ລັດຖະມົນຕີເຢຍລະມັນກ່າວການຫ້າມຫົວເຫວີຍ ອາດເຮັດໃຫ້ການໃຊ້ 5ຈີ ຊ້າເຖິງ 10 ປີີ

  ລັດຖະບານອາເມລິກາ ຕ້ອງການໃຫ້ປະເທດເພື່ອນບ້ານ ຊາດຕ່າງໆຫ້າມໃຊ້ຫົວເຫວີຍລວມ ທັງເຕັກໂນໂລຊີ 5ຈີ ຕ່າງໆຂອງ ບໍລິສັດແຕ່ເບິ່ງແລ້ວເຢຍລະມັນ ຈະບໍ່ເຫັນດີນຳ ແລະຍັງຄົງເລືອກ ໃຊ້ອຸປະກອນ 5ຈີ ຂອງຫົວເຫວີຍ ຕໍ່ໄປ.

 Horst Seehofer ລັດຖະ ມົນຕີວ່າການກະຊວງພາຍໃນຂອງ ເຢຍລະມັນໄດ້ເຕືອນວ່າຫາກຫົວ ເຫວີຍຖືກກີດກັນອອກຈາກການ ເປີດໂຕ  ແລະໃຊ້ງານ 5ຈີ ຈະເຮັດ ໃຫ້ເຢຍລະມັນໄດ້ໃຊ້ 5ຈີ ຊ້າໄປ ເຖິງ 10 ປີຂ້າພະເຈົ້າບໍ່ເຫັນວ່າ ເຮົາຈະສາມາດຕິດຕັ້ງໂຄງຂ່າຍ 5ຈີ ເຢຍລະມັນໃນໄລຍະອັນສັ້ນ ໄດ້ຫາກບໍ່ມີ Huawei ຮ່ວມມືນຳ Horst Seehofer ກ່າວ.

Horst Seehofer ຢໍ້າວ່າ ເຮົາບໍ່ຕ້ອງການກີດກັນ Hua wei  ແຕ່ກໍບໍ່ໄດ້ປ່ອຍປະລະເລີຍເລື່ອງ ຄວາມໝັ້ນຄົງ ແລະຄວາມປອດໄພຂອງຊາດເລື່ອງຄວາມປອດໄພ ຍັງເປັນສິ່ງສຳຄັນ ຊຶ່ງລັດຖະບານເຢຍລະມັນສາມາດປັບໃຊ້ມາດຕະການຄວາມປອດໄພເພີ່ມເຕີມໄດ້.