ທະນາຄານໂລກສະໜອງທຶນ 450 ຕື້ກີບ ຊ່ວຍລາວຟື້ນຟູຫຼັງໄພພິບັດ

  ໃນວັນທີ 28 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນ, ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍກະຊວງການເງິນໄດ້ລົງນາມສັນຍາເງິນຊ່ວຍເຫຼືອຈໍານວນ 50 ລ້ານໂດລາສະຫະລັດປະມານ 450 ຕື້ກີບ ຈາກທະນາຄານໂລກ, ເພື່ອສືບຕໍ່ສະໜັບສະໜູນການປະຕິບັດໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ຢູ່ ສປປ ລາວ ແລະໂຄງການຂະແໜງການຂົວທາງໄລຍະ II.

 ໂດຍແມ່ນທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນກັບທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກປະຈໍາ ສປປ ລາວ, ມີທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງມີຫົວໜ້າກົມ, ຮອງຫົວໜ້າກົມ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ການສະໜອງທຶນຈຳນວນດັ່ງກ່າວຊຶ່ງສະພາບໍລິຫານຂອງທະນາຄານໂລກໄດ້ອະນຸມັດທຶນເພີ່ມເຕີມໃນວັນທີ 13 ທັນວາ2019ເພື່ອສະໜັບສະໜູນຄວາມພະຍາຍາມໃນວຽກງານການຄຸ້ມຄອງຄວາມສ່ຽງດ້ານອຸທົກກະໄພ ແລະຂະແໜງການຂົວທາງ,ຊຶ່ງເປັນຂະແໜງການທີ່ຖືກຜົນກະທົບຢ່າງຫຼວງຫຼາຍກວມເອົາ 55% ຂອງ ຄວາ ມເສຍຫາຍທັງໝົດພາຍຫຼັງເຫດການໄພນໍ້າຖ້ວມໃນປີ 2018.

ໃນນັ້ນຈໍານວນ 25 ລ້ານໂດລາສະຫະລັດຈະນໍາໃຊ້ເພື່ອສະໜັບສະໜູນກາັດຕັ້ງປະຕິບັດໂຄງການຄຸ້ມຄອງຄວາມສ່ຽງໄພພິບັດອາຊີຕາເວັນອອກສຽງໃຕ້ຢູ່ ສປປ ລາວ ເພື່ອຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມຢູ່ເຂດເປົ້າໝາຍ.

 ສ່ວນທຶນທີ່ເຫຼືອຈໍານວນ 25 ລ້ານໂດລາສະຫະລັດ ຈະນໍາໃຊ້ສະໜັບສະໜູນໂຄງການຂະແໜງການຂົວທາງໄລຍະທີ II ເພື່ອສ້ອມແປງເສັ້ນທາງທີ່ຖືກເສຍຫາຍ,ຊຶ່ງລວມທັງການປັບປຸງບາງສ່ວນເສັ້ນທາງທີ່ສ່ຽງຖືກນໍ້າຖ້ວມຕາມເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແລະຍົກລະດັບຄວາມຕ້ານທານຂອງໂຄງລາງພື້ນຖານຂົວທາງຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດຢູ່ແຂວງບໍລິຄໍາໄຊ ແລະຈະນໍາໃຊ້ຍົກລະດັບທາງຕາມສ່ວນເສັ້ນທາງທີ່ສ່ຽງຖືກນໍ້າຖ້ວມ, ປັບປຸງລະບົບລະບາຍນໍ້າ, ໝູນ ໃຊ້ວິທີການແກ້ໄຂແບບຊີວະ-ວິສະວະກໍາເພື່ອປ້ອງກັນສັນທາງເຈື່ອນນອກຈາກນັ້ນຍັງນໍາໃຊ້ທຶນຊ່ວຍເຫຼືອບ້ວງນີ້ເພື່ອປັບປຸງທາງດ້ານຄວາມປອດໄພຂອງເສັ້ນທາງຕື່ມອີກ.

  ໃນປີ 2018 ສປປ ລາວ ຖືກກະທົບໃນມູນຄ່າຫຼາຍທີ່ສຸດໃນຮອບທົດສະວັດຈາກອຸທົກກະໄພທີ່ເກີດຂຶ້ນເປັນຕົ້ນ: ຝົນຕົກໜັກຈາກພາຍຸເຂດຮ້ອນສອງລູກບວກກັບສັນເຂື່ອນແຕກຢູ່ແຂວງອັດຕະປືເຮັດໃຫ້ເກີດນໍ້າຖ້ວມ, ປະຊາຊົນຫຼາຍກວ່າ 6 ແສນຄົນຖືກກະທົບແລະມີ 64 ຄົນເສຍຊີວິດຜົນການປະເມີນຄວາມຕ້ອງການຫຼັງເກີດໄພ ພິບັດໄດ້ປະເມີນມູນຄ່າຄວາມເສຍຫາຍທັງໝົດປະມານ 371,5 ລ້ານໂດລາສະຫະລັດ ທຽບເທົ່າກັບ 2,1% ຂອງຄາດຄະເນມູນຄ່າ GDP ປີ 2018.

___________

ຂຽນໂດຍກະຊວງການເງິນ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ