ປີຜ່ານມາໄຊຍະບູລີສົ່ງອອກສິນຄ້າໄດ້ 41 ລ້ານກວ່າໂດລາ ລື່ນແຜນ 24,7%

 ຕາມການໃຫ້ຂໍ້ມູນຈາກພະແນກອຸດສາຫະກໍາ ແລະການຄ້າ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນປີຜ່ານມາການນໍາຂອງແຂວງເວົ້າລວມເວົ້າສະເພາະກໍ່ຄືຄະນະນໍາ ແລະພະ ນັກງານວິຊາການພະແນກອຸດສາຫະກໍາ ແລະການຄ້າໄດ້ເອົາໃຈໃສ່ຕິດຕາມ, ຄຸ້ມຄອງການນໍາເຂົ້າສິນຄ້າຈາກຕ່າງປະເທດເພື່ອຫຼຸດຜ່ອນຜົນກະທົບຕໍ່ການຜະລິດ ແລະສະໜອງຄວາມຮຽກຮ້ອງຕ້ອງການເຄື່ອງອຸປະໂພກ-ບໍລິ ໂພກພາຍໃນໃຫ້ພຽງພໍເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງ ປະເທດແນວທີ່ເຮົາສາມາດຜະລິດໄດ້ພ້ອມທັງຊຸກຍູ້ສົ່ງເສີມການສົ່ງອອກສິນຄ້າໃຫ້ມີການຂະຫຍາຍຕົວ, ເອື້ອອໍານວຍຄວາມສະດວກ ແລະຫຼຸດຂອດຂັ້ນການດໍາເນີນເອກະສານໃຫ້ຜູ້ປະກອບການໃນການສົ່ງອອກສິນຄ້າເພື່ອຫຼຸດຕົ້ນທຶນຕ່າງໆ 41,13 ລ້ານໂດລາ,ຖ້າທຽບໃສ່ແຜນການປີປະຕິບັດໄດ້ 124,7% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 29,27% ແລະສິນຄ້າຫຼັກຂອງແຂວງທີ່ສົ່ງອອກຫຼາຍກວ່າໝູ່ແມ່ນປະເພດສິນຄ້າກະສິກໍາມີມູນຄ່າ 393 ລ້ານໂດລາສະຫະລັດ.

  ຂະນະທີ່ສິນຄ້ານໍາເຂົ້າຈາກຕ່າງປະເທດມີມູນຄ່າທັງໝົດ 88,13 ລ້ານໂດລາ,ທຽບໃສ່ແຜນການປີປະຕິບັດໄດ້ 469,95% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 416,97 % ການນໍາເຂົ້າສິນຄ້າໃນປີຜ່ານມາແມ່ນມີມູນຄ່າເພີ່ມຂຶ້ນຫຼາຍຖ້າທຽບໃສ່ປີຜ່ານໆມາສາເຫດຍ້ອນ ການນໍາເຂົ້າອຸປະກອນ ແລະເຄື່ອງມືປັບປຸງໂຮງງານທີ່ມູນຄ່າສູງ.

   ໃນປີ 2020 ພະແນກອຸດສາຫະກໍາ ແລະການຄ້າແຂວງສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກສິນຄ້າໄປຕ່າງປະເທດໃຫ້ບັນລຸ 43 ລ້ານກວ່າໂດລາສະຫະລັດ ແລະການຄຸ້ມຄອງນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະດັບ 46 ລ້ານໂດລາ ໂດຍສຸມໃສ່ຊຸກຍູ້ການ ຜະລິດຂອງປະຊາຊົນພາຍໃນທີ່ ເປັນເອກະລັກຂອງທ້ອງຖິ່ນ ແລະບັນດາເຜົ່າເພື່ອສ້າງເປັນຕົວແບບໃນການຜະລິດກ້າວໄປເຖິງການສ້າງເປັນຜະລິດຕະພັນໂອດັອບແຫ່ງຊາດ“ໜຶ່ງເມືອງໜຶ່ຜະລິດຕະພັນ” ພ້ອມສົ່ງເສີມປຸງແຕ່ງຜະລິດຕະພັນສິນຄ້າເປັນເຄິ່ງສໍາເລັດຮູບ ຫຼືສໍາເລັດຮູບເພື່ອສົ່ງອອກຕ່າງປະເທດ,ຕັ້ງໜ້າປັບປຸງຂະຫຍາຍຕາໜ່າງການຄ້າ,ການລົງທຶນລົງສູ່ທ້ອງຖິ່ນຮາກຖານເຂດຫ່າງໄກສອກຫຼີກໃຫ້ຫຼາຍຂຶ້ນເພື່ອໃຫ້ປະຊາຊົນເຂົ້າເຖິງການຊື້-ການຂາຍເພື່ອສ້າງລາຍຮັບໃຫ້ສູງ,ຊຸກຍູ້ສົ່ງເສີມນັກທຸລະກິດຂະໜາດ ນ້ອຍ, ຂະໜາດກາງ (SME) ພາຍໃນແຂວງໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນທາງດ້ານຈໍານວນ ແລະຄຸນນະພາບສາມາດປັບຕົວເຂົ້າໃນສະພາບການຕ່າງໆໃນແຕ່ລະໄລຍະ ແລະເຂົ້າເຖິງຊ່ອງທາງການຕະຫຼາດ.

____________

ຂຽນໂດຍບຸນທີ
ພາບ ແລະຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ