ບັນດາຄົນດັງຊຸບຕາຮໍລີວູດ ຮ່ວມບໍລິຈາກ ເງິນຊ່ວຍຜູ້ປະສົບໄພໄຟປ່າ ທີ່ອົດສະຕາລີ

  ບັນດາຄົນດັງ ຊຸບຕາຮໍລີວູດ ຮ່ວມມືຮ່ວມໃຈບໍລິຈາກເງິນໃຫ້ກັບໜ່ວຍງານ ແລະມູນນິທິ ຕ່າງໆ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບໄພ ແລະສັດນ້ອຍໃຫຍ່ທີ່ກຳ ລັງປະເຊີນກັບໄຟປ່າອົດສະຕາລີ ເມື່ອບໍ່ດົນຜ່ານມານີ້ກາຍເປັນສະ ຖານະການທີ່ທົ່ວໂລກຕ່າງກໍໃຫ້ ຄວາມສົນໃຈກັບເຫດການໄຟໄໝ້ປ່າທີ່ອົດສະຕາລີ ຊຶ່ງຂະນະນີ້ຍັງ ເກີດຄວາມຮຸນແຮງຂຶ້ນ ແລະບໍ່ມີທີ ທ່າຈະສະຫງົບລົງງ່າຍໆ ຊຶ່ງເຫດ ການດັ່ງກ່າວໄດ້ສົ່ງຜົນໃຫ້ສັດໃນ ປ່າເສຍຊີວິດຢ່າງຫຼວງຫຼາຍສະ ນັ້ນບັນດານັກສະແດງ, ດາລາໄດ້ຮ່ວມກັນໂພດລົງໃນ Prayfor Australia ເພື່ອຮ່ວມກັນປາດ ຖະນາໃຫ້ເຫດການນີ້ສະຫງົບລົງ ໂດຍໄວ້.

  ທ່າມກາງເຫດການທີ່ຮ້າຍ ແຮງກໍໄດ້ມີນໍ້າໃຈຈາກຊາວທົ່ວ ໂລກຫຼັ່ງໄຫຼເຂົາມາຊ່ວຍເຫຼືອລວມຮອດບັນດາຄົນດັງໄດ້ຮ່ວມກັນບໍລິຈາກຊ່ວຍເຫຼືອກັບເຫດການດັ່ງ ກ່າວເລີ່ມແຕ່ເຊເລນ່າ ໂກເມຊ ທີ່ໄດ້ບໍລິຈາກເງິນຈໍານວນ 5 ລ້ານໂດລາສະຫະສັດ ພ້ອມທັງໄມລີຍ໌ໄຊຣັສ ໄດ້ຮ່ວມບໍລິຈາກເງິນຈໍານວນ 3 ລ້ານໂດລາສະຫະລັດ ນອກນັ້ນຍັງມີນັກສະແດງສາວ ຊາວອົດສະຕາລີ ຢ່າງນິໂຄລ ຄິດ ແມນ ໄດ້ບໍລິຈາກເງິນຈໍານວນ 5 ແສນສະຫະລັດ ໃຫ້ແກ່ໜ່ວຍງານ Rural Fire Services ຊຶ່ງເປັນກົມດັບເພິງທີ່ກໍາລັງປະຕິບັດໜ້າທີ່ ໃນເຫດການຄັ້ງນີ້.

------

ຮຽບຮຽງໂດຍ: ຟ້າ