ຖໍ້າພະຈັນ ສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມສົນໃຈຫຼາຍສົມຄວນ

  ດ້ວຍຄວາມງາມແບບທຳ ມະຊາດສ້າງຂຶ້ນ ໂດຍບໍ່ມີຜູ້ໃດປັ້ນ ແຕ່ງ ໂດຍສະເພາະກໍ່ແມ່ນຄວາມ ງົດງາມຂອງຫີນງອກທີ່ມີນໍ້າຍ້ອຍໄຫຼຜ່ານຫຼາຍພັນປີລວມທັງເປັນ ຖໍ້າຮູໂລ່ງ ສາມາດເຂົ້າອອກໄດ້ສະບາຍ, ເປັນຖໍ້າຊອດທີ່ມີນໍ້າພອນ ໄຫຼຜ່ານປະມານ 350 ແມັດ ກໍ່ຊອດອອກເອີ້ນວ່າ “ຖໍ້າພະຈັນ”ກໍ່ຍ້ອນວ່າພາຍໃນຖໍ້າມີພະພຸດທະຮູບທີ່ເຮັດດ້ວຍໄມ້ຈັນປະດິດສະ ຖານຢູ່, ແຕ່ກ່ອນພະອົງນີ້ແມ່ນ ປິ່ນໜ້າໄປໃສ່ກວນໝາກຫຸ່ງ (ປິ່ນລົງໃຕ້) ສາຍຕາຂອງພະອົງແມ່ຕົກໃສ່ຈຸດໃດຈະມີປະກາຍແກ້ວ ອອກແຕ່ພາຍຫຼັງຄົນຂີ້ຢາເຈາະ ເອົາລູກແກ້ວອອກຈາກພະສຽນ ຂອງພະອົງແມ່ອົງນີ້ແລ້ວພະອົງຜູ້ ກໍ່ສະເດັດໜີໃນເວລາທີ່ຊາວບ້ານ ໄດ້ແກ້ໂສ້ທີ່ລ່າມໄວ້ອອກ, ຈາກນັ້ນຈິ່ງເອົາຫັນໜ້າມາທິດຕາເວັນ ຕົກ ແລະນຳເອົາພະພຸດທະຮູບອີກ ຫຼາຍອົງມາປະດິດສະຖານໄວ້ອອກ,ເມື່ອຮອດເດືອນ 5 ເພັງ, ຊາວ ບ້ານຈະພ້ອມພາກັນເຮັດບຸນນະມັດ ສະການພະຈັນຢູ່ເປັນປະຈຳ.

    ຖໍ້າພະຈັນ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຫຼາຍສົມຄວນເນື່ອງຈາກວ່າສະຖານທີ່ທ່ອງທ່ຽວແຫ່ງນີ້ມີຄວາມງາມທີ່ເປັນເອກະລັກແບບທຳມະຊາດ ໂດຍສະເພາະກໍ່ແມ່ນຫີນງອກທີ່ປົ່ງ ຊ້ອນຂຶ້ນພາຍໃນຖໍ້າ ຊຶ່ງເປັນຖໍ້າ ທີ່ມີຊື່ສຽງຂອງແຂວງຄຳມ່ວນ, ພ້ອມກັນນັ້ນຖໍ້າພະຈັນ ຍັງເປັນສະຖານທີ່ພັກຜ່ອນທີ່ໄດ້ຮັບຄວາມນິ ຍົມຂອງບັນດາປະຊາຊົນທ້ອງຖິ່ນ ຈະເຫັນໃນງານເທດສະການທີ່ສຳຄັນຕ່າງໆ ເປັນຕົ້ນແມ່ນບຸນປີໃໝ່ ສາກົນ,ປີໃໝ່ລາວ ແລະອື່ນໆ, ໂດຍສ່ວນໃຫຍ່ແລ້ວຜູ້ຄົນຈະນິຍົມ ກັນໄປກິນເຂົ້າປ່າເນື່ອງຈາກວ່າ ທຳມະຊາດອ້ອມຂ້າງບໍລິເວນຖໍ້າ ດັ່ງກ່າວລ້ວນແຕ່ມີປ່າໄມ້ທີ່ອຸດົມ ສົມບູນໃຫ້ຄວາມສົດຊື່ນ.

---------

ໂດຍ: ວົງມະນີ