ຜູ້ອຳນວຍການໃຫຍ່ ທພລ ພົບປະພະນັກງານສາຂາຫຼວງນໍ້າທາ

 ໃນວັນທີ 28 ມັງກອນ 2020 ນີ້; ທ່ານ ປອ. ອາຄົມ ປຣະເສີດ ຜູ້ອຳນວຍການໃຫຍ່ທະນາຄານພັດທະນາລາວ (ທພລ) ໄດ້ພົບປະໂອ້ລົມກັບຄະນະນຳ ແລະພະນັກ ງານ ທພລ ສາຂາຫຼວງນໍ້າທາກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໜຶ່ງປີຜ່ານມາພ້ອມທັງການປຶກສາຫາລືການກະກຽມພິທີເປີດໂຕຢ່າງເປັນທາງການໃນການນຳໃຊ້ລະບົບເກັບຄ່າທຳນຽມຄ່າບໍລິການ(Easy Pass) ຢູ່ດ່ານສາກົນບໍ່ເຕ່ນແຂວງຫຼວງນໍ້າທາ ແລະຂົວມິດຕະພາບແຫ່ງທີ 4 ແຂວງບໍ່ແກ້ວ ໂດຍໄດ້ຕ້ອນຮັບຢ່າງອົບອຸ່ນຈາກທ່ານ ສົມຫວັງ ເພັງມະດວງຈັກ ຫົວໜ້າ ທພລ ສາຂາຫຼວງນໍ້າທາ ພ້ອມຄະນະ ແລະພະນັກງານຫຼັກແຫຼ່ງ-ວິຊາການ.

  ທ່ານຫົວໜ້າ ທພລ ສາຂາຫຼວງນໍ້າທາ ໄດ້ລາຍງານສະພາບການກະກຽມພິທີເປີດໂຕໃນການນຳໃຊ້ລະບົບເກັບຄ່າທຳນຽມຄ່າບໍລິການດັ່ງກ່າວຢ່າງລະອຽດ; ຈາກນັ້ນ, ຍັງໄດ້ລາຍງານສະພາບການເຄື່ອນໄຫວດຳເນີນທຸລະກຳການເງິນໃນຮອບປີ 2019 ຜ່ານມາ ຊຶ່ງປະຈຸບັນມີ 4 ໜ່ວຍບໍລິການ, 2 ໜ່ວຍແລກປ່ຽນປະກອບດ້ວຍໜ່ວຍບໍລິການຕະຫຼາດເທດສະບານແຂວງ (ແຂວງຫຼວງນໍ້າທາ),ໜ່ວຍບໍລິການເມືອງຫຼວງນໍ້າທາ (ເມືອງຫຼວງນໍ້າທາ), ໜ່ວຍບໍລິການເມືອງລອງ (ເມືອງລອງ), ໜ່ວຍບໍລິການເມືອງສິງ (ເມືອງສິງ), ໜ່ວຍແລກປ່ຽນເງິນຕາບໍ່ເຕນ ແລະຫ້ອງຮັບເງິນເມືອງວຽງພູຄາ (ເມືອງວຽງພູຄາ).

   ໃນປີ 2019 ທພລ ສາຂາຫຼວງນໍ້າທາ ສາມາດລະດົມເງິນຝາກໄດ້ທັງໝົດ 273 ຕື້ກີບ ສົມທຽບໃສ່ແຜນການປີ 264 ຕື້ກີບປະຕິບັດໄດ້ແລ້ວ 103,4% ຫຼື ລື່ນແຜນການ 3,4%, ສົມທຽບໃສ່ປີ 2018 ເພີ່ມຂື້ນ 21 ຕື້ກີບ ຫຼືເພີ່ມຂຶ້ນ 9,2%, ມາຮອດປີ2019 ຈໍານວນບັນຊີເງິນຝາກມີບັນຊີເງິນຝາກກະແສລາຍວັນ 186 ບັນຊີ, ບັນຊີເງິນຝາກປະຢັດມີ 21.028 ບັນຊີ, ບັນຊີເງິນຝາກປະຈໍາມີ 2.210 ບັນຊີ ແລະບັນຊີເງິນຝາກອື່ນໆ 1.715 ບັນຊີ, ໃນໄລຍະດຽວກັນ ໄດ້ປ່ອຍສິນເຊື່ອໃຫ້ແກ່ທຸກພາກສ່ວນເສດຖະກິດເພື່ອປະກອບສວ່ນພັດທະນາສ້າງສາທ້ອງຖິ່ນໃນແຂວງຫຼວງນໍ້າທາໄດ້ທັງໝົດຈໍານວນ 197 ຕື້ກີບ,ສົມທຽບໃສ່ແຜນການປີປະຕິບັດໄດ້ພຽງແຕ່ 91% ສົມທຽບໃສ່ປີ 2018 ຕົວເລກສິນເຊື່ອຫຼຸດລົງ 14 ຕື້ກີບ ຫຼືຫຼຸດລົງ 6,6%, ກ່ຽວກັບອັດຕາສ່ວນເງິນກູ້ລວມຕໍ່ເງິນຝາກ ຫຼື ຕໍ່ແຫຼ່ງທຶນທີ່ມີຂອງສາ ຂາໃນປີ 2019, ຢູ່ໃນອັດຕາສ່ວນ 69%, ຖືວ່າແຫຼ່ງທຶນຍັງເຫຼືອຫຼາຍຢູ່ໂດຍສະເພາະແຫຼ່ງທຶນທີ່ເປັນສະກຸນໂດລາ ແລະສະກຸນບາດໄທສໍາ ລັບ NPL ໃນຜັງທີ່ເກີດ ຂຶ້ນໃນປີ 2019 ເທົ່າກັບ 0,09% ຂອງຍອດສິນເຊື່ອທີ່ ໄດ້ປ່ອຍກູ້ທັງໝົດ, ລວມ NPL ໃນຜັງ ແລະນອກຜັງເຂົ້າກັນກວມອັດຕາສ່ວນ 0,9% ຂອງຍອດສິນເຊື່ອທັງໝົດ ແລະ ໃນປີ 2019 ທພລ ສາຂາຫຼວງນໍ້າທາ ສາມາດສ້າງກໍາໄລໄດ້ທັງໝົດຈໍານວນ 7,6 ຕື້ກີບ.

  ທ່ານຫົວໜ້າ ທພລ ສາຂາຫຼວງນໍ້າທາ ແຈ້ງວ່າ: ໃນຜ່ານມາໄດ້ເຜີຍແຜ່ການນໍາໃຊ້ຜະລິດຕະພັນຂອງ ທພລ ໃຫ້ສັງຄົມມານໍາໃຊ້ຢ່າງກວ້າງຂວາງແຕ່ຜົນຕອບຮັບກໍຍັງມີຈໍານວນໜ້ອຍຢູ່ເພາະວ່າທົ່ວແຂວງມີພົນລະເມືອງບໍ່ຫຼາຍ (189 ພັນຄົນ) ທີ່ຢູ່ກະແຈກກະຈາຍຢູ່ໃນ 5 ຕົວ ເມືອງ, ສັນຍານໂທລະສັບ, ສັນຍານ T24 ມັກຕິດຂັດຕູ້ ATM ມັກຂັດຂ້ອງ ແລະ ມີທະນາຄານທຸລະກິດພັດຫຼາຍແຫ່ງທີ່ດໍາເນີນທຸລະກິດຢູ່ພາຍໃນແຂວງ, ແຕ່ ທພລ ສາຂາຫຼວງນໍ້າທາຍັງສືບຕໍ່ໄດ້ຮັບຄວາມເຊື່ອຖື ແລະຄວາມໄວ້ວາງໃຈຈາກສັງຄົມຢ່າງກວ້າງຂວາງສະແດງອອກໃຫ້ເຫັນຈາກລູກຄ້າ ແລະຈໍານວນເງິນຝາກມີຕົວເລກເພີ່ມຂຶ້ນໃນແຕ່ລະເດືອນ ແລະ ຍັງຮ່ວມກັບສໍານັກງານໃຫຍ່ເຮັດທົດລອງການເກັບເງິນຄ່າທໍານຽມ ແລະບໍລິການ ຫຼື Easy Pass ຜ່ານດ່ານສາກົນບໍ່ເຕນຕາມການຕົກລົງເຫັນດີຂອງລັດຖະບານກໍຄືກະຊວງການເງິນ ແລະອໍານາດການປົກຄອງແຂວງຂັ້ນຕ່າງໆໃຫ້ການຮ່ວມມືເປັນຢ່າງດີ ແລະຈະໄດ້ເປີດເປັນທາງການໃນທ້າຍເດືອນນີ້.  

 ທ່ານ ປອ. ອາຄົມ ປຣະເສີດ ຜູ້ອຳນວຍການໃຫຍ່ທະນາຄານພັດທະນາລາວຍັງໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ ທພລ ສາຂາຫຼວງນໍ້າທາຍາດມາໄດ້ໃນ 1 ປີ ຜ່ານມາ ແລະໃຫ້ສືບຕໍ່ເສີມຂະຫຍາຍດ້ານພົ້ນເດັ່ນ, ແກ້ໄຂບັນຫາຂໍ້ຄົງຄ້າງ ແລະປາກົດການຫຍໍ້ທໍ້ໃນຜ່ານມາໃຫ້ມີບາດກ້າວຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະກາຍເປັນ 1 ໃນສາ ຂາທະນາຄານທີ່ດຳເນີນທຸລະກຳການເງິນທີ່ດີ ແລະໃຫ້ສົມກັບເປັນທະນາຄານຂອງລັດເພື່ອຮັບໃຊ້ປະຊາຊົນຢ່າງເຕັມທີ່ໂດຍສະເພາະລູກຄ້າ ຫຼືຜູ້ປະກອບການ SME ຕາມແນວທາງຂອງພັກ ແລະລັດຖະບານ.

____________

ຂຽນໂດຍຣັດສະໝີ ດວງສັດຈະ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ