ລັດຖະມົນຕີກະຊວງສາທາຢືນຢັນລາວຍັງບໍ່ມີຜູ້ຕິດພະຍາດອັກເສບປອດ ພ້ອມແນະນຳວິທີປ້ອງກັນ

  ພາຍຫຼັງມີການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ Novol Corona Virui-nCOV ທີ່ ສປ ຈີນ ຊຶ່ງມາຮອດຕອນບ່າຍຂອງວັນທີ 27 ມັງກອນ ໄດ້ມີການລາຍງານກໍລະນີຄົນເຈັບທັງໝົດ 2.744 ກໍລະນີ, ເສຍຊີວິດ 80 ກໍລະນີ ແລະເຈັບໜັກ 461 ກໍລະນີ ຈົນເຮັດໃຫ້ເຊື້ອພະຍາດດັ່ງກ່າວມີການລະບາດບັນດາປະເທດທີ່ໃກ້ຄຽງແຕ່ສະເພາະ ສປປ ລາວ ແມ່ນຍັງບໍ່ມີການລາຍງານກໍລະນີຜູ້ຕິດເຊື້ອເທື່ອ.

  ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນເວລາປະມານ 14 ໂມງຂອງວັນ ທີ27 ມັງກອນຮູ້ວ່າ: ພາຍຫຼັງໄດ້ຮັບການລາຍງານຈາກກະຊວງສາທາລະນະສຸກຂອງ ສປ ຈີນ ກ່ຽວກັບພະຍາດດັ່ງກ່າວທາງກະຊວງສາທາລະນະສຸກ ສປປ ລາວ ເຮົາໄດ້ສຸມໃສ່ການຄວບຄຸມຕິດຕາມເຝົ້າລະວັງ ແລະຕອບໂຕ້ຢ່າງໃກ້ຊິດໂດຍໄດ້ແບ່ງທີມແພດລົງກວດພ້ອມປະກອນເຄື່ອງມືວິເຄາະ,ການປິ່ນປົວລົງປະຈຳເຂດທຸກດ່ານສາກົນ, ສະໜາມບິນສາກົນຫຼວງພະບາງ ແລະສະໜາມບິນສາກົນວັດໄຕຕະຫຼອດ 24 ຊົ່ວໂມງ.

  ພະຍາດດັ່ງກ່າວຊ່ຽວຊານຈາກ CDC ຈີນໄດ້ຢັ້ງຢືນວ່າເຊື້ອທີ່ເປັນສາເຫດຂອງພະຍາດດັ່ງກ່າວຈັດຢູ່ໃນຄອບຄົວຈຸລະໂລກ corona virus ຊຶ່ງອາການພະຍາດລວມມີ: ໄຂ້, ໄອ, ເຈັບຄໍ ແລະຫາຍໃຈຢາກໂດຍສາມາດຕິດຕໍ່ຄົນຫາຄົນໃນເວລາການສຳຜັດ, ໄອ, ຈາມ ແລະສັດທີ່ຕິດເຊື້ອຊຶ່ງຈະສະແດງອອກອາການໃນເວລາ 14 ວັນເມື່ອຮ່າງກາຍໄດ້ເກີດມີເຊື້ອພະຍາດນີ້ແລ້ວຖ້າບໍ່ໄປພົບແພດນັບແຕ່ເກີດມີອາການຈະເຮັດໃຫ້ອັກເສບປອດຫາຍໃຈຍາກຢ່າງຮຸນແຮງຈົນນຳມາເສຍຊີວິດ.

  ສຳລັບວິທີປ້ອງກັນຄວນຫຼີກເວັ້ນການເດີນທາງໄປເຂດທີ່ມີລະບາດ ຫຼືຊຸມຊົນທີ່ມີຄວາມສ່ຽງແອອັດບ່ອນມີຄົນຫຼາຍຖ້າມີຄວາມຈຳເປັນຕ້ອງໃຊ້ຜ້າອັດປາກ ແລະຄວນລ້າງມືໃຫ້ສະອາດດ້ວຍນໍ້າຢາຂ້າເຊື້ອ, ສະບູທຸກຄັ້ງ, ຫຼີກເວັ້ນການສຳຜັດໃກ້ຊິດກັບບຸກຄົນທີ່ມີອາການໄຂ້ຫວັດເຊັ່ນ: ໄອ, ຈາມ, ເຈັບຄໍ ແລະຫາຍໃຈຍາກ.

  ທ່ານ ດຣ ບຸນກອງ ສີຫາວົງ ກ່າວຕື່ມອີກວ່າ: ເຂດທີ່ມີຕິດເຊື້ອພະຍາດໄວຣັສໄປແລ້ວມີ: ຮົງກົງ 8 ກໍລະນີ, ມາເກົ້າ 5 ກໍລະນີ, ໃຕ້ຫວັນ 4 ກໍລະນີ, ປະເທດໄທ 7 ກໍລະນີ, ຫວຽດນາມ 2 ກໍລະນີ, ສິງກະໂປ 4 ກໍລະນີ, ຍີ່ປຸ່ນ 3 ກໍລະນີ, .ເກົາ ຫຼີ 3 ກໍລະນີ, ສະຫະລັດອາເມລິກາ 3 ກໍ ລະນີ, ຝຣັ່ງ 3 ກໍລະນີ, ອົດສະຕຣາລີ 4 ກໍລະນີ,ເນປານ 1 ກໍລະນີ, ມາເລຍເຊຍ 4 ກໍລະນີ, ແຄນນາດາ1 ກໍລະນີ ສ່ວນ ສປປ ລາວ ເຮົາແມ່ນຍັງບໍ່ມີການລາຍງານກໍລະນີຕິດເຊື້ອພະຍາດເທື່ອເນື່ອງຈາກວ່າມີກຸ່ມຄົນບໍ່ຫວັງດີລົງຂ່າວທາງສື່ສັງຄົມອອນລາຍວ່າມີກໍລະນີຕິດເຊື້ອພະຍາດ 1 ກໍລະນີແລ້ວຢູ່ໂຮງໝໍ 150 ຕຽງຈົນເຮັດສັງຄົມເຂົ້າໃຈຜິດສຳລັບເຫດການດັ່ງກ່າວແມ່ນມີນັກສຶກສາຈຳນວນໜຶ່ງໄດ້ເດີນທາງມາຈາກ ສປ ຈີນ ຊຶ່ງທາງພະນັກງານທີມແພດກໍ່ໄດ້ກວດສຸຂະພາບແລ້ວແມ່ນບໍ່ມີເຊື້ອໄວຣັສ corona virusພຽງແຕ່ກວດພົບເປັນໄຂ້ຫວັດທຳມະດາຈາກນັ້ນເພື່ອບໍ່ໃຫ້ກໍລະນີສົງໄສຈຶ່ງໄດ້ເຂົ້າມາກວດຢູ່ໂຮງໝໍໂດຍທີມແພດໄດ້ນຸ່ງເຄື່ອງPE ເພື່ອວິເຄາະຄົນເຈັບຈາກນັ້ນມີພາບຫຼຸດອອກມາທາງສື່ສັງຄົມອອນລາຍແລ້ວລົງຂ່າວທີ່ບໍ່ແມ່ນມູນຄວາມຈິງ.

__________

ຂຽນໂດຍແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ