ເຜີຍແຜ່ຮ່າງລະບຽບການໃຊ້ຢາຂ້າຫຍ້າໃຫ້ເມືອງນອງ

  ທາງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງສະຫວັນນະເຂດໄດ້ຈັດກອງປະຊຸມຜ່ານຮ່າງລະບຽບວ່າດ້ວຍການຄຸ້ມຄອງການນຳໃຊ້ຢາປາບວັດຊະພືດ (ຢາຂ້າຫຍ້າ) ໃຫ້ກັບບ້ານເປົ້າໝາຍເມືອງຂອງໃນວັນທີ 23 ມັງກອນ ທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການປົກຄອງເມືອງໂດຍການເປັນປະທານຂອງ ທ່ານ ຄຳທະຫວິນ ແກ້ວວົງສາ ຫົວໜ້າຫ້ອງວ່າການປົກຄອງເມືອງນອງ,ມີບັນດາຫົວໜ້າຫ້ອງການທີ່ກຽວຂ້ອງ,ເລາຂາໜ່ວຍພັກບ້ານ-ນາຍບ້ານຂອງກຸ່ມບ້ານເປົ້າໝາຍ ແລະ ທີມງານທີ່ມາຈາກແຂວງເຂົ້າຮ່ວມ.

  ໃນພີທີໄດ້ບັນຍາຍ ແລະຜ່ານຮ່າງລະບຽບວ່າດ້ວຍການຄຸ້ມຄອງການນຳໃຊ້ຢາປາບວັດຊະພືດ ຊຶ່ງວຽກງານດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອ ຈາກໂຄງການ (Gef) ຫຼື ໂຄງການຄຸ້ມຄອງຢາຂ້າຫຍ້າ ຊຶ່ງລະບຽບ ການດັ່ງກ່າວປະກອບມີ 7 ໝວດ, ມີ 18 ມາດຕາ ຊຶ່ງການສ້າງຮ່າງລະບຽບວ່າດ້ວຍການຄຸ້ມຄອງການນຳໃຊ້ຢາປາບວັດຊະພືດນີ້ແມ່ນຍ້ອນຄວາມເປັນຫ່ວງເປັນໄຍນຳພໍ່ແມ່ປະຊາຊົນໃນການໃຊ້ສານເຄມີທີ່ຜິດຕໍ່ລະບຽບ ຫຼືນຳໃຊ້ຢາຂ້າຫຍ້າເກີນຂະໜາດເພາະມັນຈະສົ່ງຜົນກະທົບຕໍ່, ຄົນ, ສັດ, ພືດ, ສິ່ງແວດລ້ອມ ແລະອື່ນໆ ດັ່ງນັ້ນ ຈຶ່ງໄດ້ມີການກຳນົດກົດ ລະບຽບ ແລະມາດຕາການໃນການຄຸ້ມຄອງອອກມາ ເພື່ອໃຫ້ຜູ້ທີ່ຊົມໃຊ້ຢາຂ້າຫຍ້າໄດ້ເຂົ້າໃຈເຖິງຜົນຮ້າຍຂອງສານເຄມີ ໂດຍສະເພາະແມ່ນປະຊາຊົນໃນກຸ່ມບ້ານເປົ້າໝາຍຄື: ບ້ານອາສີງສະແນະ, ອາສີງສາລີ, ອາ ປອກ, ລະເດີ, ແສນເກາະ, ກະແຫຼງພູ ແລະບ້ານປະລຽງທີ່ຍັງເຫັນວ່າມີ ການນຳໃຊ້ຢາຂ້າຫຍ້າເກີນຂະໜາດ ແລະນຳໃຊ້ບໍ່ຖືກຕາມລະບຽບການທີ່ວາງອອກ.

  ຕອນທ້າຍຂອງກອງປະຊຸມແມ່ນໄດ້ເປີດໂອກາດໃຫ້ບັນດານາຍບ້ານ, ເລຂາໜ່ວຍພັກ, ພາກສ່ວນກ່ຽວຂ້ອງປະກອບຄຳຄິດຄຳເຫັນໃສ່ຮ່າງ ລະບຽບຕື່ມອີກ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະສົມບູນຂຶ້ນກວ່າເກົ່າ, ຈາກນັ້ນກໍ່ໄດ້ຕົກລົງເຫັນດີເອົາບາງເນື້ອໃນໄປປັບປຸງຄືນ ເພື່ອໃຫ້ສອດ ຄ່ອງກັບທ້ອງຖິ່ນ ແລະໄດ້ເນັ້ນໜັກໃຫ້ບັນດາເລຂາໜ່ວຍພັກ, ນາຍບ້ານ ນຳເອົາຮ່າງລະບຽບດັ່ງກ່າວລົງໂຄສະນາເຜີຍແຜ່ໃນເຂດບ້ານຂອງໃຜ ລາວໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບຜົນຮ້າຍ ແລະຜົນກະທົບຕໍ່ກັບການ ນຳໃຊ້ຢາຂ້າຫຍ້າ.

__________

ຂຽນໂດຍ: ເມືອງນອງ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ