ສຳມະນາກ່ຽວກັບການສ້າງ ແລະກວດການິຕິກຳ

(ກົມນິຕິກຳ) ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີຄວາມສາມາດໃນການສ້າງ ແລະກວດການິຕິກຳໂດຍການສະໜັບສະໜູນຈາກສະຖາບັນຄົ້ນຄວ້າ ແລະຝຶກອົບຮົມຍຸຕິທຳກະຊວງຍຸຕິທຳປະເທດຍີ່ປຸ່ນ ແລະອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຂຶ້ນໃນວັນທີ 27-28 ມັງກອນ 2020 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບູນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ; ມີທ່ານຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ຊີ້ນໍາກົມນິຕິກໍາ; ອາດີດປະທານກໍາມາທິການກົດໝາຍສະພາແຫ່ງຊາດ; ອາ ດີດຮອງລັດຖະມົນຕີກະຊວງຍຸຕິທຳ; ວິທະຍາກອນ ແລະພະນັກງານວິຊາການຈາກກະຊວງ/ອົງການທຽບເທົ່າ, ພ້ອມດ້ວຍຜູ້ຕາງໜ້າບັນດາກົມ ແລະຫໍປະຊຸມແຫ່ງ ຊາດທີ່ຂຶ້ນກັບຫ້ອງວ່າການສຳນັກງານນາຍົກລັດຖະມົນຕີເຂົ້າຮ່ວມ.

ທ່ານ ບູນເກີດ ສັງສົມສັກ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືລະຫວ່າງສອງລັດ ແລະປະຊາຊົນສອງຊາດລາວ ແລະຍີ່ປຸ່ນໄດ້ຮັບການພັດທະນາ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍດ້ານເປັນຕົ້ນໂຄງການຮ່ວມມືການພັດທະນາວິຊາການດ້ານກົດໝາຍ ແລະຍຸຕິທຳໂຄງການພັດທະນາຊັບພະຍາກອນມະນຸດໃນຂົງເຂດຍຸຕິທຳໄລຍະທີ 1, ໄລ ຍະທີ 2 ແລະໂຄງການຮ່ວມມື ແລະການພັດທະນາຢ່າງຍືນຍົງ.

  ນອກນັ້ນ, ການສຳມະນາຄັ້ງນີ້ຍັງເປັນການຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມພົບປະ, ການຮ່ວມມືແລກປ່ຽນບົດຮຽນປະສົບການ, ທັງເປັນການເພີ່ມທະວີ ແລະຮັດແໜ້ນສາຍພົວພັນຮ່ວມມື, ຄວາມສາມັກຄີລະຫວ່າງຫ້ອງວ່າການທີ່ມີມູນເຊື້ອຊ່ວຍເຫຼືອເຊິ່ງກັນ ແລະກັນຕະຫຼອດມາ, ຊຶ່ງສະແດງອອກສອງຝ່າຍໄດ້ມີການເຄື່ອນ ໄຫວແລກປ່ຽນບົດຮຽນ,ປະສົບການເຊິ່ງກັນ ແລະກັນໃນວຽກງານການເປັນເສນາທີການ,ບໍລິການ ແລະຮັບໃຊ້ໃຫ້ລັດຖະບານ, ນາຍົກລັດຖະມົນຕີຂອງແຕ່ລະປະເທດ.

  ນອກຈາກການແລກປ່ຽນບົດຮຽນປະສົບການທາງດ້ານນິຕິກຳ ແລະພຶດຕິກຳຕົວຈິງຂອງສອງປະເທດແລ້ວ, ຊ່ຽວຊານທາງດ້ານກົດໝາຍຂອງລາວໄດ້ສະເໜີບົດຮຽນດ້ານການສ້າງ ແລະກວດກາຄວາມສອດຄ່ອງຂອງນິຕິກຳຢູ່ຂັ້ນສູນກາງ ແລະທ້ອງຖິ່ນ,ບົດຮຽນດ້ານລະບົບການບັງຄັບໃຊ້ກົດໝາຍ (ອຳນາດລັດນິຕິບັນຍັດ,ຕຸລາ ການ, ບໍລິຫານ), ບົດຮຽນດ້ານການສ້າງລັດທີ່ປົກຄອງດ້ວຍກົດໝາຍຢູ່ລາວ, ພ້ອມກັນນີ້ຍັງມີຊ່ຽວຊານດ້ານກົດໝາຍຈາກສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມຍຸຕິທຳຍີ່ປຸ່ນ, ກະຊວງຍຸຕິທໍາປະເທດຍີ່ປຸ່ນໄດ້ແລກປ່ຽນປະສົບການ, ຂໍ້ຄິດເຫັນ ແລະ ບົດຮຽນດ້ານລະບົບການສ້າງ ແລະ ກວດກາຄວາມສອດຄ່ອງນິຕິກຳຂອງປະເທດຍີ່ປຸ່ນ, ແລກ ປ່ຽນປະສົບການຈາກການຊ່ວຍເຫຼືອບັນດາປະເທດກຳລັງພັດທະນາກ່ຽວກັບຫົວຂໍ້ການສ້າງ ແລະກວດກາຄວາມສອດຄ່ອງຂອງນິຕິກຳ, ລະບົບການສຶກສາແລະເຜີຍແຜ່ ກົດໝາຍຂອງປະເທດຍີ່ປຸ່ນ.

 ນອກນັ້ນ, ທ່ານປະທານກອງປະຊຸມສຳມະນາຍັງໄດ້ເນັ້ນໜັກ ແລະຮຽກຮ້ອງມາຍັງວິທະຍາກອນ ແລະສຳມະນາກອນຈົ່ງເອົາໃຈໃສ່ສຸມສະຕິປັນຍາ ແລະຍົກສູງຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການແລກປ່ຽນຄຳຄິດຄຳເຫັນ, ປະສົບການ, ພຶດຕິກຳຕົວຈິງ ແລະຊ່ວຍເຫຼືອກັນເພື່ອໃຫ້ສາມາດບັນລຸເປົ້າໝາຍທີ່ໄດ້ຕັ້ງໄວ້.

______________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ