ສຶກສາອຸດົມໄຊ ເຂົ້າອວຍພອນກອງບັນຊາການ ທະຫານເມືອງໄຊ

 ວັນທີ 23 ມັງກອນ ຜ່ານມາ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວໄດ້ໝູນວຽນມາຄົບຮອບ 71 ປີ (20 ມັງກອນ 194920 ມັງກອນ 2020), ພະແນກສຶກສາ ແລະກີລາແຂວງອຸດົມໄຊໄດ້ຕາງໜ້າຂົງເຂດການສຶກສາເຂົ້າອວຍພອນກອງບັນຊາການທະຫານເມືອງໄຊນຳໂດຍທ່ານ ສົມສະນິດ ສຸດທິວົງ ຮອງຫົວ ໜ້າພະແນກສຶກສາ ແລະກີລາ ແຂວງອຸດົມໄຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງໄດ້ນຳເອົາກະຕ່າຂອງຂວັນພ້ອມດ້ວຍເງິນຈຳນວນໜຶ່ງເຂົ້າອວຍພອນໃຫ້ກອງບັນຊາ ການທະຫານເມືອງໃຫ້ກຽດຕ້ອນຮັບໂດຍທ່ານ ພັນໂທ ບຸນທອງ ແກ້ວປັນຍາ ຮອງເລຂາຄະນະພັກຮາກຖານກອງບັນຊາການທະຫານເມືອງໄຊ ພ້ອມດ້ວຍຄະນະ.

  ໃນພິທີທ່ານ ສົມສະນິດ ສຸດທິວົງ ຮອງຫົວໜ້າພະແນກສຶກສາ ແລະກີລາກໍ່ໄດ້ຕີລາຄາສູງຕໍ່ກຳລັງ ປະກອບອາວຸດທ້ອງຖີ່ນກໍ່ຄືກອງບັນຊາການທະຫານແຂວງອຸດົມ ໄຊ ຊຶ່ງຍາມໃດກໍ່ເປັນກຳລັງຫຼັກ ໃນການປົກປັກຮັກສາເຂດນໍ້າແດນດີນ, ທ້ອງຖີ່ນຂອງຕົນ ແລະປະເທດຊາດໄວ້ໃຫ້ໝັ້ນຄົງ, ເຮັດໃຫ້ສະພາບມີຄວາມສະຫງົບປອດໄພ, ພ້ອມທັງກ່າວອວຍພອນໃຫ້ຄະນະພັກ-ຄະນະບັນຊາ,ນາຍ ແລະພົນທະຫານທົ່ວກອງທັບເວົ້າລວມ, ເວົ້າສະເພາະແມ່ນນາຍ ແລະພົນທະຫານພາຍໃນກອງບັນຊາການທະຫານແຂວງອຸດົມໄຊເນື່ອງໃນໂອກາດວັນສ້າງຕັ້ງກອງທັບໄດ້ໝູນວຽນມາຄົບຮອບ 71 ປີໃນຄັ້ງນີ້ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ ແລະມີຜົນສຳເລັດໃນໜ້າທີ່ການງານທຸກປະການ.

  ໂອກາດດຽວກັນທ່ານ ພັນໂທບຸນທອງ ແກ້ວປັນຍາ ຮອງເລຂາຄະນະພັກຮາກຖານກອງບັນຊາການທະຫານເມືອງໄຊ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ພະແນກສຶກ ສາ ແລະກີລາແຂວງອຸດົມໄຊ ທີ່ເຫັນໄດ້ຄວາມສຳຄັນຕໍ່ພາລະກິດ ແລະໜ້າທີ່ຂອງກອງທັບປະຊາຊົນລາວພ້ອມທັງໄດ້ກ່າວອວຍພອນໃຫ້ຄະນະນຳ, ພະນັກງານຄູ-ອາ ຈານໃນທົ່ວພະແນກສຶກສາ ແລະກິລາແຂວງອຸດົມໄຊຈົ່ງມີແຕ່ຄວາມຜາສຸກສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານການສຶກສາ ແລະກີລາໃຫ້ປະສົບຜົນສຳເລັດເຊັ່ນດຽວ ກັນ.