ໂຮງໝໍເມືອງຫາດຊາຍຟອງໄດ້ຮັບອຸປະກອນ ການແພດ

 ໂຮງຮຽນນາໆຊາດປັນຍາ ທິບໄດ້ມອບອຸປະກອນກ້ອງສ່ອງ ກວດຕາໃຫ້ໂຮງໝໍເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບໃຫ້ຫຼາຍຂຶ້ນ ແລະເປັນການຮັບໃຊ້ວຽກງານ ການປິ່ນປົວຄົນເຈັບໄດ້ດີຂຶ້ນອີກ ດ້ວຍ.

  ພິທີມອບອຸປະກອນດັ່ງກ່າວໄດ້ຈັດຂຶ້ນວັນທີ 20 ມັງກອນ 2020 ທີ່ໂຮງໝໍເມືອງຫາດຊາຍຟອງ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ຄໍາພົ້ວ ສຸທິສົມບັດ ຫົວໜ້າກົມ ປິ່ນປົວ ກະຊວງສາທາລະນະສຸກ, ທ່ານ ຄໍາແກ່ງ ດວງພະຈັນ ຮອງ ເຈົ້າເມືອງໆຫາດຊາຍຟອງ, ທ່ານ ນາງ ປາດຖະໜາ ປັນຍາທິບ ຜູ້ອໍາ ນວຍການໂຮງຮຽນນາໆຊາດປັນ ຍາທິບ, ທ່ານ ດຣ ໄຊຍັງວົງ ດວງ ມະນີ ຮອງຄະນະພະແນກສາທາ ລະນະສຸກນະຄອນຫຼວງ ພ້ອມດ້ວຍ ວິຊາການ ແລະຊ່ຽວຊານດ້ານ ການແພດເຂົ້າຮ່ວມ.

  ທ່ານ ນາງ ປາດຖະໜາ ປັນຍາທິບ ກ່າວວ່າ: ອີງໃສ່ຕົວເລກການ ກວດກາຄົນເຈັບແກ່ນຕາຂຸ້ນ ແລະ ຜ່າຕັດແກ່ນຕາຂຸ້ນໃນປີ 2018 ແລະ 2019 ຜ່ານມາເຫັນວ່າມີຄົນເຈັບເປັນຈໍານວນຫຼາຍ ສະນັ້ນ, ການທີ່ໄດ້ມອບອຸປະກອນການ ແພດຄືກ້ອງສ່ອງກວດຕາຈໍານວນ1 ຊຸດ ລວມມູນຄ່າ 25 ລ້ານກີບ ໃຫ້ແກ່ໂຮງໝໍເມືອງຫາດຊາຍຟອງ ຖືເປັນຄວາມພາກພູມໃຈຂອງພວກເຮົາທີ່ໄດ້ຊ່ວຍເຫຼືອສັງຄົມ ແລະ ຊ່ວຍເຫຼືອວຽກງານການແພດໃຫ້ຫຼາຍຂຶ້ນນອກຈາກນີ້, ຍັງເປັນ ການເພີ່ມປະສິດທິພາບໃຫ້ແກ່ແພດ ໝໍໃນການປິ່ນປົວທີ່ດີຂຶ້ນ ແລະ ສາມາດນໍາໄປໃຊ້ໃຫ້ເກີດປະໂຫຍດ ໄດ້ໃນພາຍພາກໜ້າອີກດ້ວຍ.

  ທ່ານ ດຣ ຄໍາພົ້ວ ສຸທິສົມບັດ ໄດ້ ກ່າວວ່າ: ອີງໃສ່ການສະເໜີຂອງ ໜ່ວຍງານກວດ ແລະປິ່ນປົວຂອງ ໂຮງໝໍເມືອງຫາດຊາຍຟອງສົມ ທົບກັບພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ແລະສູນ ຕາທົ່ງປົ່ງໄດ້ເຫັນເຖິງການກວດ ກາເພື່ອຮັບໃຊ້ປະຊາຊົນທີ່ເປັນພະຍາດກ່ຽວກັບຕາທີ່ມາບໍລິການໃນໂຮງໝໍເມືອງຫາດຊາຍຟອງຫຼາຍ ແຕ່ຍັງຂາດອຸປະກອນການແພດ ໂດຍສະເພາະແມ່ນກ້ອງກວດສ່ອງ ຕາຊຶ່ງເປັນຄວາມໂຊກດີທີ່ທາງ ໂຮງຮຽນນາໆຊາດປັນຍາທິບໄດ້ ອຸປະຖໍາຊ່ວຍເຫຼືອ ໂດຍໄດ້ເຫັນ ເຖິງຄວາມສໍາຄັນໃນວຽກງານ ກວດ ແລະຮັກສາສຸຂະພາບຕາ ຂອງພໍ່ແມ່ປະຊາຊົນ ຫວັງຢ່າງຍິ່ງ ວ່າຈະໃຫ້ການຊ່ວຍເຫຼືອສືບຕໍ່ໄປ ເລື້ອຍໆ ແລະອຸປະກອນການແພດນີ້ພວກເຮົາຈະນໍາໃຊ້ເພື່ອໃຫ້ເກີດ ຜົນປະໂຫຍດອັນສູງສຸດ.

---------

ໂດຍ: ແພງຕາ