ຣີວິວໄມໂຄຣຊອຟ ເຊີເຟຊແລັບທ໊ອບ 3 15 ນິ້ວ ຄັ້ງທຳອິດທີ່ໃຊ້ຂຸມພະລັງເອເອັມດີ

  ກັບມາພົບກັບການຣີວິວ Gadget ແລະມືຖືຈາກທີມ Sa nookhitech ຕື່ມອີກສຳລັບຮອບ ນີ້ເນື່ອງຈາກ Microsoft ໄດ້ເປີດ ໂຕຄອມພິວເຕີລຸ້ນໃໝ່ທັງໝົດຫຼາກ ຫຼາຍລຸ້ນໃນຕະກຸນ Surface ຄັ້ງ ນີ້ທີມເລີຍເລືອກເຄື່ອງມາຣີວິວ ເປັນ Microsoft Surface La top3 ທີ່ມີຂະໜາດໃໝ່ 15 ນິ້ວ ແລະມາພ້ອມກັບຂຸມພະລັງ AMD Ryzen 5 ລຸ້ນຫຼ້າສຸດຈະດີແນວ ໃດມາຕິດຕາມກັນເລີຍ.

  ຮູບລັກສະນະໜ້າຕາຂອງ Surface Laptop: ເລີ່ມຕົ້ນກັບດິ ໄຊຂອງເຄື່ອງຈະມີດ້ານໜ້າເປັນສີດຳ ແຕ່ຄວາມຈິງ Microsoft Surface Laptop 3 ຈະມີໃຫ້ ເລືອກທັງສີດຳ ແລະສີນໍ້າເງິນເທົ່າ ນັ້ນ ແລະມີໂລໂກ້ Microsoft ສີ ນໍ້າເງິນທີ່ສວຍງາມຮອບຕົວເຄື່ອງ ອອກແບບໄດ້ບາງກຳລັງດີເໝືອນ ກັນມາພ້ອມກັບດ້ານຂວາມີຈຸດ ສາກໄຟ ຫຼື ອຸປະກອນຂອງ Microsoft Surface ຊຶ່ງເປັນເອກະລັກກັນດີດ້ານຊ້າຍມາພ້ອມກັບ USB-C ທີ່ສາມາດສຽບສາກໄຟ ໄດ້, USB-A ແລະມີຊ່ອງສຽບຫູຟັງທັງນີ້ບໍ່ມີລຳໂພງຮອບຕົວເຄື່ອງ ແຕ່ໃຫ້ສຽງດັງເພາະລຳໂພງຕິດຕັ້ງພາຍໃນຕົວເຄື່ອງນັ້ນເອງສ່ວນ ດ້ານໜ້າເຄື່ອງສາມາດຍົກເພື່ອ ເປີດໃຊ້ງານໄດ້ແຕ່ສ່ວນຝາພັບໜ້າ ຈໍອອກແບບລຽບງ່າຍພ້ອມກັບ ຊ່ອງລະບາຍອາກາດມາໃຫ້ດ້ວຍ ກ້ອງເຄື່ອງອອກແບບລຽບງ່າຍ ສຸດໆມີຢາງສຳລັບຮອງເພື່ອບໍ່ໃຫ້ ເຄື່ອງມື່ນເວລາວາງເທິງໂຕະ ຫຼື ພື້ນທີ່ຕ່າງໆ ເມື່ອເປີດຝາເຄື່ອງ ອອກຈະພົບກັບ Keybord ເຖິງ ບໍ່ມີຂະໜາດໃຫຍ່ແຕ່ວ່າການຈັດວາງກຳລັງເໝາະສົມແຕ່ຖ້າຂະ ຫຍາຍມີ Num Pad (ແປ້ນພິມ ຕົວເລກ) ກໍຈະດີເໝືອນກັນພ້ອມ ກັບ Touch Pad ແລະໜ້າຈໍຂອງ ເຄື່ອງມາພ້ອມກັບລະບົບ Touch Screen ພາຍໃນຕົວ.

  ຈາກທີ່ໄດ້ສຳຜັດຂອງເຄື່ອງ ຕ້ອງຍອມຮັບວ່າ SurfaceLa ptop 3 ຂະໜາດ 15 ນີ້ວໜ່ວຍ ໃຫຍ່ແຕ່ບາງສຸດເຮັດໃຫ້ການພົກ ພາສະດວກກວ່າເກົ່າ ແລະນອກ ຈາກນີ້ນໍ້າໜັກກໍເບົາຖ້າມອງຈຸດ ອ່ອນຄື  Keyboard ໜ້າຈະປັບໃຫ້ ໃຫຍ່ກວ່ານີ້ນ້ອຍໜຶ່ງກໍຄົງຈະດີ.