ໂຕໂຢຕ້າລົງທຶນ 394 ລ້ານໂດລາ ພັດທະນາລົດບິນໄດ້

  ໂຕໂຢຕ້າບໍລິສັດລົດຂະໜາດໃຫຍ່ຂອງຍີ່ປຸ່ນປະກາດລົງ ທຶນຫຼາຍກວ່າ 394 ລ້ານໂດລາສະຫະລັດພັດທະນາລົດພະລັງງານ ໄຟຟ້າບິນໄດ້ສຳລັບໃຫ້ບໍລິການຂົນສົ່ງທາງອາກາດທີ່ໄວງຽບ ແລະ ປະຢັດ.

  ບໍລິສັດໂຕໂຢຕ້າມໍເຕີປະກາດ ລົງທຶນ 394 ລ້ານໂດລາ ໃນບໍລິ ສັດໂຈບີ ເອວິເອຊັນ (Joby Avia tion) ຊຶ່ງດຳເນີນການກ່ຽວກັບ ຍານພາຫະນະໄຟຟ້າບິນໄດ້ ໂດຍ ການລົງທຶນດັ່ງກ່າວມີຂຶ້ນໃນຊ່ວງ ທີ່ໂຕໂຢຕ້າກຳລັງຫາທາງຂະຫຍາຍ ສູ່ພາກອຸດສາຫະກຳໃໝ່ທ່າມກາງການປ່ຽນໂສມຢ່າງວ່ອງໄວໃນອຸດ ສາຫະກຳຍານຍົນໂລກ.

ນອກຈາກນີ້ທ່ານອາກິໂອະໂຕໂຍດະປະທານບໍລິສັດໂຕໂຢຕ້າໄດ້ ປະກາດວ່າຈະປ່ຽນແປງບໍລິສັດຈາກຜູ້ຜະລິດຍານຍົນເປັນບໍລິສັດດ້ານການຂົນສົ່ງ.

“ການຂົນສົ່ງທາງອາກາດເປັນເປົ້າໝາຍໄລຍະຍາວສຳລັບໂຕໂຢ ຕ້າ ແລະແມ່ນວ່າເຮົາຍັງຈະເດີນໜ້າເຮັດວຽກໃນທຸລະກິດຍານຍົນແຕ່ຂໍ້ຕົກລົງນີ້ເຮັດໃຫ້ເປົ້າໝາຍເຮົາຢູ່ ໃນທ້ອງຟ້າ” ທ່ານໂຕໂຍດະກ່າວ ເຖິງການລົງທຶນໃນບໍລິສັດໂຈບີ” ດ້ວຍຄວາມພະຍາຍາມອັນໜ້າຕື່ນ ເຕັ້ນຄັ້ງໃໝ່ນີ້ເຮົາຫວັງທີ່ຈະມອບ ຄວາມອິດສະລະໃນການເຄື່ອນທີ່ ແລະຄວາມເພີ່ງພໍໃຈກັບລູກຄ້າທຸກ ແຫ່ງທັງທາງບົກ ແລະທາງອາກາດ.