ວາຍຟາຍ 6 ຫົວເຫວີ່ຍມີສ່ວນແບ່ງຕະຫຼາດ ເປັນອັນດັບໜຶ່ງທົ່ວໂລກ

  ຫົວເຫວີ່ຍຄອງສ່ວນແບ່ງ ຕະຫຼາດ Wi-Fi 6 ເປັນອັນດັບໜຶ່ງ ຂອງໂລກ (ລວມຕະຫຼາດອາເມ ລິກາເໜືອ) ລາຍງານຈາກຂໍ້ມູນສ່ວນແບ່ງຕະຫຼາດອຸປະກອນກະຈາຍສັນຍານ Access point ແບບໃຊ້ງານພາຍໃນອາຄານລຸ້ນ Wi-Fi 6 ທົ່ວໂລກທີ່ຈັດທຳໂດຍ ເດລໂອໂຣກຣຸບ (Dell’Oro Group) ຜູ້ນຳດ້ານວິເຄາະ ແລະ ວິໄຈຕະຫຼາດລະດັບໂລກໃນໄຕ ມາດສາມຂອງປີ 2018 ເຖິງໄຕ ມາດສາມຂອງປີ 2019.

  ເມື່ອເດືອນຕຸລາປີ 2018 ກຸ່ມ Wi-Fi Alliance ໄດ້ປະກາດລະບົບການຕັ້ງຊື່ລຸ້ນ Wi-Fi ແບບໃໝ່ໂດຍມາດຕະຖານ IEEE802.11 ax ໄດ້ມີຊື່ທີ່ເອີ້ນງ່າຍຂຶ້ນເປັນ Wi-Fi6 ຊຶ່ງເປັນລຸ້ນພັດທະນາມາຈາກ Wi-Fi 5 ທີ່ມີແບນວິດຕໍ່ຜູ້ໃຊ້ສູງສຸດ ແລະການຮອງຮັບຈຳນວນຜູ້ໃຊ້ ພ້ອມກັນເພີ່ມຂຶ້ນກວ່າ 4 ເທົ່າລວມ ທັງຄ່າຄວາມໜ່ວງ (Latency) ຫຼຸດລົງຫຼາຍກວ່າ 3 ເທົ່າເມື່ອທຽບ ກັບ Wi-Fi5.

  ດ້ວຍປະສິດທິພາບທີ່ດີຂຶ້ນຫຼາຍເທົ່າເຮັດໃຫ້ອົງກອນໂຮງຮຽນໂຮງໝໍ ແລະຜູ້ນຳໃນແວດວົງຕ່າງໆ ຈຳນວນຫຼາຍເລືອກໃຊ້ Wi-Fi6 ເພື່ອເຊື່ອມຕໍ່ອຸປະກອນທັງໝົດ ບົນເຄືອຂ່າຍຂອງອົງກອນ ແລະ ຮອງຮັບການໃຊ້ງານທີ່ລໍ້າສະໄໝ ເຊັ່ນການປະຊຸມຜ່ານວິດີໂອຄວາມ ຄົມຊັດສູງລະດັບ 4K/8K ການ ຮຽນການສອນແບບອິນເຕີແອັກ ທີຟດ້ວຍເຕັກໂນໂລຊີ VR ແລະ AR ການແພດທາງໄກ ແລະຫຸ່ນ ຍົນອັດສະລິຍະ.