5 ປີ ສອງກໍາລັງປະກອບອາວຸດເມືອງທ່າແຕງ ມີຜົນສໍາເລັດຫຼາຍດ້ານ

  ໃນໄລຍະ 5 ປີ 2015-2019 ຄະນະພັກຮາກຖານສອງກໍາລັງ ປະກອບອາວຸດ ເມືອງທ່າແຕງ ແຂວງເຊກອງ ໄດ້ເອົາໃຈໃສ່ຊີ້ນໍໆພາ ສະມາຊິກພັກ, ພະນັກງານນັກຮົບພາຍໃນກົມກອງຂອງຕົນປະຕິບັດວຽກງານວິຊາສະເພາະດ້ວຍຄວາມຫ້າວຫັນ ແລະມີຜົນສໍາເລັດຫຼາຍດ້ານ ໂດຍເຮັດໃຫ້ທົ່ວສັງຄົມພາຍໃນເມືອງທ່າແຕງມີຄວາມສະຫງົບໂດຍພື້ນຖານ.

   ພັທ ອ່ອນຕາ ສະສົມບັດ ຫົວໜ້າກອງບັນຊາການປ້ອງກັນຄວາມ ສະຫງົບເມືອງທ່າແຕງ ຕາງໜ້າສອງກໍາລັງປະກອບອາວຸດໄດ້ມີຄຳເຫັນຕໍ່ກອງປະຊຸມໃຫ່ຍຂອງອົງຄະນະພັກເມືອງທ່າແຕງຄັ້ງທີ VI ທີ່ຈັດຂຶ້ນໃນທ້າຍເດືອນ ທັນວາ 2019 ຜ່ານມານີ້ວ່າ: 5 ປີຜ່ານມາ ຄະນະພັກຮາກຖານສອງກໍາລັງປະກອບອາວຸດເມືອງທ່າແຕງ ໄດ້ເອົາໃຈໃສ່ຊີ້ນໍາໆ ພາສະມາຊິກພັກ, ພະນັກງານນັກຮົບເອົາໃຈໃສ່ບໍລິການປະຊາຊົນຢ່າງສຸດໃຈ, ໂປ່ງໃສ, ວ່ອງໄວ, ມີລະບຽບວິໄນຈິງໃຈຮັບໃຊ້ປະຊາຊົນ, ມີ ຄວາມທ່ຽງທໍາ, ເອົາຜູ້ກະທໍາຜິດມາລົງໂທດຕາມກົດໝາຍ, ໄລຍະຜ່ານ ມາໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງເປັນຕົ້ນ: ສ້າງ ບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ເຂດ, ມີ 11 ບ້ານ, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 9 ບ້ານ, ສ້າງບ້ານປ້ອງກັນຄວາມ ສະຫງົບດີໄດ້ 41 ບ້ານ, ປັບປຸງກໍາລັງ ປກສ-ປກຊ ບໍລິການປະຊາຊົນໄດ້ 6 ເຂດທົ່ວເມືອງ, ປັບປຸງ ປກສ ບ້ານ-ກອງຫຼອນບ້ານໄດ້ 12 ກອງຮ້ອຍ 35 ໝວດ,111 ໝູ່, ມີກໍາລັງ 1.124 ສະຫາຍ, ຍິງ 23 ສະຫາຍ, ຝຶກອົບຮົມວິຊາສະເພາະສິລະປະຍຸດ-ຍຸດທະວິທີໃຫ້ກໍາລັງ ປກຊ-ປກສ ໄດ້ 2 ຄັ້ງ, ສ້າງກອງທຶນໃນ 6 ເຂດໄດ້ 28 ບ້ານ, ມີກອງທຶນທັງ ໝົດ 235 ລ້ານກວ່າກີບ, ຊື້ເຄື່ອງແບບໃຫ້ ປກຊ-ປກສ ບ້ານມີ 445 ຊຸດ, ມີຄະດີອາຍາເກີດຂຶ້ນ 170 ເລື່ອງ, ກັກຜູ້ຕ້ອງຫາໄດ້ 238 ຄົນ, ຍິງ 12 ຄົນ, ໃນນີຄະດີຄ້າຂາຍຢາເສບຕິດມີ 28 ເລື່ອງ, ຜູ້ຕ້ອງຫາ 45  ຄົນ, ຍິງ 2 ຄົນ, ຈັບຂອງກາງຢາບ້າມີ 14.889 ເມັດ, ຢາໄອ໋ 3 ຖົງ ນ້ອຍ, ກັບ 2 ຫຼອດນ້ອຍ, ລົດຈັກ 7 ຄັນ, ລົດໃຫຍ່ມີ 1 ຄັນ, ໂທລະສັບ 17 ໜ່ວຍ, ລະເບີດມີ 1 ໜ່ວຍ, ເງິນສົດ 7 ລ້ານກວ່າກີບ, ຄະດີລັກຊັບມີ 65 ເລື່ອງ, ກັກຜູ້ຕ້ອງຫາມີ 94 ຄົນ, ເກັບກູ້ເຄື່ອງຂອງກາງໄດ້ລົກຈັກ 10 ຄັນ, ແບ້ 11 ໂຕ, ໝູ 4 ໂຕ, ທຽບໃສ່ 5 ປີຜ່ານມາຫຼຸດລົງ 22 ສ່ວນຮ້ອຍ, ທຽບໃສ່ຄະດີແມ່ນ 50 ລາຍ, ມີອຸປະຕິເຫດເກີດຂຶ້ນທັງໝົດ 388 ລາຍ, ມີຄົນບາດເຈັບ 365 ຄົນ, ເສຍຊີວິດ 41 ຄົນ, ຜົນເສຍຫາຍມີ 1,7 ຮ້ອຍກວ່າລ້ານກີບ(ຄົນແລະພາຫະນະ), ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 35 ສ່ວນຮ້ອຍ, ມີອັກຄີໄພເກີດຂຶ້ນ 10 ຄັ້ງ, ຜົນເສຍຫາຍ ເຮືອນ 12 ຫຼັງ, ມູນຄ່າເສຍຫາຍ 8 ຮ້ອຍກວ່າລ້ານກີບ, ທຽບໃສ່ 5 ປີ ຜ່ານມາ ເພີ່ມຂຶ້ນ 25 ສ່ວນຮ້ອຍ ແລະຢຶດໄມ້ໄດ້ 146,25 ແມັດກ້ອນ, ເກັບກູ້ທ້ອນໂຮມອາວຸດລ່າເນື້ອໄດ້ 762 ກະບອກ, ໝໍ້ຊ໊ອດ 33 ເຄື່ອງ, ຈັກສະຕິນ 46 ເຄື່ອງ ພ້ອມທັງຈັດພິທີທໍາລາຍມີ 1 ຄັ້ງ.

  ສໍາລັບແຜນການ 5 ປີຕໍ່ໜ້າ ຄະນະພັກສອງກໍາລັງປະກອບອາວຸດ ເມືອງທ່າແຕງ ຍັງຈະສືບຕໍ່ເອົາໃຈໃສ່ຊີ້ນໍາໆພາສະມາຊິກພັກ, ພະນັກງານນັກຮົບໃນກໍາລັງປະຕິບັດວຽກງານວິຊາສະເພາະ ໂດຍການເຄື່ອນ ໄຫວຢ່າງແຂງແຮງເຂົ້າການແກ້ໄຂປາກົດການຫຍໍ້ທໍ້ ແລະການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມເປັນຕົ້ນ: ບັນຫາປຸ້ນຊັບ, ຊີງຊັບ, ລັກຊັບ, ບັນຫາອຸບັດເຫດຕາມທ້ອງຖະໜົນຫຼວງ, ບັນຫາຢາເສບຕິດ,ປາກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງຢູ່ໃນເກນທີ່ສາມາດຮັບຮອງໄດ້ ແລະ ການດໍາເນີນຄະດີຕ້ອງໃຫ້ຄວາມຍຸຕິທໍາທັງສອງຝ່າຍຢ່າງເຂັ້ມງວດ.

-------

ຂ່າວ: ພອນ ບຸນອຸທິດ