ອາເມລິກາ ສະໜັບສະໜູນໃຫ້ລາວ ບັນລຸເປົ້າໝາຍການພັດທະນາ

  ເຈົ້າໜ້າທີ່ອະວຸໂສຂອງອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໄດ້ຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 12-15 ມັງກອນ ໂດຍໄດ້ເນັ້ນໜັກເຖິງການສະໜັບສະໜູນຂອງລັດຖະບານສະຫະລັດ ທີ່ມີຕໍ່ລັດຖະບານ ສປປ ລາວ ໃນການເຮັດວຽກຮ່ວມ ກັນເພື່ອບັນລຸເປົ້າໝາຍການພັດທະນາຂອງ ສປປ ລາວ.

  ທ່ານ ຣີຊາດ ພາກເກີ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ປະຈຳອົງການ USAID ຊີ້ນຳທາງດ້ານນິຕິກຳ ແລະຂໍ້ມູນຂ່າວສານ ແລະທ່ານ ໂຄລິນ ຄອສບີ ຮອງເອກອັກຄະລັດຖະທູດ ໄດ້ລົງພື້ນຖານເພື່ອສຶກສາເບິ່ງການ ດຳເນີນງານຕົວຈິງຂອງບັນດາໂຄງການຮ່ວມມືລະຫວ່າງ ສ. ອາເມລິກາ ແລະສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່ຂອງຄົນທີ່ມີຄວາມພິການ ແລະພັດທະນາການອ່ານຂອງນ້ອງໆນັກຮຽນຊັ້ນ ປ/ກຽມ, ປ/ໜຶ່ງ ແລະ ປ/ສອງ ໂດຍສະເພາະແມ່ນເດັກນ້ອຍທີ່ບໍ່ໃຊ້ພາສາລາວໃນການຊື່ສານ ເປັນຫຼັກ, ທ່ານ ຣີຊາດ ຍັງໄດ້ພົບປະກັບການນຳຂອງ ແຂວງຊຽງ ຂວາງ ແລະທ່ຽວຊົມທິວທັດຂອງທົ່ງໄຫຫີນ ຊຶ່ງເປັນສະຖານທີ່ທາງມໍ ລະດົກໂລກແຫ່ງທີ່ສາມຂອງ ສປປ ລາວ.

  ຫຼັງຈາກນັ້ນ ທ່ານ ຣີຊາດ ພາກເກີ ໄດ້ເດີນທາງມານະຄອນຫຼວງ ວຽງຈັນ ເພື່ອພົບປະກັບທ່ານ ພົມມາ ຄຳມະນີຈັນ, ຫົວໜ້າກົມເອີຣົບ ແລະອາເມລິກາ, ກະຊວງການຕ່າງປະເທດ, ການພົບປະດັ່ງກ່າວໄດ້ເນັ້ນ ໃສ່ການເສີມຂະຫຍາຍການຮ່ວມມືສອງຝ່າຍລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ ໃນບັນດາວຽກງານການພັດທະນາຕ່າງໆບໍ່ວ່າຈະເປັນການຂະຫຍາຍຕົວທາງດ້ານການຄ້າ ແລະການລົງທຶນ, ການສ້າງຄວາມເຂັ້ມແຂວງທາງດ້ານລັດແຫ່ງກົດໝາຍ, ປັບປຸງວຽກງານສຸຂະພາບ ແລະ ການສຶກສາໃນ ສປປ ລາວ ເປັນຕົ້ນ.

ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດກ່າວວ່າ: ພວກເຮົາພູມໃຈໃນການຮ່ວມມືສອງຝ່າຍໃນບັນດາວຽກງານການພັດທະນາຕ່າງໆ ສ. ອາເມລິກາຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນວຽກງານ ການພັດທະນາເພື່ອຫຼຸດຜົ້ນອອກຈາກສະຖານະປະເທດດ້ອຍພັດທະນາ.