ເປີດງານມະຫາກຳກີລາມັດທະຍົມສຶກສາທົ່ວແຂວງບໍລິຄຳໄຊ

  ພິທີເປີດງານມະຫາກຳແຂ່ງຂັນກີລາ-ສີລະປະມັດທະຍົມສຶກສາທົ່ວ ແຂວງບໍລິຄຳໄຊ ຄັ້ງທີ IV ທີ່ເມືອງຄຳເກີດ ເປັນເຈົ້າພາບໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 27 ມັງກອນ ທີ່ເດີ່ນກີລາໂຮງຮຽນ ມສ ນະຄອນໄຊ, ຊຶ່ງໃຫ້ກຽດເຂົ້າຮ່ວມມີທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ທ່ານ ພິດສະໄໝ ໄຊຍະທິຈັກ ວ່າການ ເລຂາພັກເມືອງ ເຈົ້າເມືອງຄຳເກີດ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມພາລະ ແລະສີລະປະສຶກສາ, ມີບັນດາການນຳຂອງແຂວງ-ເມືອງ, ຫົວໜ້າພະແນກການ, ຫ້ອງການ, ຄູຝຶກ, ນັກກີລາທີ່ມາຈາກ 7 ຕົວເມືອງເຂົ້າຮ່ວມ.

  ທ່ານ ພິດສະໄໝ ກໍໄດ້ກ່າວຕ້ອນຮັບພ້ອມທັງລາຍງານຕະຫຼອດໄລຍະການຫ້າງຫາກະກຽມໃນການຈັດງານມະຫາກຳແຂ່ງຂັນກີລາ-ສີລະປະທົ່ວແຂວງໃນຄັ້ງນີ້ຊຶ່ງແມ່ນເຫດການປະຫວັດສາດສຳຄັນອັນໜຶ່ງໃນປີ 2020 ທີ່ຊາວເມືອງຄໍາເກີດໄດ້ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກເຂົ້າສູ່ຊີວິດຕົວຈິງໂດຍສຸມໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຄັ້ງທີ 5 ແລະແຜນພັດທະນາທ້ອງຖິ່ນຂອງຕົນຢ່າງເປັນຂະບວນການຟົດຟື້ນ ແລະເປັນຮູບປະທຳ, ສຳ ລັບງານແຂ່ງຂັນກີລາ-ສີລະປະມັດທະຍົມສຶກສາໃນຄັ້ງນີ້ ໄດ້ກຳນົດເອົາ 6 ປະເພດກີລາເຂົ້າຮ່ວມແຂ່ງຂັນຄື: ກີລາແລ່ນລານ,ບານເຕະ, ບານສົ່ງ, ກະຕໍ້, ເປຕັງ,ໝາກເສີກ ແລະສີລະປະວັນນະຄະດີປະກອບມີ 31 ລາຍການ, ມີຄະນະນຳ, ຄູຝຶກ ແລະນັກກີລາ ເຂົ້າຮ່ວມທັງໝົດ 1.000 ກວ່າຄົນ, ໂດຍຈະໄດ້ຊີງຫຼຽນໄຊທັງໝົດ 93 ຫຼຽນໃນນັ້ນຫຼຽນຄຳ 31 ຫຼຽນ, ຫຼຽນເງິນ 31 ຫຼຽນ ແລະຫຼຽນທອງ 31 ຫຼຽນ, ສ່ວນການແຂ່ງຂັນແມ່ນຈະໄດ້ດຳເນີນໄປຈົນຮອດວັນທີ 30 ມັງກອນ 2020 ຈຶ່ງສຳເລັດ.

   ພ້ອມນີ້ທ່ານ ບຸນມາ ບຸຈະເລີນ ປະທານຈັດງານແຂ່ງຂັນໄດ້ກ່າວເປີດງານຢ່າງເປັນທາງການພ້ອມທັງກ່າວຈຸດປະສົງໃນການຈັດງານມະຫາກຳແຂ່ງຂັນກີລາ-ສີລະປະນັກຮຽນມັດທະຍົມໃນຄັ້ງນີ້ວ່າ: ເປັນງານທີ່ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ແລະທັງເປັນພື້ນຖານໃຫ້ແກ່ການນຳ, ຄູຝຶກ, ນັກກີລາເພື່ອກະກຽມຄວາມພ້ອມ ໃນການເຂົ້າຮ່ວມງານມະຫາກຳກີລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 7 ທີ່ແຂວງສາລະວັນເປັນເຈົ້າພາບຈະຈັດຂຶ້ນໃນປີ  2022 ທີ່ຈະມາເຖິງນີ້.

___________

ໜັງສືພິມເສດຖະກິດ-ສັງຄົມ