ຈີນເລີ່ມພັດທະນາຢາປ້ອງກັນເຊື້ອໄວຣັສ ໂຄໂຣນາ

  ວັນທີ 26 ມັງກອນ ສຳນັກຂ່າວຊິນຮົວຂອງ ສປ ຈີນ ລາຍງານວ່າ ສູນຄວບຄຸມ ແລະປ້ອງກັນພະ ຍາດຕິດຕໍ່ແຫ່ງຊາດ (CDC) ໃນປະເທດຈີນ ໄດ້ເລີ່ມ ພັດທະນາຢາເພື່ອຕໍ່ສູ້ກັບເຊື້ອໄວຣັສໂຄໂຣນາສາຍພັນ ໃໝ່ ຊຶ່ງເປັນທີ່ຮູ້ຈັກກັນໃນນາມ ‘Novel Corona virus’ (2019-nCoV).

   ທ່ານ ຊູ ເຫວິນໂປ ຫົວໜ້າສະຖາບັນຄວບຄຸມ ແລະປ້ອງກັນໄວຣັສ ສັງກັດສູນຄວບຄຸມ ແລະປ້ອງ ກັນພະຍາດແຫ່ງຊາດ ສປ ຈີນ, ຕອນນີ້ CDC ໄດ້ເລີ່ມ ແຍກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ແລ້ວ ແລະປະຈຸ ບັນກຳລັງລະບຸຕົ້ນກຳເນີດຂອງສາຍພັນ Novel Coronavirus ພ້ອມທັງຍັງກຳລັງຄັດເລືອກຢາໃນການຮັກສາພະຍາດປອດອັກເສບ ທີ່ເປັນສາເຫດມາ ຈາກໄວຣັສດັ່ງກ່າວ.

  ໃນຂະນະທີ່ເວັບໄຊ CDC ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດຕິດຕໍ່ຂອງອາເມລິກາ ໃຫ້ຮູ້ວ່າ ປະຈຸ ບັນຍັງບໍ່ມີຢາປ້ອງກັນເຊື້ອໄວຣັສ 2019-nCoV ດັ່ງນັ້ນວິທີທີ່ດີທີ່ສຸດແມ່ນການປ້ອງກັນການຕິດເຊື້ອ ໄວຣັສ ດ້ວຍການປະຕິບັດດັ່ງຕໍ່ໄປນີ້: ລ້າງມືຂອງທ່ານ ເລື້ອຍໆດ້ວຍສະບູ ແລະນໍ້າຢ່າງໜ້ອຍ20ວິນາທີ ແລະຖ້າທ່ານບໍ່ສາມາດຊອກຫາສະບູ ຫຼື ນໍ້າໄດ້ໃຫ້ໃຊ້ ເຈວທີ່ມີສ່ວນປະສົມຂອງເຫຼົ້າແທນ, ຫຼີກເວັ້ນການໃຊ້ ມືທີ່ບໍ່ໄດ້ລ້າງຢ່າງສະອາດ ເພື່ອສຳຜັດກັບຕາ, ດັງ ແລະປາກ, ຫຼີກເວັ້ນການຕິດຕໍ່ກັບຄົນທີ່ເຈັບປ່ວຍ, ໃຫ້ ຢູ່ເຮືອນຖ້າທ່ານມີອາການປ່ວຍ, ໃຊ້ເຈ້ຍອະນາໄມ ປິດປາກເວລາໄອ ຫຼື ຈາມ ແລະຄວນຖິ້ມເຈ້ຍອະນາໄມ ໃສ່ຖັງຂີ້ເຫຍື້ອ, ພະຍາຍາມເຮັດຄວາມສະອາດ ແລະ ຂ້າເຊື້ອສິ່ງຂອງ ແລະພື້ນຜິວຕ່າງໆທີ່ຕ້ອງໄດ້ຮັບ ການສຳຜັດເລື້ອຍໆ.