ດ່ານບໍ່ເຕນເປີດນໍາໃຊ້ລະບົບ ບ 53

ວັນທີ 27 ມັງກອນ 2020 ທີ່ຫ້ອງປະຊຸມດ່ານພາສີສາກົນບໍ່ເຕ່ນແຂວງຫຼວງນໍ້າທາ,ໄດ້ເປີດນຳໃຊ້ລະບົບ 53 ເຜີຍແຜ່ລະບຽບການນຳໃຊ້ 53 ໃຫ້ຂະແໜງການກ່ຽວຂ້ອງ ແລະການຄຸ້ມຄອງນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມພາຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ 53. ໂດຍການເປັນປະທານຂອງທ່ານ ບຸນເກີດ ສຸວັນນະເສັນ ຫົວໜ້າກອງຄຸ້ມຄອງພາສີ 1, ໂດຍການເຂົ້າຮ່ວມທ່ານ ພົມມະສຸກ ວິໄລກຸນ ຫົວໜ້າຫ້ອງວ່າການແຂວງ, ທ່ານ ພອນໄຊ ຈັນທະສອນຫົວໜ້າຄຸ້ມຄອງດ່ານສາກົນບໍ່ເຕ່ນ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.

  ທ່ານ ວິລະກອນ ເກດຕະວົງ ຮອງຫົວໜ້າພະແນກແຜນການ ແລະຂໍ້ມູນຂ່າວສານກົມພາສີໄດ້ເຜີຍແຜ່ລະບຽບການຄຸ້ມຄອງ ແລະນຳໃຊ້ລະບົບ 53 ເປັນຕົ້ນແມ່ນຄຳແນະນຳວ່າດ້ວຍການນຳໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະພະຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ 53 ຂອງລັດຖະມົນຕີກະຊວງການເງິນໂດຍສະເພາະແມ່ນຫຼັກການລະບຽບການ ແລະມາດຕະການໃນການຄຸ້ມຄອງຕິດຕາມ ແລະກວດກາພະຫະນະທ່ອງທ່ຽວຢ້ຽມຢາມ ແລະພະຫະນະຂົນສົ່ງສິນ ຄ້າຜ່ານດ່ານພາສີສາກົນທາງບົກດ້ວຍການນຳໃຊ້ລະບົບເອເລັກໂຕຣນິກໃຫ້ມີຄວາມສະດວກວ່ອງໄວສອດຄອງຖືກຕ້ອງຕາມກົດໝາຍ ແລະລະບຽບການ, ຂອບເຂດການນຳ ໃຊ້ເງື່ອນໄຂໃນການອະນຸຍາດນຳເຂົ້າຖານະທ່ອງທ່ຽວຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າຂັ້ນຕອນການດຳເນີນການແຈ້ງເອກະສານຂາເຂົ້າ-ຂາອອກ ການນຳໃຊ້ສະຕິກເກີ້ບ 53 ການກຳນົດອາຍຸການນຳໃຊ້ 53 ແລະການຕໍ່ອາຍຸກົນໄກການປະສານງານ ແລະຄວາມຮັບຜິດຊອບໃນການຄຸ້ມຄອງຢູເຊີ້ໄອດີຂອງພະນັກງານພາສີມາດຕະການສຸກເສີນກໍລະນີລະບົບຂັດຂ້ອງມາດຕະການຕໍ່ພາຫະນະທີ່ລະເມີດກົດໝາຍ ແລະ ລະບຽບການຂອງ ສປປ ລາວ ມາດຕະການຕໍ່ເຈົ້າໜ້າທີ່ພາສີການຈັດ ຕັ້ງປະຕິບັດ.

  ການນຳໃຊ້ລະບົບ 53 ທາງກະຊວງການເງິນໄດ້ເຫັນດີຮັບຮອງເອົາການພັດທະນາ ແລະຮູບແບບຂອງລະບົບຄຸ້ມຄອງພາຫະນະເຂົ້າອອກຢ້ຽມຢາມຊົ່ວຄາວຂອງບໍລິ ສັດຄຳປະເສີດຄອມພິວເຕີຈຳກັດຜູ້ດຽວໃນການທົດລອງນໍາໃຊ້ຢູ່ 3 ດ່ານພາສີສາກົນເປົ້າໜາຍຄື: ດ່ານພາສີສາກົນຂົວມິດຕະພາບ 1,ດ່ານພາສີສາກົນບໍ່ເຕ່ນ ແລະດ່ານພາສີຂົວມິດຕະພາບ 4, ລະບົບດັ່ງກ່າວໂດຍມີການສໍາລະດ້ວຍເອເລັກໂຕຣນິກນໍາໃຊ້ສະຕິກເກີ ແລະ ຈ່າຍຜ່ານລະບົບທະນາຄານຊຶ່ງສາມາດຮັບປະກັນໃນການຄຸ້ມຄອງຕິດຕາມພາຫະນະເຂົາອອກຜ່ານດ່ານພາສີສາກົນໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

 __________

ຂຽນໂດຍ: ກິ່ນນາລົມ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ