ຫອມປ້ອມເປັນຜັກຫອມທີ່ໃຊ້ບໍລິໂພກໄດ້ທຸກສ່ວນຄື: ໃບ, ລຳຕົ້ນ, ຮາກ ແລະກ້ານ, ເປັນຜັກທີ່ເຕັມໄປດ້ວຍຄຸນຄ່າທາງອາຫານທີ່ຫຼວງຫຼາຍເຊັ່ນ: ຫຼຸດຄວາມດັນ ເລືອດ, ຕ້ານອາການອັກເສບ, ບຳລຸງສາຍຕາ ແລະອື່ນໆ, ຊຶ່ງປະຈຸບັນຄວາມຕ້ອງການຂອງຜູ້ບໍລິໂພກຕາມທ້ອງຕະຫຼາດນັບມື້ເພີ່ມຂຶ້ນ, ສ່ວນຂັ້ນຕອນການປູກກໍບໍ່ ຫຍຸ້ງຍາກ.
ອີງຕາມຂໍ້ມູນຈາກຄູ່ມືການປູກຝັງໃຫ້ຮູ້ວ່າ: ຜັກຫອມປ້ອມເປັນພືດລົ້ມລຸກອາຍຸສັ້ນປະມານ 40 ຫາ 60 ວັນ, ຊຶ່ງສາມາດປູກໄດ້ໃນດິນເກືອບທຸກຊະນິດແຕ່ດີທີ່ສຸດ ແມ່ນດິນຊາຍແກມຕົມສາມາດລະບາຍນໍ້າໄດ້ດີແຕ່ວ່າໃນດິນມີຄວາມຊຸ່ມຊື່ນພໍສົມຄວນ, ສ່ວນແນວພັນທີ່ໃຊ້ປູກມີແນວພັນພື້ນເມືອງ ແລະ ແນວພັນອາຟຮິກາ, ສໍາລັບແນວພັນພື້ນເມືອງລັກສະນະຕົ້ນນ້ອຍໃບບາງ, ເມັດນ້ອຍ, ອອກດອກໄວ, ອາຍຸສັ້ນມີກິ່ນຫອມຫຼາຍ; ແນວພັນອາຟຮິກາມີລັກສະນະຕົ້ນໃຫຍ່, ມີໃບໃຫຍ່ໜາ, ກິ່ນ ຫອມເລັກນ້ອຍ, ອາຍຸຍາວກວ່າພັນພື້ນເມືອງ; ດັ່ງນັ້ນການປູກຄວນໄຖດິນພວນດິນເລິກປະມານ 15-20 ຊັງຕີແມັດ (ເພາະຫອມປ້ອມເປັນພືດທີ່ມີລະບົບຮາກຕື້ນ), ຕາກດິນໄວ້ 5 ຫາ 7 ວັນ, ໃສ່ຝຸ່ນຄອກ ຫຼືຝຸ່ນບົ່ມທີ່ລະລາຍຕົວແລ້ວປົນກັບດິນທີ່ໄຖພວນເພື່ອສະດວກໃນການປູກ, ຊຶ່ງກ່ອນທີ່ຈະປູກຕ້ອງກຽມເມັດພັນໃຫ້ພ້ອມກ່ອນ ໂດຍການຕຳ ຫຼືທັບໃຫ້ແຕກແລ້ວແຊ່ນໍ້າໄວ້ 1 ຄືນ.
ການປູກກ່ອນປູກຕ້ອງຫົດນໍ້າໃຫ້ທົ່ວໜານນຳເອົາເມັດຫອມທີ່ແຊ່ນໍ້າໄວ້ 1 ຄືນນັ້ນຫວ່ານລົງໜານທີ່ກຽມໄວ້ແລ້ວຖົມດິນໃຫ້ລະອຽດບາງໆປົກດ້ວຍເຟືອງແຫ້ງອີກຊັ້ນໜຶ່ງແລ້ວຫົດນໍ້າອີກ, ການປູກຜັກຫອມປ້ອມທັງລະດູແລ້ງ ແລະລະດູຝົນຕ້ອງເຮັດຮົ່ມກັນແດດແບບເງີບໝາຫອນໃຫ້ແສງສະຫວ່າງ (ແສງແດດ) ແຕ່ 6-10 ໂມງເຊົ້າ ແລະ 2-6 ໂມງແລງ, ຕອນແດດກ້າເວລາ 10-14ໂມງ ຕ້ອງໃຫ້ມີຮົ່ມ; ສ່ວນການໃສ່ຝຸ່ນພືດດັ່ງກ່າວຕ້ອງການຝຸ່ນຫຼາຍດັ່ງນັ້ນການກຳນົດຝຸ່ນເພື່ອນຳໃຊ້ ແມ່ນມີຄວາມຈຳເປັນໃສ່ໃຫ້ຖືກຕ້ອງເພື່ອຫຼຸດຜ່ອນຕົ້ນທຶນການຜະລິດແລະໃຫ້ມີປະສິດທິພາບສູງດ້ານຜົນຜະລິດໂດຍສະເພາະດ້ານການຈະເລີນເຕີບໂຕທາງໃບ ແລະ ທາງກ້ານ ຫຼື ລຳຕົ້ນດັ່ງນັ້ນຈຶ່ງແນະນຳໃຫ້ໃສ່ຝຸ່ນຄອກ ແລະຝຸ່ນບົ່ມເພື່ອປັບປຸງດິນ.
ການໃຫ້ນໍ້າຄວນໃຫ້ນໍ້າຢ່າງພຽງພໍແຕ່ຢ່າໃຫ້ນໍ້າປຽກຈົນເກີນໄປ, ໂດຍເບິ່ງຄວາມຊຸ່ມຊື່ນໃນໜານປູກ, ຄວນໃຫ້ນໍ້າວັນລະ 2 ຄັ້ງເຊົ້າ-ແລງ; ດ້ານການເກັບກ່ຽວເນື່ອງຈາກຫອມປ້ອມໃຊ້ທຸກພາກສ່ວນບໍລິໂພກຄວນຫຼົກດ້ວຍມືໃຫ້ໄດ້ໝົດຕົ້ນ, ກ່ອນຫຼັກຄວນຫົດນໍ້າໃຫ້ດິນຊຸ່ມເສຍກ່ອນເພື່ອສະດວກໃນການຫຼົກ.
___________
ຂຽນໂດຍ: ແປ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ