ສພຂ ໄຊສົມບູນ ຮັບຮອງເອົາຫຼາຍບັນຫາສໍາຄັນ

  ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາປະຊາຊົນ ແຂວງໄຊສົມບູນ (ສພຂ) ຊຸດທີ I ໄດ້ໄຂຂຶ້ນໃນລະຫວ່າງວັນທີ 15-17 ມັງກອນ 2020 ທີ່ສະໂມ ສອນເມືອງອະນຸວົງ ພາຍໃຕ້ການ ເປັນປະທານຂອງ ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມ ຂອງທ່ານ ພົຕ ຄຳລຽງ ອຸທະໄກ ສອນເຈົ້າແຂວງໄຊສົມບູນ, ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 18, ສະມາຊິກສະພາປະຊາຊົນແຂວງ, ມີການນຳ ຂອງແຂວງ, ພະແນກການ, ອົງ ການ-ກົມກອງ, ພະນັກງານບຳນານ ແລະພາກສ່ວນທີ່ກ່ຽວຂ້ອງ.ກອງປະຊຸມຄັ້ງນີ້ ສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງທີ 18 ແລະສະມາຊິກສະພາປະຊາຊົນແຂວງ ໄດ້ສຸມທຸກສະຕິປັນຍາເຂົ້າໃນການປະກອບຄຳ ຄິດ-ຄຳເຫັນບົນພື້ນຖານຄວາມ ເປັນເອກະພາບ ທັງມີຂໍ້ຊັກຖາມ ບັນດາພະແນກການກ່ຽວກັບການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດທີ່ໄດ້ຮັບມອບ ໝາຍ ແລະຮັບຟັງລາຍງານສະ ພາບການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງ ແຂວງປະຈໍາປີ 2019 ແລະທິດ ທາງແຜນການ ປະຈຳປີ 2020, ທັງມີການຄົ້ນຄວ້າປຶກສາຫາລື ເພື່ອວາງທິດທາງການເຄື່ອນໄຫວ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນຕໍ່ໜ້າ ໂດຍ ເນັ້ນໃສ່ການແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າເປັນ ບັນຫາສຳຄັນ ແລະສອດຫ້ອຍກັບ ການປັບປຸງລະບົບການເຮັດວຽກ ຂອງແຕ່ລະພາກສ່ວນພາຍໃນ ແຂວງໃຫ້ມີຄວາມໜັກແໜ້ນ ແລະ ຮັດກຸມຂຶ້ນກວ່າເກົ່າ.

  ພ້ອມນີ້ກອງປະຊຸມໄດ້ມີຄວາມ ເປັນເອກະພາບ ແລະຕົກລົງພິຈາລະນາຮັບຮອງເອົາບັນຫາທີ່ສຳຄັນຕ່າງໆຂອງແຂວງ ເປັນຕົ້ນ ພິຈາລະນາຮັບຮອງເອົານິຕິກຳໃຕ້ກົດໝາຍຂອງແຂວງ ຈໍານວນ 1 ສະບັບ, ພິຈາລະນາຮັບຮອງເອົາ ການສະເໜີແຕ່ງຕັ້ງບຸກຄະລາກອນ ຂອງອົງການປົກຄອງແຂວງ 1 ຕຳແໜ່ງຄື: ທ່ານ ດຣ ບົວເກດ ວົງປະເສີດ ຮັກສາການຫົວໜ້າພະແນກສາທາລະນະສຸກແຂວງ ເປັນຫົວໜ້າພະແນກສາທາລະນະສຸກ ແຂວງໄຊສົມບູນ,ພິຈາລະຮັບຮອງ ເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານຂອງ ແຂວງ ປະຈໍາປີ 2019 ແລະທິດ ທາງແຜນການປະຈຳປີ 2020 ຂອງອົງການປົກຄອງແຂວງ, ພິ ຈາລະນາຮັບຮອງເອົາວຽກງານ ຂອງອົງການຕຸລາການ, ຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາປະຊາຊົນແຂວງກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະທິດທາງແຜນການປະຈຳປີ 2020 ຂອງສະພາປະຊາຊົນແຂວງໄຊສົມບູນ ຊຸດທີ I ແລະຮັບຮອງເອົາການປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ດໍາລົງຕໍາແໜ່ງທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະຮັບຮອງການແຕ່ງຕັ້ງ ແລະບັນຫາທີ່ສຳຄັນອື່ນໆອີກຈຳນວນໜຶ່ງ.

   ທ່ານ ບຸນສຸກ ຈອມວິສານ ໄດ້ຮຽກຮ້ອງມາຍັງຄະນະປະຈຳສະພາປະຊາຊົນແຂວງ, ບັນດາກຳມະ ການ, ຄະນະເລຂາທິການ, ອົງ ການປົກຄອງແຂວງ, ອົງການ ແນວລາວສ້າງຊາດແຂວງ ແລະ ບັນດາອົງການຈັດຕັ້ງປະຫາຊົນ ຈົ່ງສືບຕໍ່ປຸກລະດົມທຸກພາກສ່ວນ ເສດຖະກິດ ແລະປະຊາຊົນລາວ ບັນດາເຜົ່າ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້.

----------

ໂດຍ: ນໍ້າເໝີຍ