ຮູບເງົາເລື່ອງ ແວນກາດສັ່ງເລື່ອນສາຍພ້ອມກັນ ທົ່ວໂລກ ຍ້ອນໄວຣັສ ໂຄໂຣນາ

  ບໍລິສັດ ທີແອນຄຼຸບີມີເດຍ ໂກລບອລ ປະເທດໄທຈໍາກັດ ແລະ ບໍລິສັດວໍເນີ ບຣາເດີ ປະເທດໄທຈໍາກັດຜູ້ຈໍາໜ່າຍຮູບເງົາເລື່ອງ ແວນກາດ ໜ່ວຍພິທັກຟັດຂ້າມ ໂລກໃນປະເທດໄທປະກາດດ່ວນ ເລື່ອນສາຍຮູບເງົາເລື່ອງແວນ ກາດທີ່ມີກໍານົດສານໃນວັນທີ 25 ມັງກອນ 2020 ນີ້.

  ເນື່ອງຈາກບໍລິສັດ ລິກຊ໌ ອິນ ເຕີຣ໌ເທນເມນທ໌ ກຣຸບ ຈໍາກັດ ໂຕແທນຜູ້ສ້າງຮູບເງົາເລື່ອງແວນ ກາດ ໄດ້ຖະແຫຼງຂ່າວປະກາດ ເລື່ອນວັນກໍາໜົດສາຍດັ່ງກ່າວທົ່ວ ໂລກເພື່ອເປັນການປ້ອງກັນ ແລະ ໃຫ້ການຮ່ວມມືກັບລັດຖະບານໃນ ການລະງັບການແຜ່ລະບາດຂອງ ເຊື້ອໄວຣັສປອດອັກເສບສາຍພັນໃໝ່ (ໄວຣັສໂຄໂຣນ່າ) ທີ່ກໍາລັງລະບາດໃນ ສປ ຈີນ ຮູບເງົາທຸກ ເລື່ອງລວມເຖິງຮູບເງົາເລື່ອງແວນກາດ ໜ່ວຍພິທັກຟັດຂ້າມໂລກທີ່ ມີກໍານົດສາຍໃນຊ່ວງເທສະການ ກຸດຈີນ ຈຶ່ງປະກາດຍົກເລີກການສາຍຕາມທີ່ກໍານົດໄວ້ ຈຶ່ງສົ່ງຜົນໃຫ້ທຸກປະທດທີ່ມີກໍານົດສາຍໃນມື້ດຽວກັນທັງໄທ,ຮົງກົງ,ມາເກົາ,ໄຕຫວັນ,ອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ຟິລິບປິນ ແລະອື່ນໆ,ມີຄວາມຈໍາເປັນຕ້ອງແຈ້ງລະງັບ ການສາຍຮູບເງົາເລື່ອງດັ່ງກ່າວ ເຊັ່ນດຽວກັນ, ທັງນີ້ເມື່ອຜູ້ຈັດຈໍາໜ່າຍຮູບເງົາເລື່ອງແວນກາດ ໃນປະເທດຈີນໄດ້ກໍານົດວັນສາຍຂຶ້ນອີກຄັ້ງທາງບໍລິສັດຈະແຈ້ງຂ່າວ ໃຫ້ແຟນໆຮູບເງົາໄດ້ຮັບຮູ້ອີກຄັ້ງ.

-----

ຮຽບຮຽງໂດຍ: ຟ້າ