ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະພະນັກງານຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ

  ໃນຕອນບ່າຍ ຂອງວັນທີ 21 ມັງກອນ 2020 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມພະນັກງານຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຢູ່ທີ່ສະຖາບັນດັ່ງກ່າວ, ໂດຍມີການນຳ ແລະ ພະນັກງານພາຍໃນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ການຕ້ອນຮັບຢ່າງອົບອຸ່ນ.

   ​​​ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກທ່ານ ລີເບີ ລີບົວປາວ, ຮັກສາການຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດກ່ຽວ ກັບການຈັດຕັ້ງປະຕິບັດວຽກງານຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຂາດໃນໄລຍະຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ, ຊຶ່ງເຫັນວ່າ: ດ້ານການຈັດຕັ້ງ: ສະ ຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດປະກອບມີ 4 ສູນຄົ້ນວ້າ ແລະ 1 ຫ້ອງການ, ມີພະນັກງານທັງໝົດ 102 ທ່ານ. ໃນນັ້ນ, ມີນັກຄົ້ນຄວ້າລະດັບປະລິນຍາເອກ 9 ທ່ານ, ຍິງ 2 ທ່ານ, ປະລິນຍາໂທ 38 ທ່ານ, ຍິງ 13 ທ່ານ, ປະລິນຍາຕີ 50 ທ່ານ, ຍິງ 22 ທ່ານ; ດ້ານວຽກງານວິຊາສະເພາະ: ສາມາດເຮັດສຳເລັດໜ້າທີ່ການເມືອງໃນການຄົ້ນຄວ້າ, ທີ່ພົ້ນເດັ່ນເປັນຕົ້ນໄດ້ມີບົດລາຍງານຕີລາຄາສະພາບພົ້ນເດັ່ນເສດຖະກິດມະຫາພາກ ແລະບາງສິ່ງທ້າທາຍເພື່ອແກ້ໄຂໃນຕໍ່ໜ້າເປັນແຕ່ລະໄລຍະ ; ໄດ້ຮ່ວມກັບຂະແໜງການກ່ຽວຂ້ອງສຳເລັດການສ້າງຍຸດທະສາດການເຕີບໂຕສີຂຽວຂອງ ສປປ ລາວ; ສຳເລັດການຄົ້ນຄວ້າກ່ຽວກັບສະພາບ ແລະໂຄງສ້າງລາຄາສິນ ຄ້າທີ່ຈຳເປັນ; ໄດ້ຮ່ວມກັບອົງການໄຈກ້າຂອງປະເທດຍີ່ປຸ່ນສຳເລັດຄົ້ນຄວ້າດ້ານນະໂຍບາຍ ກ່ຽວກັບການສ້າງສະຖຽນລະພາບດ້ານການເງິນ ຢູ່ ສປປ ລາວ; ໄດ້ສຳເລັດການຄົ້ນຄວ້າກ່ຽວກັບການປັບປຸງລັດວິສາຫະກິດ ແລະ ສະຫະກອນໃນຮູບແບບໃໝ່; ການພັດທະນາເຂດເສດຖະກິດພິເສດຢູ່ ສປປ ລາວ ແລະ ຫົວຂໍ້ຍ່ອຍອື່ນໆ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດຈະສຸມໃສ່ສືບຕໍ່ຄົ້ນຄວ້າບັນດາຫົວຂໍ້ສຳຄັນທີ່ລັດຖະບານມອບໝາຍໃຫ້ເປັນຕົ້ນສືບຕໍ່ຄົ້ນຄວ້າຫົວຂໍ້ປະເມີນການແກ້ໄຂຄວາມທຸກຍາກໄລຍະຜ່ານມາ ແລະທິດທາງການແກ້ໄຂໃນຕໍ່ໜ້າຕາມທິດຍືນຍົງ; ການພັດທະນາຂະແໜງພະລັງງານ ແລະບໍ່ແຮ່ຕາມທິດຍືນຍົງ; ການຢຸດຕິການຖາງປ່າເຮັດໄຮ່; ຕັດໄມ້ທຳລາຍປ່າ ແລະການສົ່ງອອກໄມ້ທ່ອນ; ການສ້າງແຜນແມ່ບົດຄຸ້ມຄອງການທ່ອງທ່ຽວເມືອງວັງວຽງຕາມທິດຍືນຍົງ ແລະ ວຽກອື່ນໆ ຕາມຄວາມຈຳເປັນຂອງການພັດທະນາເສດຖະກິດ-ສັງຄົມ ແລະຄວາມຮຽກຮ້ອງຕ້ອງການຂອງລັດຖະບານໃນໄລຍະຕໍ່ໜ້າ.

  ​​​​​​​​​ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຄວາມບຸກໜ້າບືນຕົວ, ຄວາມພະຍາຍາມຂອງຄະນະພັກ, ຄະນະນຳ ແລະ ພະນັກງານທົ່ວສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດທີ່ໄດ້ເປັນເຈົ້າການ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ໃຫ້ສະຖາບັນຈົ່ງສືບຕໍ່ຮັກສາ ແລະສີມຂະຫຍາຍມູນເຊື່ອອັດີງາມດັ່ງກ່າວນີ້, ນອກຈາກນີ້ທ່ານນາຍົກລັດຖະມົນຕີຍັງໄດ້ເນັ້ນໜັກໃຫ້ເຫັນເຖິງບົດບາດສຳຄັນຂອງວຽກການຄົ້ນຄວ້າຕໍ່ກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພາະຜົນການຄົ້ນຄວ້າແຕ່ລະໄລຍະຖືເປັນເອກະສານສຳຄັນນຳໃຊ້ເຂົ້າໃນການວາງແຜນກໍ່ຄືການພັດທະນາເສດຖະກິ-ສັງຄົມຂອງຊາດໃຫ້ມີລັກສະນະວິທະຍາສາດ, ມີປະສິດທິພາບ, ປະສິດທິຜົນສູງແນໃສ່ເຮັດໃຫ້ເສດຖະກິດເຕີບໂຕມີຄຸນນະພາບ ແລະຍືນຍົງຕາມແນວທາງ ແລະນະໂຍບາຍຂອງພັກ ແລະລັດຖະບານໄດ້ກຳນົດໄວ້.


​​​​​​​​​​  ອັນສຳຄັນ, ເພື່ອເປັນການຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໃຫ້ກາຍເປັນເສນາທິການວຽກຄົ້ນຄວ້າບັນຫາທາງດ້ານເສດຖະກິດທີ່ມີຄຸນະພາບ ແລະປະສິດທິຜົນສູງສຸດ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກໃຫ້ສະຖາບັນເອົາໃຈໃສ່ຕໍ່ບາງບັນຫາຕື່ມອີກເປັນຕົ້ນໃຫ້ພະນັກງານທຸກຄົນມີຄວາມອຸ່ນອຸ່ຽນທຸ່ນທ່ຽງ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດຕາມທີ່ພັກ-ລັດ ມອບໝາຍໃຫ້; ໃຫ້ເປັນເຈົ້າການໃນການຄົ້ນຄວ້າຫົວຂໍ້ຕ່າງໆ ທີ່ຈະເປັນປະໂຫຍດໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ, ໂດຍມີການຈັດລຽງບູລິມະສິດຂອງຫົວຂໍ້ຢ່າງຄັກແນ່ ແລະຄົ້ນຄວ້າຢ່າງມີຈຸດສຸມແທ້ໆ; ຕ້ອງເປັນເຈົ້າການພັດທະນາຕົນເອງໃນການຍົກລະດັບທາງດ້ານຄວາມຮູ້ຄວາມສາມາດໃຫ້ກາຍເປັນນັກວິທະຍາສາດໃຫ້ຫຼາຍຂຶ້ນທາງດ້ານຈຳນວນ ແລະຄຸນນະພາບ; ນອກ ຈາກນັ້ນ, ທ່ານນາຍົກລັດຖະມົນຕີຍັງໄດ້ຍົກເອົາບັນຫາ ແລະ ຫົວຂໍ້ຈຳນວນໜຶ່ງເພື່ອໃຫ້ພະນັກງານກໍ່ຄືສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດໄດ້ນຳໄປພິຈາລະນາ, ຫາກເຫັນບັນຫາໃດຈະເປັນປະໂຫຍດແກ່ປະເທດຊາດ ແລະປະຊາຊົນກໍ່ກຳນົດເຂົ້າໃນແຜນການຄົ້ນຄວ້າໃນຕໍ່ໜ້າ.​

----------------

ໜັງສືພິມເສດຖະກິດ-ສັງຄົມ