ການນຳເມືອງໄຊ ຕິດຕາມການຜະລິດຂອງປະຊາຊົນ ແລະຜູ້ລົງທຶນ

  ໃນອາທິດຜ່ານມາທ່ານ ພົມມະສຸກ ມອນຈັນດີ ຮອງເຈົ້າເມືອງໆ ໄຊ ພ້ອມດ້ວຍຄະນະ ແລະວິຊາການຈາກຫ້ອງການກະສິກຳ ແລະປ່າ ໄມ້ເມືອງໄຊ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ການປູກພືດລະດູແລ້ງ ແລະ ການລ້ຽງສັດຂອງປະຊາຊົນ ແລະຜູ້ລົງທຶນ.

   ການລົງເຄື່ອນໄຫວຄັ້ງນີ້ ມີຢູ່ຫຼາຍຈຸດ, ຫຼາຍເຂດການຜະລິດທີ່ແຕກຕ່າງກັນໂດຍສະເພາະແມ່ນເຂດນໍ້າກໍຕອນໃຕ້ຄືບ້ານກັດ, ບ້ານໃໝ່, ຫ້ວຍ ຊ່າງ, ປຸ່ງຫຽງ, ລ້ອງຢາ ແລະບ້ານແຟນປະຊາຊົນສ່ວນຫຼາຍແມ່ນປູກຢາສູບ, ປູກມອນ, ມັນດ້າງ ແລະເຂົ້ານາແຊງ, ເຂດໂພນໂຮມປູກ ໝາກຖົ່ວເບີ, ຖົ່ວດິນ ແລະການລ້ຽງງົວ, ແບ້ ໂດຍສະເພາະແມ່ນຢູ່ບ້ານ ພຽງໄຊ, ການປູກໝາກເຜັດຂອງບໍລິສັດຄ່າຍເຊິນຂອງຈີນຢູ່ບ້ານາງິ້ວ, ການປູກຖົ່ວເຫຼືອງ ແລະເຂົ້ານາແຊງ ບ້ານນາແລ, ນາສ້າວ, ການລ້ຽງ ເປັດ,ໄກ່ ຂອງບໍລິສັດ ຊີເຟີງ ພັດທະນາສັດປີກຢູ່ບ້ານນາໝີ ແລະບ້ານ ຫ້ວຍຂຸມ ນອກນັ້ນປະຊາຊົນຈໍານວນໜຶ່ງຍັງພ້ອມກັນປູກພືດຊະນິດອື່ນໆ ເຊັ່ນການປູກມອນ, ກາເຟ ທັງໝົົດນັ້ນ ກໍເພື່ອເປັນການທົດແທນການ ປູກເຂົ້ານາປີ ແລະສາລີ ໃນໄລຍະຜ່ານມາທີ່ໄດ້ຮັບຄວາມເສຍຫາຍ ຈາກໄພທຳມະຊາດ ແລະສັດຕູພືດທຳລາຍມາຮອດປະຈຸບັນນີ້ເຫັນວ່າ ເປັນຂະບວນຟົດຟື້ນ ແລະມີບາດກ້າວຂະຫຍາຍຕົວ.

  ທ່ານ ສີວິໄສ ບຸນສະຫວັດ ຫົວໜ້າຫ້ອງການກະສິກໍາເມືອງໄຊ ໃຫ້ ຮູ້ວ່າ ການປູກພືດໃນລະດູແລ້ງຢູ່ທົ່ວເມືອງໄຊ ແຂວງອຸດົມໄຊ ມີເນື້ອ ທີ່ທັງໝົດ 447 ກວ່າເຮັກຕາ, ໃນນັ້ນການປູກຢາສູບມີເນື້ອທີ່ 87 ເຮັກ ຕາ, ໝາກຖົ່ວເບີ 89 ເຮັກຕາ, ໝາກຖົ່ວເຫຼືອງ 34 ເຮັກຕາ, ໝາກເຜັດ 23 ເຮັກຕາ, ໝາກຖົ່ວດິນ 27 ເຮັກຕາ, ມັນດ້າງ 38 ເຮັກຕາ ແລະເຂົ້າ ນາແຊງ ຈຳນວນ 27 ເຮັກຕາ ໂດຍລວມແລ້ວເຫັນວ່າມີເນື້ອທີ່ປູກເພີ່ມ ຂຶ້ນກວ່າປີຜ່ານມາ.

   ໃນໂອກາດດັ່ງກ່າວຮອງເຈົ້າເມືອງໆໄຊ ໄດ້ເນັ້ນໜັກໃຫ້ປະຊາຊົນຜູ້ ທີ່ມີເງື່ອນໄຂ ໂດຍສະເພາະແມ່ນເນື້ອທີ່ດິນສວນ, ດິນນາ ແລະກຳລັງແຮງ ງານໃຫ້ພ້ອມກັນຫັນມາທຳການຜະລິດ, ປູກພືດໃນລະດູແລ້ງໃຫ້ເພີ່ມຂຶ້ນ, ແນ່ໃສ່ຮັບປະກັນດ້ານສະບຽງອາຫານ ແລະເປັນສິນຄ້າສົ່ງອອກ ເພື່ອ ສ້າງລາຍຮັບໃຫ້ແກ່ຄອບຄົວ, ລວມທັງຮຽກຮ້ອງໃຫ້ນັກລົງທຶນ ແລະຜູ້ ປະກອບການທັງພາຍໃນ ແລະຕ່າງປະເທດປະຕິບັດຕາມລະບຽບ, ກົດ ໝາຍ ແລະນະໂຍບາຍຕ່າງໆໃຫ້ແກ່ປະຊາຊົນຢ່າງເຂັ້ມງວດ.

-------

ຂ່າວ: ຄານມະນີ ຮຽນດໍຈັນ