ເມືອງຊຽງຮ່ອນ ສອບເສັງນັກຮຽນເກັ່ງ

  ເມືອງຊຽງຮ່ອນ ຈັດພິທີ ສະຫຼຸບການສອບເສັງນັກຮຽນເກັ່ງປະຈຳສົກຮຽນ 2019-2020 ໄດ້ຈັດຂື້ນໃນວັນທີ 16 ມັງກອນຜ່ານມາ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ປະທານຈັດການສອບເສັງນັກ ຮຽນເກັ່ງຂັ້ນເມືອງມີຄະນະກຳມະການ ການສອບເສັງ, ຄູ-ອາຈານ ແລະນັກສອບເສັງເຂົ້າຮ່ວມ.

 ການສອບເສັງຄັ້ງນີ້ໄດ້ຈັດເປັນ 3 ຊັ້ນຮຽນຄື: ຊັ້ນປະຖົມສຶກສາ ປ5 ມີ 3 ວິຊາສອບເສັງຄື:ວິຊາພາສາລາວ, ຄະນິດສາດ ແລະ ໂລກອ້ອມຕົວຊັນມັດທະຍົມສຶກສາ ຕອນຕົ້ນ ມ4 ແລະຊັ້ນມັດທະຍົມສຶກສາຕອນປາຍ ມ7 ມີ 4 ວິຊາສອບເສັງຄື: ພາສາລາວ, ຄະນິດສາດ, ຟີຊິກສາດ ແລະເຄມີສາດມີນັກສອບເສັງທັງໜົດ 82 ນ້ອງ ຍິງ 40 ນ້ອງທີ່ມາຈາກໂຮງຮຽນ ປະຖົມ 41 ແຫ່ງ 6 ກຸ່ມ, ມັດທະຍົມຕົ້ນ 10 ແຫ່ງ ແລະມັດທະຍົມປາຍ 6 ແຫ່ງ ໃນນັ້ນຊັ້ນປະຖົມ ສຶກສາ ປ5 ມີ 18 ນ້ອງ ຍິງ 11 ນ້ອງ, ຊັ້ນມັດທະຍົມຕອນຕົ້ນ ມ4 ມີ 40 ນ້ອງ ຍິງ 17 ນ້ອງ ແລະ ຊັ້ນມັດທະຍົມສຶກສາຕອນປາຍ ມ7 ມີ 24 ນ້ອງ ຍິງ 12 ນ້ອງ.

 ຜ່ານການສອບເສັງສາມາດ ຄັດເລືອກເອົາຕົວແທນນັກຮຽນ ເກັ່ງທັງສາມຊັ້ນໄດ້ຈຳນວນ 11 ນ້ອງ ຍິງ 6 ນ້ອງ ເພື່ອເຂົ້າຮ່ວມ ການສອບເສັງນັກຮຽນເກັ່ງລະດັບແຂວງ ແລະພ້ອມມອບໃບຍ້ອງຍໍ ແລະຂອງຂວັນໃຫ້ນັກຮຽນເກັ່ງໃນການສອບເສັງໃນຄັ້ງນີ້.

  ທ່ານ ບຸນຈັນ ແກ້ວວິຊາ ປະທານພິທີໄດ້ໃຫ້ກຽດໂອ້ລົມໃນຄັ້ງ ນີ້ກ່ອນອື່ນທ່ານໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ກັບຄູ-ອາຈານ ແລະນ້ອງນັກຮຽນທີ່ຍາດໄດ້ຜົນ ງານທີ່ສິດສອນນັກຮຽນຂອງຕົນ ເປັນນັກຮຽນເກັ່ງ ແລະການສອບ ເສັງນັກຮຽນເກັ່ງໃນຄັ້ງນີ້ກໍ່ເພື່ອ ເປັນການສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກທາງດ້ານພອນສະຫວັນດ້ານຄວາມຮູ້ຄວາມສາມາດ ຫົວຄິດປະດິດສ້າງເປັນການປັບປຸງຄຸນນະພາບທາງດ້ານການສຶກ ສາເປີດໂອກາດໃຫ້ນັກຮຽນເກັ່ງ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ແລະອິກດ້ານໜຶ່ງກໍ່ເພື່ອ ເປັນການຄັດເລືອກເອົາຕົວແທນ ນັກຮຽນເກັ່ງຂັ້ນເມືອງໄປສອບ ເສັງນັກຮຽນເກັ່ງຢູ່ລະດັບແຂວງທີ່ ຈະໄຂຂຶ້ນໃນຕໍ່ໜ້ານີ້.

--------

ໂດຍ: ດອນ ຂຽວພະນາ