ເມືອງບາຈຽງຈະເລີນສຸກ ປາຖະກະຖາເມດຕາສະແດງທຳ

  ສະຫະພັນແມ່ຍິງເມືອງບາຈຽງຈະເລີນສຸກ ຈັດປາຖະກະຖາທຳພິເສດເມດຕາສະແດງທຳໃນວັນທີ 23 ມັງກອນ 2020 ໂດຍການປາຖະກະຖາຈາກພະອາຈານມະ ຫານົນທະນັນ ພົມມະຈັກ ຮອງປະທານ ອພສ ແຂວງຈຳປາສັກ, ຫົວໜ້າກຳມາທິການເຜີຍແຜ່ສິລະທຳແຂວງຈຳປາສັກ.

  ທັງນີ້ກໍເພື່ອສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນແມ່ຍິງແຂວງຈຳປາສັກ, ວັນແມ່ຍິງສາກົນ 8 ມີນາຄົບຮອບ 110 ປີ ໃຫ້ເປັນຂະບວນຟົດຟື້ນ, ທັງເຮັດໃຫ້ເອື້ອຍນ້ອງແມ່ຍິງຮັບຮູ້ເຂົ້າໃຈຢ່າງເລິກຊຶ່ງກ່ຽວກັບຮີດຄອງປະເພນີອັນດີງາມຂອງຄົນລາວຊາວພຸດໂດຍສະເພາະແມ່ນການເຂົ້າວັດການເຮັດ ບຸນໃຫ້ທານ, ການຮັກສາສິນເພື່ອ ເປັນການຮັກສາມູນເຊື້ອແມ່ຍິງລາວໃຫ້ຢູ່ກັບແມ່ຍິງລາວຕະຫຼອດໄປ.

  ເຂົ້າຮ່ວມຮັບຟັງການປາຖະກະຖາໃນຄັ້ງນີ້ມີທ່ານ ນາງ ເຕດາວັນ ແກ້ວພິລາວັນ ຮອງປະທານສະຫະພັນແມ່ຍິງແຂວງຈຳປາສັກ, ທ່ານນາງ ທອງລ່ຽນສຸລະທາ ທອນ ປະທານສະຫະພັນແມ່ຍິງເມືອງບາຈຽງຈະເລີນສຸກ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ໜ່ວຍພ້ອມສະມາຊິກສະຫະພັນແມ່ຍິງອ້ອມຂ້າງເມືອງ, ພະ ນັກງານລັດຖະກອນ, ຄູ-ອາຈານ ແລະນັກຮຽນ ມສ ສຸກສຳພັນເຂົ້າຮ່ວມ 476 ຄົນ.

___________

ຂຽນໂດຍນໍ້າເໝີຍ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ