ທລຍ ປະເມີນວຽກແກ້ໄຂຄວາມທຸກຍາກ

  ກອງປະຊຸມປະເມີນການຈັດຕັ້ງປະຕິບັດວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ປະຈຳປີ 2019 ແລະວາງທິດທາງການຈັດຕັ້ງປະຕິບັດ 2020 ໄດ້ຈັດ ຂຶ້ນເມື່ອບໍ່ດົນມານີ້ ທີ່ສະໂມສອນ ເມືອງອາດສະພອນ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສີພັນ ສຸວັນນະສານ ຮອງເຈົ້າເມືອງອາດສະພອນ, ມີທ່ານ ແສງເພັດ ວັນນະວົງ ຕາງໜ້າ ທລຍ ສູນກາງ, ທ່ານ ຄອນໄຊ ອິນທິລາດ ຫົວໜ້າ ທລຍ ແຂວງສະຫວັນນະເຂດ, ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງພ້ອມດ້ວຍຜູ້ປະສານງານ ທລຍ ຂັ້ນບ້ານທັງ 16 ບ້ານເຂົ້າຮ່ວມ.

ໃນກອງປະຊຸມທ່ານ ບຸນຫຼາຍ ຈັນທະວິໄລ ຕາງໜ້າ ທລຍ ປະຈຳເມືອງອາດສະພອນ ກໍ່ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ທລຍ ປະຈຳປີ 2019, ທລຍ ໄດ້ເລີ່ມເຂົ້າມາຈັດຕັ້ງປະຕິບັດໂຄງການແຕ່ປີ 2017 ເປັນຕົ້ນມາ, ກິດຈະກຳຫຼັກທີ່ເຮັດພາຍໃນເມືອງແມ່ນກໍ່ສ້າງ ແລະສ້ອມແປງພື້ນຖານໂຄງລ່າງ,ວຽກງານທົດລອງກຸ່ມສ້ອມແປງທາງ RMG ແລະສ້ງຄວາມເຂັ້ມແຂງ,ໃນປີ 2019 ໄດ້ຈັດຕັ້ງປະຕິບັດ17 ໂຄງການໃນນັ້ນຂະແໜງສຶກສາທິການ 9 ໂຄງການ ແລະຂະແໜງໂຍທາທິ ການ 8 ໂຄງການ,ນຳໃຊ້ງົບປະມານທັງໝົດ 3.997 ລ້ານກວ່າກີບ ໃນນັ້ນທຶນພາຍໃນ (GOL) 1.473 ລ້ານກວ່າກີບ,ທຶນຕ່າງປະເທດ (WB&SDC) 2.266 ລ້ານກວ່າກີບ ແລະປະຊາຊົນປະກອບສ່ວນ 257 ລ້ານກວ່າກີບ.

  ສຳລັບທິດທາງໃນຕໍ່ໜ້າຂອງ ທລຍ ໃນປີ 2020 ຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 9 ໂຄງການ, ໂດຍໃຊ້ບ້ວງທຶນລັດຖະບານ ແລະທຶນອົງການຮ່ວມມືດ້ານການພັດທະນາປະເທດເຊີວິດ (SDC) ໂດຍສຸມໃສ່ຂະແໜງການພັດທະນາພື້ນຖານໂຄງລ່າງ 2 ຂະແໜງການຄື: ຂະແໜງການໂຍທາທິການ ແລະຂະແໜງການສຶກສາທິການເປັນ ຕົ້ນ, ໃນກອງປະຊຸມກໍ່ຍັງໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ຜູ້ປະສານງານ ທລຍ ຂັ້ນບ້ານ ແລະມອບໃບຍ້ອງຍໍ-ສັນລະເສີນຕໍ່ຜູ້ທີ່ປະກອບສ່ວນຜົນງານປະກອບສ່ວນເຂົ້າໃນວຽກງານຂອງ ທລຍ ຕື່ມອີກ.

__________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ