ງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວຮັບຄວາມສົນໃຈ

  ສຳເລັດງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວຄັ້ງທີ 6 ໂດຍໄດ້ຮັບຄວາມສົນໃຈຫຼາຍຈາກສັງຄົມງານວາງສະແດງຜະລິດຕະພັນເຟີນິເຈີໄມ້ລາວຄັ້ງທີ 6 ປະຈຳປີ 2020 ງານເລີ່ມວາງຂາຍນັບແຕ່ວັນທີ 11-19 ມັງກອນ 2020 ທີ່ສູນການຄ້າລາວໄອເຕັກນະຄອນຫຼວງວຽງຈັນ ໂດຍມີ 68 ຫົວໜ່ວຍຂົນສິນຄ້າເຂົ້າຮ່ວມວາງສະແດງຊຶ່ງງານດັ່ງກ່າວແມ່ນໄດ້ຮັບຄວາມສົນໃຈຫຼາຍໂດຍເຫັນວ່າມີລູກຄ້າເຂົ້າມາຊື້ສິນຄ້າຫຼາຍກວ່າງານວາງສະແດງເຟີນິເຈີຄັ້ງຜ່ານໆມາເຮັດ ໃຫ້ຍອດຂາຍສິນຄ້າເພີ່ມຂຶ້ນທ່ານ ກອງມາລາ ພົມມາໄລ ຮອງປທານສະມາຄົມເຟີນິເຈີລາວ, ຜູ້ຊີ້ນໍາການຈັດງານກ່າວວ່າ: ການຈັດງານດັ່ງກ່າວແມ່ນເພື່ອຜັນຂະຫຍາຍຕາມເນື້ອໃນຂອງແຈ້ງການຄໍາສັ່ງເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ, ເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຢືນຍົງໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບຈາກໄມ້, ຫວາຍ ແລະ ໄມ້ປ່ອງໃຫ້ມີຫຼາກຫຼາຍຜະລິດຕະພັນຕາມທີ່ສັງຄົມປະຈຸບັນຕ້ອງການສຳລັບຫ້ອງວາງສະແດງແມ່ນມີຫົວໜ່ວຍທຸລະກິດມີ 164 ຫ້ອງ ໂດຍຫົວຫນ່ວຍທຸລະກິດ ແລະໂຮງງານທີ່ເຂົ້າຮ່ວມ 68 ຫົວໜ່ວຍຈາກ 11 ແຂວງ 1 ນະຄອນຫຼວງນອກຈາກນີ້ຍັງມີຫົວໜ່ວຍທຸລະກິດໂອດັອບອີກຈຳນວນຈຳນວນ 26 ຫ້ອງ ຊຶ່ງກິດຈະກໍາໃນງານມີການວາງສະ ແດງຊື້-ຂາຍສິນຄ້າ, ສາທິດການຜະລິດເຄື່ອງເຟີນິເຈີໄມ້ ແລະແກະສະຫຼັກໄມ້, ຈົກສະຫຼາກຊີງລາງວັນ,ການສະແດງສີນລະປະດົນຕີ ແລະອື່ນໆອີກຫຼາກຫຼາຍກິດຈະກຳໃນທຸກຄໍ່າຄືນ.


  ການຈັດງານຄັ້ງນີ້ມີມູນຄ່າຊື້-ຂາຍທັງໝົດ 70-80% ຈາກສິນຄ້າທີ່ມາຮ່ວມມູນຄ່າທັງໝົດ 10 ຕື້ກວ່າກີບ ໂດຍມີຜູ້ ທີ່ເຂົ້າຊົມງານບໍ່ຫຼຸດ 2 ແສນຄົນ ຊຶ່ງເຫັນວ່າງານຄັ້ງນີ້ແມ່ນໄດ້ຮັບຄວາມສົນໃຈຫຼາຍກວ່າງານວາງສະແດງຄັ້ງຜ່ານໆມາ ແລະມີບັນຍາກາດຄຶກຄື້ນດີສົມຄວນໂດຍສະເພາະວັນເສົາ-ອາທິດມີລູກຄ້າເຂົ້າມາເບິ່ງສິນຄ້າ ແລະເລືອກຊື້ເປັນຈຳນວນຫຼວງຫຼາຍທ່ານ ກອງມາລາ ພົມມາ ໄລກ່າວຕື່ມ.