ທີມບານເຕະ ນວ ພ້ອມລຸຍກີລາແຫ່ງຊາດ ຄັ້ງທີ 11 “ຊຽງຂວາງ ເກມ”

  ທັບນັກກີລາບານເຕະນະຄອນຫຼວງວຽງຈັນ (ນວ) ເນັ້ນໃຊ້ນັກເຕະໜຸ່ມນ້ອຍພ້ອມລຸຍໝັ້ນໃຈຈະເຂົ້າຮອບດີທີ່ສຸດໃນການ ແຂ່ງຂັນບານເຕະຊາຍໃນງານມະຫະກໍາກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງ ວັນທີ 22 ມີນາ-1 ເມສາ 2020 ຫຼັງຈາກທີ່ຄັ້ງທີ່ຜ່ານມາຈອດພຽງຮອບແບ່ງກຸ່ມ, ສ່ວນບານເຕະຍິງ ຫວັງຮັກສາແຊັມ.

ອີງຕາມການໃຫ້ສໍາພາດຂອງ ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະນະຄອນ ຫຼວງວຽງຈັນ ໃຫ້ຊາບວ່າ: ທັບນັກກີລາບານເຕະຊາຍຂອງນະຄອນ ຫຼວງວຽງຈັນ ເລີ່ມປະກາດຮັບສະໝັກນັກເຕະທີ່ເປັນລູກຫຼານຊາວນະຄອນຫຼວງວຽງຈັນ ທົ່ວປະເທດຊຸດເຂົ້າຮ່ວມງານມະຫະກໍາກີລາ ແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໂດຍມີນັກກີລາເຂົ້າຮ່ວມຄັດ ເລືອກທັງໝົດ 165 ຄົນຕັ້ງແຕ່ ເດືອນຕຸລາ 2019 ໂດຍໄດ້ຄັດ ເລືອກ 3 ຄັ້ງທີ່ຜ່ານມາໃຫ້ເຫຼືອ 50 ຄົນ ແລະປະຈຸບັນເຫຼືອ 31 ຄົນ ສຸດທ້າຍ ກ່ອນຈະຄັດໃຫ້ເຫຼືອ 25 ຄົນສຸດທ້າຍຕາມໂກຕ້າ (ທີມຊາດ 4 ຄົນລົງແຂ່ງພ້ອມກັນໄດ້ 2) ແລະ ສົ່ງລາຍຊື່ໃຫ້ເຈົ້າພາບບໍ່ເກີນວັນທີ 26 ມັງກອນ 2020.

 “ສໍາລັບນັກກີລາຊຸດນີ້ພວກ ເຮົາເນັ້ນນັກກີລາໜຸ່ມນ້ອຍອາຍຸສະ  ເລ່ຍ 16-22 ປີ ໃນນັ້ນມີນັກເຕະ ທີມຊາດ 2 ຄົນ ຊຶ່ງປະຈຸບັນແມ່ນ ໄດ້ມີການຝຶກຊ້ອມຢ່າງເຕັມຮູບ ແບບ ແລະເຂົ້ານອນສອນ ໂດຍມີ ທ່ານ ສຸວັນໂນ ຫຼວງອາມາດ ອະດີດນັກເຕະທີມຊາດລາວ ເປັນຄູ ຝືກຊຸດນີ້ ແລະເລີ່ມຝຶກຊ້ອມມາຕັ້ງແຕ່ວັນທີ 21 ເດືອນທັນວາ 2019 ຈົນມາຮອດປະຈຸບັນເພື່ອ ຫວັງເຂົ້າຮອບເລິກໆໃຫ້ໄດ້ເພາະ ວ່າໃນບານເຕະຊາຍທີ່ອຸດົມໄຊ  ເກມ ເມື່ອປີ 2014 ພວກເຮົາບໍ່ປະສົບ ຜົນສໍາເລັດຢຸດພຽງຮອບແບ່ງກຸ່ມ, ສ່ວນບານເຕະຍິງ ຄັ້ງທີ 10 ທີ່ອຸດົມໄຊ ພວກເຮົາສາມາດຍາດໄດ້ ແຊັມແນ່ນອນຄັ້ງທີ 11 ທີ່ແຂວງ ຊຽງຂວາງ ນີ້ພວກເຮົາກໍຝຶກຊ້ອມ ຢ່າງຕໍ່ເນື່ອງ ແລະປະຈຸບັນຄັດນັກ ເຕະໄດ້ແລ້ວ 20 ຄົນຈາກບັນດາ ສະໂມສອນທົ່ວນະຄອນຫຼວງໃນນັ້ນມີ ເປ້ ພົມພັກດີ ກອງໜ້າທີມ ຊາດລາວ ທີ່ເປັນຕົວສໍາຄັນຂອງ ທີມເພື່ອກະກຽມປ້ອງກັນແຊັມ”ປະທານສະຫະພັນບານເຕະນະ ຄອນຫຼວງວຽງຈັນ.

---------

ໂດຍ: ບຸນນິກ