ເມໂກະ ສາວນ້ອຍນັກກິນ ກຽມຢ່າສາມີ ເພາະມືທີສາມ

  ຈາກຂ່າວຮັກໆ ເລີກໆ ຂອງ ຄົນໃນວົງການບັນເທີງປະຈຸບັນໄທຮອລລີວູ້ດ ຈີນ ແລະ ສ.ເກົາຫຼີມື້ນີ້ຂໍພາມາຝັ່ງຍີ່ປຸ່ນກັນເພາະຂ່າວນີ້ ເປັນຂ່າວຮ້ອນໃຫຍ່ທີ່ກໍາລັງເປັນ ປະເດັນຮ້ອນແຮງນັ້ນຄືກໍລະນີການ ແຍກກັນຢູ່ຂອງສຸດຍອດຄູ່ຮັກຂອງ ຍີ່ປຸ່ນ ຊຶ່ງທັງສອງໄດ້ພົບຮັກກັນ ຫຼັງຈາກຮ່ວມງານໃນເລື່ອງເມ ໂກະ ສາວນ້ອຍມັກກິນຮູບເງົາທີ່ ປະສົບຜົນສໍາເລັດເລດຕິ້ງສູງສຸດ ໃນປະເທດຍີ່ປຸ່ນໃນຮອບ 15 ປີ ຂອງ NHKMorning Drama. ໂດຍ Bunshun ສື່ທ້ອງຖິ່ນໄດ້ ລາຍງານວ່ານາງເອກສາວ ວາຕານາ ເບະແອນ ໄດ້ແຍກບ້ານຢູ່ກັບ ສາມີມາຊາຣິໂຣະ ຣິກາຊິເກະ ຊຶ່ງ ຕົ້ນສັງກັດທັງສອງກໍໄດ້ຍືນຍັນ ແລ້ວວ່າເປັນຄວາມຈິງ  ໂດຍຝ່າຍ ສາມີໄປອາໄສຢູ່ທີ່ອາພັດເມັນຂອງ ຄອບຄົວໃນກຸງໂຕກຽວສໍາລັບສາ ເຫດທີ່ແຍກກັນຢູ່ນັ້ນສື່ບອກວ່າ ເກີດຂຶ້ນເພາະຝ່າຍຊາຍໄປສະນິດ ສະນົມກັບ ເອຣິກະ ຄາຣາຕະ ດາວຮຸ່ງຍິງເຈົ້າຂອງສາຢາເທບທິດາແຫ່ງຍີ່ປຸ່ນ ສະແດງຮູບເງົາ ເກົາຫຼີ Arthdal Chronicles ອີກຕັ້ງແຕ່ 3 ປີກ່ອນ ຊຶ່ງເປັນຊ່ວງ ພັນລະນາຂອງມາຊາຣິໂຣະ ຣິກາຊິເກະ ຖືພາຄົນທີ 3, ໂດຍຕົ້ນສັງ ກັດມາຊາຣິໂຣະ ຣິກາຊິເກະ ເຜີຍ ວ່ານັກສະແດງໜຸ່ມພະຍາຍາມ ສຸດໆທີ່ຈະປະສານຮອຍຮ້າວຄວາມ ສໍາພັນ ມາຊາຣິໂຣະ ຣິກາຊິ ເກະ ບໍ່ຍອມຢ່ານັ້ນເຮັດໃຫ້  ມາຊາຣິໂຣະ ຣິກາຊິເກະ ຕ້ອງສະແດງເຈຕະ ນາທັງໝົດດ້ວຍການປ່ຽນວິຖິຊີວິດ ແລະທັດສະນະຄະຕິເພື່ອທີ່ຈະຟື້ນ ຟູຄວາມໄວ້ວາງໃຈໃນຖານະພໍ່ ແລະ ສາມີ.

  ແຕ່ເຖິງຢ່າງໃດກໍຕາມທາງດ້ານ ຕົ້ນສັງກັດຂອງ ເອຣິກະ ຄາຣາຕະ ໄດ້ອະທິບາຍວ່າຈາກຂໍ້ມູນຄັ້ງນີ້ຕົນເອງໄດ້ຮູ້ສຶກຜິດຫຼາຍກັບການກະທໍາທີວູ່ວາມ ນາງໄດ້ປະເຊີນກັບ ຄວາມອ່ອນແອຂອງຕົນເອງຄວາມ ຮູ້ເທົ່າບໍ່ເຖິງການຄິດນ້ອຍຈົນເປັນສາເຫດໃຫ້ເກີດເລື່ອງດັ່ງກ່າວເພື່ອ ໃຫ້ສາຖານະການນີ້ບໍ່ເກີດຂຶ້ນອີກ ເຮົາຈະໃຫ້ຄໍາແນະນໍາຢ່າງເຂັ້ມ ງວດຂອບໃຈສໍາລັບຄໍາແນະນໍາ ແລະກໍາລັງໃຈຂໍໂທດຫຼາຍໆ.

--------

ຮຽບຮຽງໂດຍ: ຟ້າ