ອາລິອັນສ໌ ປັບປຸງບໍລິການຮອບດ້ານ ແລະນຳສະເໜີປະກັນຊີວິດອຸ່ນໃຈຫາຍຫ່ວງ

  ບ່າຍວັນທີ 27 ມັງກອນ 2020, ບໍລິສັດອາລິອັນສ໌ ປະກັນໄພລາວ ໄດ້ຈັດງານຖະແຫຼງຂ່າວເຖິງການປັບປຸງການບໍລິການຢ່າງຮອບດ້ານຂອງບໍລິສັດພ້ອມທັງເປິດໂຕຜະລິດຕະພັນປະກັນຊີວິດແບບໃໝ່, ປະກັນຊີວິດອຸ່ນໃຈຫາຍຫ່ວງຂຶ້ນທີ່ສໍານັກງານໃຫຍ່ຂອງບໍລິສັດຊຶ່ງສະແດງໃຫ້ເຫັນເຖິງຜົນສໍາເລັດໃນການຍົກລະດັບການບໍລິການ ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ລູກຄ້າຜູ້ທີ່ໃຊ້ບໍລິການຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມຮັກສາຄວາມເປັນຜູ້ນໍາທາງດ້ານປະກັນໄພໃນລາວ.

  ໃນການດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເຫຼືອ ສີນໄຊວໍລະວົງ ປະທານສະພາບໍລິຫານບໍລິສັດອາລິອັນສ໌ ປະກັນໄພລາວ, ທ່ານນາງ ພິລານີ ພິດສະໄໝ ກຳມະ ການສະພາບໍລິຫານບໍລິສັດ ອາລິອັນສ໌ ປະກັນໄພລາວທ່ານ ກີອາ ໂປວີ ຜູ້ອຳນວຍການ ແລະ ທ່ານ ບຸນຖົມລໍມະນີ ຮອງຜູ້ອໍານວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍແຂກຖືກເຊີນຈາກຫຼາກຫຼາຍບໍລິສັດ ແລະນັກຂ່າວສື່ມວນຊົນ.

 ພາຍໃນງານໄດ້ມີການເປີດໂຕຜະລິດຕະພັນປະກັນຊີວິດແບບໃໝ່, ປະກັນຊີວິດອຸ່ນໃຈຫາຍຫ່ວງ (AGL Life Pro tection Insurance) ຊຶ່ງເປັນຜະລິດຕະພັນປະກັນຊີວິດຮູບແບບໃໝ່ທີ່ຖືກພັດທະນາຂຶ້ນເພື່ອຮອງຮັບບຸກຄົນທົ່ວໄປ ແລະກຸ່ມບໍລິສັດ ຫຼືອົງກອນທີ່ຕ້ອງການຊື້ປະກັນຊີວິດໃຫ້ກັບຕົນເອງ ແລະ ພະນັກງານຂອງຕົນເນື່ອງຈາກມີລາຄາບໍ່ແພງ ແລະ ຄ່າທໍານຽມແບບຄົງທີບໍ່ວ່າທ່ານຈະອາຍຸເທົ່າໃດກໍ່ຕາມປະກັນຊີວິດແບບໃໝ່ນີ້ໃຫ້ການຄຸ້ມຄອງກໍລະນີເສຍຊີວິດ ຫຼື ພິການຖາວອນຈາກພະຍາດ 100% ແລະກໍລະນີເກີດຈາກອຸບັດເຫດ 200% ຂອງວົງເງິນຄຸ້ມຄອງນອກນັ້ນຜູ້ເອົາປະກັນ ແລະຄອບຄົວຍັງໄດ້ຮັບເງິນອຸດໜູນຈາກປະກັນໄພແບບລາຍປີຈໍານວນ10% ຫຼື 20% ຂອງວົງເງິນເອົາປະກັນໄພທຸກປີໂດຍບໍ່ໄດ້ເສຍຄ່າທໍານຽມປະກັນໄພອີກ.

  ພ້ອມກັນນັ້ນກໍ່ມີການແຈ້ງເປີດຫ້ອງບໍລິການຈ່າຍສີນແທນປະຕູດຽວຊຶ່ງການຍົກລະດັບການບໍລິການດ້ານສິນທົດແທນປະກັນໄພເພື່ອໃຫ້ວ່ອງໄວຂຶ້ນໂດຍລວມສູນເອົາການຈ່າຍສີນທົດແທນທຸກປະເພດປະກັນໄພເຊັ່ນປະກັນໄພລົດ, ປະກັນສຸຂະພາບ ແລະປະກັນໄພຊັບສິນໄວ້ໃນບ່ອນດຽວ, ນໍາໃຊ້ລະບົບດິຈິຕອລເຂົ້າຊ່ວຍໃນຂະບວນການເຮັດວຽກເລີ່ມຕັ້ງແຕ່ຂັ້ນຕອນທີ່ລູກຄ້າໄດ້ແຈ້ງອຸບັດເຫດຈົນເຖິງດໍາເນີນການຈ່າຍເງິນຄືນເຮັດໃຫ້ຂັ້ນຕອນການພິຈາລະນາສັ້ນຂຶ້ນ ແລະ ໃຊ້ເວລາໜ້ອຍລົງ, ລູກຄ້າສາ ມາດຢືນເອກະສານສິນທົດແທນ ແລະຮັບເງິນຄືນຢູ່ຈຸດດຽວ. ສໍາລັບຫ້ອງບໍລິການຈ່າຍສິນແທນປະຕູດຽວເປົ້າໝາຍແມ່ນເພື່ອຮອງຮັບລູກຄ້າທີ່ເປັນລາຍບຸກຄົນ ແລະມີວົງເງິນຮຽກຮ້ອງສີນທົດແທນຈໍານວນບໍ່ສູງແມ່ນສາມາດຮັບເງິນຄືນໄດ້ພາຍໃນ 3-5 ວັນຖ້າຫາກເອກະສານຄົບຖ້ວນທຸກຢ່າງ ແລະ ເພື່ອໃຫ້ລູກຄ້າສາມາດໃຊ້ບໍລິການໄດ້ສະ ດວກຍີ່ງຂຶ້ນ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍັງໄດ້ຍ້າຍເອົາຫ້ອງຂາຍປະກັນໄພລົງມາໄວ້ຊັ້ນດຽວອີກດ້ວຍ.

  ເພື່ອຍົກລະດັບການບໍລິການໃຫ້ດີຍິ່ງຂຶ້ນບໍລິສັດອາລິອັນສ໌ ປະກັນໄພລາວ ຍັງໄດ້ພັດທະນາເຄື່ອງມືດິຈິຕອລ ແລະແອັບພິເຄເຊິນອອກມາຮັບໃຊ້ລູກຄ້າຢ່າງຫຼາກຫຼາຍເປັນຕົ້ນແມ່ນ AGL My Insurance App ຊຶ່ງເປັນແອັບພິເຄເຊິນທີ່ເຮັດໃຫ້ລູກຄ້າສາມາດກວດສອບສັນຍາປະກັນໄພຂອງຕົນເອງ, ຊອກຫາຕົວແທນຈໍາໜ່າຍ, ກວດສອບ ແລະ ຕິດຕາມຂັ້ນຕອນການຈ່າຍສິນທົດແທນຂອງຕົນເອງໂດຍບໍ່ຕ້ອງເສຍເວລາໂທ ຫຼື ເຂົ້າມາສອບຖາມທີ່ສໍານັກງານ, ປະຈຸບັນລູກຄ້າສາມາດຊື້ປະກັນໄພ ແລະ ຊໍາລະໄດ້ຢ່າງງ່າຍດາຍພຽງແຕ່ໂທຫາບໍລິສັດ ຫຼືຕົວແທນ ເພື່ອເຮັດສັນຍາປະກັນໄພແລ້ວລູກຄ້າກໍ່ສາມາດຈ່າຍຄ່າປະກັນໄພຜ່ານແອັບ BCELone ພຽງເທົ່ານີ້ສັນຍາກໍ່ຈະຖືກຄຸ້ມກັນທັນທີ.

  ນອນນີ້ ທ່ານ ກີ ອາໂປວີ ຜູ້ອໍານວຍການບໍລິສັດອາລິອັນສ໌ ປະກັນໄພລາວ ຍັງໄດ້ກ່າວແຈ້ງຕໍ່ສື່ມວນຊົນເຖິງຜົນສໍາເລັດອັນຍິ່ງໃຫຍ່ຂອງບໍລິສັດຊຶ່ງກໍ່ຄືການຊື້ ແລະເປັນເຈົ້າຂອງຕຶກອາຄານເອເອັນແຊັດຊຶ່ງຫາກໍ່ສໍາເລັດການເຊັນສັນຍາຊື້-ຂາຍກັນມານັບເປັນອີກບາດກ້າວທີ່ສະແດງໃຫ້ເຫັນທີ່ການເຕີບໃຫຍ່ ແລະໝັ້ນຄົງຂອງບໍລິສັດ ແລະ ພ້ອມທີ່ຈະໃຫ້ບໍລິການແກ່ສັງຄົມລາວຢ່າງບໍ່ຢຸດຢັ້ງ.

  ບໍລິສັດອາລິອັນສ໌ ປະກັນໄພລາວ ໄດ້ໃຫ້ບໍລິການດ້ານປະກັນໄພແກ່ສັງຄົມລາວມາໄດ້ 30 ປີ ໃຫ້ການສະໜອງຜະ ລິດຕະພັນປະກັນໄພຢ່າງຮອບດ້ານແກ່ລູກຄ້າລາຍບຸກຄົນ ແລະນິຕິບຸກຄົນກໍ່ຄືບໍລິສັດຊຶ່ງລວມມີ: ປະກັນໄພລົດ, ປະກັນໄພຊັບສິນ ແລະຄວາມຮັບຜິດຊອບ, ປະກັນສຸຂະພາບ ແລະຊີວິດ.

---------------

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ