ກະຊວງການຕ່າງປະເທດ ຮຽກຮ້ອງໃຫ້ເຝົ້າລະວັງປ້ອງກັນໄວຣັດໂຄໂລນາ

ປະຈຸບັນພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼືເຊື້ອໄວຣັດໂຄໂລນາກຳລັງແຜ່ລະບາດຢູ່ໃນ ສປຈີນ ແລະບັນດປະເທດຕ່າງໆຕໍ່ກັບບັນຫາດັ່ງກ່າວ, ກະຊວງການຕ່າງປະເທດແຫ່ງ ສປປ ລາວ ຮຽກຮ້ອງໃຫ້ພົນລະເມືອງລາວທີ່ອາໄສຢູ່ປະເທດຕິດຕາມສະພາບການລະບາດພະຍາດນີ້ຢ່າງເປັນປົກກະຕິໂດຍຜ່ານແຫຼ່ງຂໍ້ມູນທາງການຂອງກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະອົງການອະນາໄມໂລກ.

  ທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ຖະແຫຼ່ງຂ່າວກ່ຽວກັບບັນຫາການລະບາດຂອງພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໃນວັນທີ 28 ມັງກອນ 2020 ນີ້ວ່າ: ກະຊວງການຕ່າງປະເທດ ແລະບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດໄດ້ຕິດຕາມສະພາບການລະບາດພະຍາດດັ່ງກ່າວ, ຢ່າງໃກ້ຊິດ ແລະໄດ້ປະສານງານກັບບັນດາພາກສ່ວນກ່ຽວຂ້ອງຂອງປະເທດທີ່ມີການແຜ່ລະບາດເພື່ອອຳນວຍຄວາມສະ ດວກ ແລະຊ່ວຍເຫຼືອພົນລະເມືອງລາວ, ນັກທ່ອງທ່ຽວ, ນັກທຸລະກິດ ແລະ ນັກສຶກສາລາວທີ່ກຳລັງດຳລົງຊີວິດ ແລະ ສຶກສາຮໍ່າຮຽນຢູ່ບັນດາປະເທດທີ່ມີການລະບາດພະຍາດດັ່ງກ່າວພ້ອມທັງແຈ້ງເຕືອນໃຫ້ພົນລະເມືອງລາວຫຼີກເວັ້ນການເດີນທາງໄປຍັງບັນດາເຂດທີ່ມີການລະບາດພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ ສາຍພັນໃໝ່,ຖ້າພົນລະເມືອງລາວຢູ່ຕ່າງປະເທດຕ້ອງການຄວາມຊ່ວຍເຫຼືອໃຫ້ຕິດຕໍ່ບັນດາສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດຫຼືກະຊວງການຕ່າງປະເທດ ແລະເວັບໄຊ WWW.MOFA.GOV.LA.

  ນອກນັ້ນກະຊວງການຕ່າງປະເທດໄດ້ເປັນເຈົ້າການປະສານ ແລະແລກປ່ຽນຂໍ້ມູນຂ່າວສານກັບບັນດາປະເທດຕ່າງໆໃນພາກພື້ນກໍຄືສາກົນ ແລະອົງການອະນາໄມໂລກຢ່າງໃກ້ຊິດເພື່ອຕິດຕາມທ່າອ່ຽງຂອງການລະບາດຂອງພະຍາດນີ້ ແລະຍາດແຍ່ງການຊ່ວຍເຫຼືອໂດຍສະເພາະການສົ່ງຄະນະຜູ້ຊ່ຽວຊານດ້ານການແພດພ້ອມດ້ວຍອຸປະ ກອນເຄື່ອງມື, ຢາ ແລະວັກແຊງປ້ອງກັນໃນກໍລະນີທີ່ມີການລະບາດໃຫຍ່.

___________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ