ກຽມສ້າງຄອນໂດທັນສະໄໝໃນ ນວ

  ບໍລິສັດ ການຢານ ກຣຸບ ລົງນາມຮ່ວມກັບບໍລິສັດເວວແອນເອໂບເພື່ອຮ່ວມກໍ່ສ້າງແລະພັດທະນາໂຄງການໂມເດີນລິບວິ້ງ@ການຢານ Modern Living kanyanໂຄງການນີ້ເປັນໜຶ່ງໃນໂຄງການສ້າງທີ່ພັກອາໄສທີ່ສະດວກສະບາຍໃນລາຄາປະຢັດຢູ່ໃນລາວ.

 ພິທີເຊັນສັນຍາໄດ້ຈັດຂຶ້ນໃນວັນທີ 20 ມັງກອນ 2020 ທີ່ໂຮງແຮມຄາວພາຊ່ານະຄອນຫຼວງວຽງຈັນ ຊຶ່ງລົງນາມໂດຍທ່ານແອຣອນອືຜູ້ອຳນວຍການບໍລິສັດການຢານກຣຸບ ແລະທ່ານ ເຣມ້ອນ ວ່ອງ ກໍາມະການ ຜູ້ອໍານວຍການຂອງບໍລິສັດເວວແອນເອໂບ ພ້ອມດ້ວຍແຂກທີ່ຕາງໜ້າ ແລະບັນດາທີມງານຈາກສອງພາກສ່ວນເຂົ້າຮ່ວມ.

  ທ່ານ ແອຣອນອື ກ່າວວ່າ: ໂຄງການ ໂມເດີນລິບວິ້ງ @ ການຢານ Modern Living kanyan ນີ້ຕັ້ງຢູ່ບ້ານໂພນສະຫວ່າງເມືອງຫາດຊາຍຟອງຈະຊ່ວຍໃຫ້ຄົນລາວເຮັດວຽກສາມາດຊື້ທີ່ພັກອາໄສໃນຕົວເມືອງວຽງຈັນ ໄດ້ທີ່ພັກອາໄສແບບປະສົມປະສານໂມເດີນລິບວິ້ງຄອມເພັກຂອງການຢານຈະສະໜອງທີ່ພັກທີ່ສະດວກສະບາຍ ແລະຍືນຍົງໃນຕົວເມືອງວຽງຈັນ ໄດ້ເຖິງ 432 ຫ້ອງ, ແຕ່ລະຫ້ອງມີພື້ນທີ່ 24 ຕາແມັດ ພຽບພ້ອມດ້ວຍສິ່ງອໍານວຍຄວາມສະດວກຕ່າງໆຂອງທີ່ພັກແບບທັນສະໄໝຊຶ່ງໃນນັ້ນກໍ່ລວມເຖິງລະບົບນໍ້າໃຊ້, ແອເຢັນ ແລະເຄື່ອງເຟີນີເຈີຄົບຊຸດ.

  ສ່ວນແຜນກໍ່ສ້າງໂຄງການດັ່ງກ່າວແມ່ນເລີ່ມໃນເດືອນເມສາ 2020 ນີ້ ຄາດວ່າຈະໃຊ້ເວລາກໍ່ສ້າງ 12 ເດືອນ ມີມູນຄ່າປະມານ 6 ລ້ານໂດລາສະຫະລັດ, ໂດຍຈະມີລາຄາ 20 ພັນໂດລາຕໍ່ ຫ້ອງນອກນັ້ນ, ຍັງສາມາດຈ່າຍຜ່ອນໄດ້ເປັນເວລາ 10 ປີພ້ອມນັ້ນບໍລິສັດການຢານ ກຣຸບ ຍັງມີແຜນທີ່ຈະຂະຫຍາຍໂຄງການສ້າງຄອນໂດມີນຽມລາຄາຖືກອີກກວ່າ 10 ພັນຫ້ອງອ້ອມຮອບຕົວເມືອງນະຄອນຫຼວງວຽງຈັນ ໃນທົດສະວັດນີ້.

 ປັດໄຈຫຼັກທີ່ເຮັດໃຫ້ໂຄງການນີ້ມີຄວາມແຕກຕ່າງຈາກໂຄງການອື່ນນັ້ນກໍ່ຄືວິໄສທັດຂອງບໍລິສັດການຢານກຣຸບທີ່ຕ້ອງການຢາກບັບປຸງເງື່ອນໄຂການດໍາລົງຊີວິດຂອງຄົນລາວດ້ານທີ່ພັກອາໄສທີ່ທັນສະໄໝຂຶ້ນ, ບໍລິສັດການຢານກຣຸບມີຄວາມຕັ້ງໃຈຢາກບັນລຸເປົ້າໝາຍໂດຍ ການສ້າງສິ່ງອໍານວຍຄວາມສະດວກດ້ານການສຶກສາພາສາອັງກິດ ແລະພາສາຈີນດ້ວຍມາດຕະຖານລະດັບສາກົນພາຍໃນໂຄງການທີ່ຜັກດັ່ງກ່າວຊຶ່ງມີຄ່າຮຽນລາຄາຖືກພຽງແຕ່ 10 ໂດລາຕໍ່ ເດືອນເທົ່ານັ້ນ.

____________

ຂຽນໂດຍ: ແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511