ໄຊຍະ ປະຕິບັດ 360 ໂຄງການຂອງລັດ

  ທ່ານນາງ ຄໍາມີ ຈັນທີບ ຫົວໜ້າພະແນກແຜນການ ແລະການລົງທຶນ ແຂວງໄຊຍະບູລີ ໄດ້ມີຄໍາເຫັນໃນກອງປະຊຸມຄົບຄະນະບໍລິການງານພັກແຂວງຄັ້ງທີ 14 ສະໄໝທີ VI ທີ່ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ວ່າ: ປີ 2019 ແຂວງໄຊຍະບູລີ ມີແຜນການລົງທຶນຂອງລັດທັງໝົດ 362 ໂຄງການ, ເປັນທຶນ 40,78 ຕື້ກີບ, ໃນນັ້ນທຶນບ້ວງປົກກະຕິ 238 ໂຄງການ, ເປັນທຶນ 15,16 ຕື້ກີບ, ທຶນຟື້ນຟູໄພພິບັດ 35 ໂຄງການ, ເປັນທຶນ 9,84 ຕື້ກີບ, ທຶນຈັດສັນພູມລໍາເນົາ, ທຶນພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ 51 ໂຄງການ, ເປັນທຶນ 4,79 ຕື້ກີບ.

  ຢ່າງໃດກໍຕາມແຕ່ສາມາດປະຕິບັດໄດ້ທັງໝົດ 360 ໂຄງການ, ມູນຄ່າ 40,65 ຕື້ກີບ, ເທົ່າກັບ 99,68% ຂອງແຜນການ, ໃນນີ້: ທຶນປົກກະຕິລວມທັງໂຄງການໄພພິບັດປະຕິບັດໄດ້ 283 ໂຄງການ, ມູນຄ່າ 30,46 ຕື້ກີບ, ທຶນພັດທະນາເມືອງໃໝ່ປະຕິບັດໄດ້ 28 ໂຄງການ, ມູນຄ່າ 4,78 ຕື້ກີບ, ທຶນພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກປະຕິບັດໄດ້ 33 ໂຄງການ, ມູນຄ່າ 2,93 ຕື້ກີບ, ທຶນຈັດສັນພູມລໍາເນົາ ແລະບ່ອນທໍາມາຫາກິນຂອງປະ ຊາຊົນປະຕິບັດໄດ້ 18 ໂຄງການ, ມູນຄ່າ 1,86 ຕື້ກີບ.

 ສໍາລັບທຶນຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດທີ່ໄດ້ຈັດຕັ້ງປະຕິບັດຕົວຈິງໃນປີ 2019 ມີທັງໝົດ 46 ໂຄງການ, ມູນຄ່າ 9,52 ລ້ານໂດລາສະຫະລັດ, ເທົ່າກັບ 28% ຂອງແຜນການປີ, ໃນນີ້ກູ້ຢືມ 7 ໂຄງການ, ມູນຄ່າ 5,79 ລ້ານກວ່າໂດລາສະຫະລັດ, ທຶນຊ່ວຍເຫຼືອລ້າ 39 ໂຄງການ, ມູນຄ່າ 2,45 ລ້ານໂດລາສະຫະລັດ.

  ການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດໃສ່ຂະແໜງການຕ່າງໆທີ່ເປັນບຸລິມະສິດຂອງແຂວງທີ່ໄດ້ອານຸຍາດໃຫ້ດໍາເນີນກິດຈະການສໍາປະທານ 11 ໂຄງການ, ມູນຄ່າ 11 ລ້ານກວ່າໂດລາສະຫະລັດ, ໃນນີ້: ທຶນພາຍໃນ 6 ໂຄງການ, ມູນຄ່າ 5,42 ລ້ານໂດລາສະຫະລັດ ແລະທຶນຕ່າງປະເທດ 5 ໂຄງ ການ, ມູນຄ່າ 6,12 ລ້ານໂດລາສະຫະລັດ, ທຽບໃສ່ແຜນການປີປະຕິບັດໄດ້ 62,04%.