ລ້ອງຊານ ຮັບຮອງບ້ານນໍ້າຍິ້ງ ເປັນບ້ານວັດທະນະທຳແຫ່ງທີ 17

  ເມືອງລ້ອງຊານ ແຂວງ ໄຊສົມບູນ ໄດ້ຈັດພິທີປະກາດຮັບຮອງບ້ານນໍ້າຍິ້ງ ເປັນບ້ານວັດທະນະທຳແຫ່ງທີ 17 ຂອງເມືອງຂຶ້ນ ໃນວັນທີ 28 ມັງກອນ 2020 ທີ່ບ້ານດັ່ງກ່າວ ໂດຍການເຂົ້າຮ່ວມ ຂອງທ່ານ ແດງ ປະທຸມທອງ ຮອງ ເຈົ້າແຂວງໄຊສົມບູນ, ມີທ່ານ ຕົ່ງ ມົວ ຊົວໂກ້ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ທ່ານ ບຸນກອງ ຊົ່ງປ່າຢິ້ງ ເຈົ້າເມືອງໆລ້ອງຊານ, ມີຫ້ອງການຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວເມືອງພ້ອມ ດ້ວຍນາຍບ້ານ-ບ້ານນໍ້າຍິ້ງ,  ນ້ອງ ນ້ອຍນັກຮຽນ, ໄວໜຸ່ມເຍົາວະຊົນ ແລະພໍ່ແມ່ປະຊາຊົນພາຍໃນບ້ານບ້ານເຂົ້າຮ່ວມ.

 ທ່ານ ໂກຊົ່ງ ຕົ່ງນາມະວົງ ເລຂາພັກບ້ານ ນາຍບ້ານ-ບ້ານ ນໍ້າຍິ້ງ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານປະຈຳປີ 2019 ແລະທິດທາງແຜນການປີ 2020  ໃຫ້ຮູ້ວ່າ: ບ້ານນໍ້າຍິ້ງ ແມ່ນບ້ານ ໜຶ່ງໃນຈຳນວນ 25 ບ້ານຂອງ ເມືອງລ້ອງຊານ, ມີ 119 ຫຼັງຄາ ເຮືອນ, 119 ຄອບຄົວ, ມີປະຊາ ກອນທັງໝົດ 780 ຄົນ, ຍິງ 405 ຄົນ ໂດຍແມ່ນເຜົ່າມົ້ງ, ຖືສາສະ ໜາບັນພະບູລຸດ 111 ຄອບຄົວ ແລະສາສະໜາຄຣິດ 8 ຄອບຄົວ, ປະຊາຊົນພາຍໃນບ້ານໄດ້ຢຶດຖື ການເຮັດນາ, ປູກຢາງພາລາເປັນ ອາຊີບຕົ້ນຕໍ ແລະລ້ຽງສັດເປັນ ສຳຮອງ; ນໍ້າຍິ້ງມີເນື້ອທີ່ທັງໝົດ 401,37 ເຮັກຕາໃນນີ້ເນື້ອທີ່ດິນ ທຳການຜະລິດ 381,82 ເຮັກຕາ,ດິນປ່າສັກສິດ 1 ເຮັກຕາ, ດິນປຸກ ສ້າງ 8,55 ເຮັກຕາ ແລະເນື້ອ ທີ່ປ່າຊົມໃຊ້ 10 ເຮັກຕາ, ພ້ອມນີ້ປະຊາຊົນບ້ານນໍ້າຍິ້ງ ໄດ້ມີມູນ ເຊື້ອສາມັກຄີ, ຮັກແພງຊ່ວຍເຫຼືອ ເຊິ່ງກັນ ແລະກັນ ທັງມີຄວາມດຸ ໝັ່ນ, ມີຫົວຄິດປະດິດສ້າງໃນການປະກອບອາຊີບທີ່ໝັ້ນທ່ຽງ, ຄຽງ ຄູ່ກັນນັ້ນບ້ານນໍ້າຍິ້ງ ໄດ້ມີການ ຈັດຕັ້ງຄົບຊຸດ, ມີພະນັກງານກໍ່ ສ້າງຮາກຖານກຸ່ມບ້ານນາໂພຊຽງ ມີ ທີ່ໃກ້ຊິດຕິດແທດໃນການຊີ້ ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານຂອງບ້ານພ້ອມທັງມີ ໜ່ວຍພັກ ແລະເຖົ້າແກ່ອາວຸໂສ ເປັນທີ່ປຶກສາໃຫ້ແກ່ການເຄື່ອນ ໄຫວວຽກງານຂອງອຳນາດການ ປົກຄອງບ້ານ ແລະປະຊາຊົນກໍ ມີຄວາມເປັນເຈົ້າການສູງຕໍ່ການ ປະກອບສ່ວນໃນວຽກງານຕ່າງໆ ຂອງບ້ານຢ່າງຫ້າວຫັນ ແລະແຂງ ແຮງ.

  ຈາກນັ້ນທ່ານຮອງເຈົ້າແຂວງ ໄຊສົມບູນ ໄດ້ມອບໃບຢັ້ງຢືນບ້ານ ວັດທະນະທໍາໃຫ້ແກ່ບ້ານດັ່ງກ່າວ ຢ່າງເປັນທາງການ, ຊຶ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ຄະນະພັກ-ຄະນະນຳຂອງບ້ານກໍ ຄືທຸກພາກສ່ວນທີ່ກ່ຽວຂ້ອງທີ່ໄດ້ ສຸມທຸກສະຕິປັນຍາເຂົ້າໃນການ ເຄື່ອນໄຫວວຽກງານຮອບດ້ານ ໂດຍສະເພາະແມ່ນປະຕິບັດແຜນ ການສ້າງຄອບຄົວວັດທະນະທຳ ແລະບ້ານວັດທະນະທຳ, ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງເຖິງອຳນາດ ການປົກຄອງບ້ານ ແລະພໍ່ແມ່ປະ ຊາຊົນທຸກທົ່ວໜ້າຈົ່ງພ້ອມກັນພັດທະນາເສດຖະກິດ-ສັງຄົມຂອງບ້ານໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຕິດພັນກັບການປັບປຸງຄວາມສາມັກຄີເປັນເອກະພາບ ພາຍໃນບ້ານກໍຄືບັນດາໜ່ວຍສາມັກຄີໃຫ້ໜັກແໜ້ນ, ສ້າງໃຫ້ໄດ້ບຸກຄົນ,ຄອບຄົວທີ່ດີເດັ່ນໄປຄຽງຄູ່ ກັບການແກ້ໄຂຊີວິດການເປັນຢູ່ ຂອງຕົນໃຫ້ດີຂຶ້ນຕາມແນວທາງ ນະໂຍບາຍຂອງພັກ ແລະລັດຖະບານ ໂດຍສຸມໃສ່ການປູກຝັງ-ລ້ຽງສັດໃຫ້ເປັນຂະບວນການກວ້າງຂວາງ, ຂະນະດຽວກັນກໍ ຕ້ອງໄດ້ສຸມໃສ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບເພື່ອ ຕ້ານ ແລະສະກັດກັ້ນທຸກໜໍ່ແໜງ ທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ພາຍໃນບ້ານໃຫ້ທັນເວລາພ້ອມກັນສືບ ທອດວັດທະນະທຳທີ່ເປັນເອກະລັກ ແລະຮີດຄອງອັນດີງາມຂອງບ້ານ ໃຫ້ມີຄວາມຍືນຍົງທັງປົກປັກຮັກ ສານາມມະຍົດບ້ານວັດທະນະທຳ ໃຫ້ຄຽງຄູ່ກັບບ້ານນໍ້າຍິ້ງຕະຫຼອດ ໄປ.

---------

ຮຽບຮຽງໂດຍ: ນໍ້າເໝີຍ