັດຂຶ້ນໃນລະຫວ່າງວັນທີ 6-8 ກຸມພາ ດ້ວຍຫຼາຍກິດຈະກໍາ ຕ່າງໆເຊັ່ນ:ວາງສະແດງສິນຄ້າ,ການແຂ່ງຂັນກີລາມວນຊົນ, ການສະແດງສິລະປະ-ວັນນະຄະດີ, ພິທີການທາງສາສະໜາ ແລະອື່ນໆ,ພິເສດໃນປີນີ້ແມ່ນບໍ່ມີການເກັບຄ່າເຂົ້າຊົມ,ທັງນີ້ກໍເພື່ອໃຫ້ມວນຊົນສາມາດເຂົ້າໄປສັກກະລະບູຊາ  ແລະນະມັດສະການວັດພູຕາມຮີດຄອງປະເພນີແນ່ໃສ່ອະນຸລັກຮັກສາ  ແລະສົ່ງເສີມຮີດຄອງປະເພນີອັນດີງານຂອງຊາດກໍຄືປະຊາຊົນຊາວແຂວງຈໍາປາສັກໃຫ້ຍືນຍົງຕະຫຼອດໄປ ແລະເປັນສິ່ງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໃຫ້ເຂົ້າມາທ່ຽວຊົມລວມທັງສໍາຜັດອາຫານພື້ນເມືອງຈາກແດນໃຕ້ນໍາອີກ.

_______________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ