ຕິດຕາມການກໍ່ສ້າງ-ສ້ອມແປງເສັ້ນທາງ ເມືອງອາດສະພອນ

 ເມື່ອອາທິດຜ່ານມາທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ, ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ແລະພາກສ່ວນກ່ຽວຂ້ອງມີທ່ານ ຄຳມາ ທຳມະວົງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງເມືອງ, ທ່ານ ຄອງມາ ເຮົ້າຄອງຄູນ ຫົວໜ້າຫ້ອງການແຜນການ ແລະການລົງທຶນເມືອງ, ໄດ້ລົງຕິດຕາມການກໍ່ສ້າງ ແລະສ້ອມແປງເສັ້ນທາງ 2 ເສັ້ນຄື: ເສັ້ນທາງຈາກເທສະບານ ເມືອງອາດສະພອນ ຫາ ທາງເລກທີ 09 ເມືອງອາດສະພັງທອງ ແລະ ເສັ້ນທາງຈາກເທສະບານເມືອງອາດສະພອນ ຫາທາງເລກທີ 10.

 ທ່ານ ໂຈມມາ ຄອຍສົມບັດ ຮອງຫົວໜ້າຫ້ອງການ ຍທຂ ເມືອງກໍ່ໄດ້ລາຍງານຄວາມຄືບໜ້າໃນການກໍ່ສ້າງສ້ອມແປງເສັ້ນທາງທັງສອງເສັ້ນໃນໄລຍະຜ່ານມາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນຈາກເທສະບານເມືອງ ອາດສະພອນ ຫາທາງເລກທີ 09 (ເມືອງອາດສະພັງທອງ) ແລະ ເສັ້ນທາງຈາກເທສະບານເມືອງອາດສະພອນ ຫາທາງເລກທີ 10 ໄດ້ເລີ່ມດຳເນີນການມາແຕ່ປີ 2018 ຮອດປະຈຸບັນແມ່ນກຳລັງຢູ່ໃນຂັ້ນຕອນການດຳເນີນການກໍ່ສ້າງຕາມເຕັກນິກວິຊາການແຕ່ກໍ່ຍ້ອນສະພາບຜົນກະທົບຈາກໄພທຳມະຊາດເກີດມີໄພນ້ຳຖ້ວມໃນໄລຍະກາງປີທີ່ຜ່ານມາເຮັດໃຫ້ຫຍຸ້ງຍາກຫຼາຍດ້ານການກໍ່ສ້າງຈຶ່ງໄດ້ຢຸດຊົ່ວຄາວຊຶ່ງສົ່ງໃຫ້ມີການແກ່ຍາວເວລາໃນການດຳເນີນການກໍ່ສ້າງ,ສຳລັບການກໍ່ສ້າງເສັ້ນທາງຈາກເທສະບານ ເມືອງອາດສະພອນ ຫາທາງເລກທີ 09 ມີ ໄລຍະທາງລວມ 24 ກິໂລ ແມັດ,ມີຂົວ 3 ແຫ່ງ, ປະຈຸບັນແມ່ນຢູ່ໃນການຂັ້ນຕອນການປັບລະດັບບໍ່ວ່າຈະເປັນຄວາມສູງຂອງທາງ ແລະຄວາມກວ້າງຂອງໜ້າທາງຮ່ອງລະບາຍນ້ຳໃຫ້ຖືກຕາມເຕັກນິກວິຊາການ, ສ່ວນເສັ້ນທາງຈາກເທສະບານເມືອງອາດສະພອນ ຫາ ທາງເລກທີ 10 ໄລຍະທາງ 23 ກິໂລແມັດ ແລະມີຈຸດວາງທໍ່ຜ່ານທາງບາງຈຸດໃນນັ້ນໄດ້ມີການວາງທໍ່ຜ່ານທາງແລ້ວ 8 ຈຸດ, ການກໍ່ສ້າງສ້ອມແປງເສັ້ນທາງດັ່ງ ກ່າວນີ້ ແມ່ນບໍລິສັດຄູນໄຊພັດທະນາ ເປັນຜູ້ຮັບເໝົາກໍ່ສ້າງ, ນອກຈາກນີ້ແລ້ວທາງບໍລິສັດຍັງໄດ້ຊ່ວຍລ້າໃນການປັບລະດັບໜ້າເດີ່ນຕໍ່ໜ້າຫ້ອງວ່າການເມືອງອາດສະພອນ ແລະສ້ອມແປງເສັ້ນທາງຂ້າງຕະຫຼາດຮຸ່ງເຮືອງ ເທສະບານເມືອງອາດສະພອນດ້ວຍມູນຄ່າ 57 ລ້ານກວ່າກີບ.

ທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ກໍ່ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງໂດຍສະເພາະແມ່ນຫ້ອງການ ຍທຂ ເມືອງຕ້ອງໄດ້ເອົາໃຈໃສ່ລົງຕິດຕາມກວດກາຢ່າງເປັນປົກກະຕິເພື່ອໃຫ້ຮັບປະກັນທາງດ້ານຄຸນນະພາບຂອງເສັ້ນທາງ ແລະສຳເລັດຕາມຂັ້ນຕອນການຈັດຕັ້ງປະຕິບັດ, ເພື່ອໃຫ້ພໍ່ແມ່ປະຊາຊົນຊາວເມືອງອາດສະພອນ ໄດ້ຊົມໃຊ້ເສັ້ນທາງທຽວໄປມາຄ້າຂາຍສະດວກສະບາຍຍິ່ງຂຶ້ນ.

___________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ