ເທສະການອາຫານລາວຄາດຈະມີມວນຊົນເຂົ້າທ່ຽວ 80 ພັນຄົນ

 ສູນກາງສະຫະພັນແມ່ຍິງລາວ ແລະສະມາຄົມນັກທຸລະກິດແມ່ຍິງລາວຈັດງານເທສະການອາຫານລາວຄັ້ງທີ 15 ປະຈໍາປິ 2020 ຂຶ້ນໃນວັນທີ 28 ມັງກອນ ຢູ່ເດີ່ນສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວມີພັນລະ ຍາການນໍາພັກລັດ, ເອກອັກຄະລັດຖະທູດ, ທຸຕານຸທູດ, ຜູ້ໃຫ້ຫານສະໜັບສະໜູນ, ຜູ້ປະກອບການອາຫານ ແລະມວນຊົນເຂົ້າຮ່ວມ.

  ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງກ່າວວ່າ: ເທສະການອາຫານລາວປະຈໍາປີ 2020 ແມ່ນຈັດຂຶ້ນເພື່ອສືບຕໍ່ເປັນສ່ວນໜຶ່ງໃນການອະນຸລັກຮີດຄອງປະເພນີວັດທະນະທໍາອັນດີງານໂດຍສະເພາະແມ່ນອາຫານພື້ນເມືອງລາວ, ຫັດຖະກໍາ, ຜົນຜະລິດກະສິກໍາທີ່ເປັນເອກະລັກຂອງຄົນລາວໃຫ້ຢູ່ຄູ່ຊາດລາວຕະຫຼອດໄປ; ເພື່ອສ້າງໂອກາດໃຫ້ຜູ້ປະກອບການແມ່ຍິງທັງຫຼາຍມີໂອກາດໄດ້ສະແດງຄວາມສາມາດ ແລະແລກປ່ຽນບົດຮຽນປະສົບການໃນການພັດທະນາຜະລິດ ຕະພັນຂອງຕົນໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດໃນຍຸກປະຈຸບັນ; ເພື່ອປຸກລະດົມແນວຄິດແບບໃໝ່ໃນການຜະລິດເປັນສິນຄ້າຂອງຜູ້ປະ ກອບການແມ່ຍິງໃຫ້ສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດທັງສາມາດຂາຍສົ່ງອອກສູ່ຕະຫຼາດສາກົນໄດ້;ເພື່ອໂຄສະນາເຜີຍແຜ່ອາຫານພື້ນ ເມືອງແບບລາວໆຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ.

ງານຄັ້ງນີ້ຈັດຂຶ້ນເປັນເວລາ 4 ວັນນັບແຕ່ວັນທີ 28-31 ມັງກອນ, ໂດຍມີຮ້ານວາງສະແດງສິນຄ້າຈາກພາຍໃນ ແລະຕ່າງປະເທດທັງໝົດ 190 ຮ້ານ ໃນນີ້ເປັນຮ້ານອາຫານ ພາຍໃນ140 ຮ້ານ, ຮ້ານຫັດຖະກໍາ-ກະສິກໍາ 30 ຮ້ານ, ສະຖານທູດ 5 ຮ້ານ ແລະຈາກປະເທດໄທ 15 ຮ້ານ, ນອກນີ້ຍັງມີການແຂ່ງຂັນປຸງແຕ່ງອາຫານ ເອກະລັກລາວຈາກ 17 ແຂວງ ແລະ 1 ນະຄອນຫຼວງ, ການສະແດງຂອງເຫຼົ່າສິນລະປິນດາລາ, ການຈົກສະຫຼາກຊິງໂຊກຈາກໂຄງການອິນເຕີພລາດເພື່ອຊ່ວຍເຫຼືອຄົນເຈັບຈາກໄຟໄໝ້, ນໍ້າຮ້ອນລວກ ແລະຄົນອານາຖາ, ຊຶ່ງຄາດວ່າຈະມີຄົນເຂົ້າຮ່ວມ 80 ພັນຄົນ ແລະຈະມີເງິນໝູນວຽນພາຍໃນງານປະມານ 4 ຕື້ກີບ.

____________

ຂຽນໂດຍ: ແປ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ