5 ປີ ທະນາຄານພັດທະນາລາວສາຂາແຂວງສາລະວັນລະດົມເງິນຝາກໄດ້ 1,4 ພັນຕື້ກີບ

  ອີງຕາມການລາຍງານຂອງທ່ານ ຄຳລຽນ ສີມມະວົງ ວ່າການຫົວໜ້າທະນາຄານພັດທະນາລາວ ສາຂາ ແຂວງສາລະວັນ ທີ່ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກທະນາຄານພັດທະນາລາວສາຂາແຂວງສາລະວັນ ຕົນໃນທ້າຍເດຶອນທັນວາ 2019 ວ່າ: ໃນໄລ 5 ປີຜ່ານທະນາຄານພັດທະນາລາວສາຂາ ແຂວງສາລະວັນ ກໍ່ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການ ຈັດຕັ້ງວຽກງານວິຊາສະເພາະ ຊຶ່ງມັນສະແດງອອກຄື: ໃນປີ 2014 ມີບັນຊີເງິນຝາກຂອງລູກ ຄ້າທັງໝົດ 20.534 ບັນຊີ ແລະ ມາຮອດປີ 2019 ມີບັນຊີເງິນຝາກຂອງລູກຄ້າ 26.071 ບັນຊີ, ເພີ່ມຂຶ້ນ 127%, ມີຕູ້ ATM  ທັງ ໝົດ 7 ໜ່ວຍມາຮອດປີ 2019 ມີຕູ້ ATM ທັງໝົດ 12 ໜ່ວຍເພີ່ມຂຶ້ນ 171%,ມີລູກຄ້າໃຊ້ບັດ ATM 6.510ບັດ ແລະມາໃນປີ 2019ມີລູກຄ້າໃຊ້ບັດ 11.886 ບັດ, ເພີ່ມຂຶ້ນ 183%, ມີລູກຄ້າໃຊ້ບັດ Mobile Banking(LDBtrust) ໃນປີ 2014 ມາຮອດປີ 2019 ນີ້ມີ 645 ລາຍ, ລູກຄ້າ ໃຊ້ບັດ SMSAlert ໃນປີ 2014  300 ກວ່າລາຍ, ມາຮອດປີ 2019 ມີ 474 ລາຍ, ເພີ່ມຂຶ້ນ 153%, ລູກຄ້າຕົວແທນ Trust pay ມາຮອດປີ 2019 ມີ 114 ຕົວແທນ ແລະ ຕົວແທນເຄື່ອງຮູດບັດ POS ໃນປີ 2014 ມີ 3 ຕົວ ແທນ ແລະມາຮອດປີ 2019 ມີ 6 ຕົວແທນ, ເພີ່ມຂຶ້ນ 200%,

  ດ້ານເງິນຝາກໃນປີ 2014 ຕາມແຜນ 186 ຕື້ກີບ, ແຕ່ປະຕິບັດໄດ້ 206,77 ຕື້ກີບ ເກີນແຜນ 111%, ປີ 2015 ຕາມແຜນການ 251,10 ຕື້ກີບ, ປະຕິ ບັດໄດ້ 233,54 ຕື້ກີບ ເທົ່າກັບ 93%, ປີ 2016 ແຜນ 263,32 ຕື້ກີບ ປະຕິບັດໄດ້ 242,76 ຕື້ກີບເທົ່າກັບ 92%,ໃນປີ 2017ແຜນ 269,79 ຕື້ກີບ, ປະຕິບັດໄດ້ 245,93 ຕື້ກີບ ເທົ່າກັບ 91%, ປີ 2018 ແຜນ 280,48 ຕື້ກີບ ປະຕິບັດໄດ້ 267,62 ຕື້ກີບ ເທົ່າ ກັບ 95% ແລະໃນປີ 2019 ແຜນ ແມ່ນ 283,63 ຕື້ກີບ ປະຕິບັດ ຮອດເດືອນທີ 6 ປີ 2019 ປະຕິ ບັດໄດ້ 288,73 ຕື້ກີບ ເທົ່າກັບ 102%, ດ້ານສິນເຊື່ອໃນປີ 2014 ຕາມແຜນແມ່ນ 179,20 ຕື້ກີບ ແຕ່ປະຕິບັດໄດ້ 156,94 ຕື້ກີບ ເທົ່າກັບ 88%, ໃນປີ 2015 ແຜນ 185 ຕື້ກີບ ປະຕິບັດໄດ້ 197 ຕື້ກີບ ເທົ່າກັບ 106% ປີ 2016 ແຜນມີ 214,24 ຕື້ກີບ ປະຕິບັດໄດ້ 242,76 ຕື້ກີບ ເທົ່າກັບ 113%, ປີ 2017 ແຜນ 253,07 ຕື້ກີບ ປະຕິບັດໄດ້ 223,24 ຕື້ກີບ ເທົ່າກັບ 88%, ປີ 2018 ແຜນ 234 ,62 ຕື້ກີບ ປະຕິບັດໄດ້ 164,29 ຕື້ກີບເທົ່າກັບ 70% ແລະປີ 2019 ຕາມແຜນ 153,56 ຕື້ກີບ, ໃນ 6 ເດຶອນ ປະຕິບັດໄດ້ 106,24 ຕື້ກີບ ເທົ່າກັບ 69%.

  ດ້ານລາຍຮັບໃນປີ 2014 ແຜນ 53,95 ຕື້ກີບ ປະຕິບັດໄດ້ 42,73 ຕື້ກີບ ເທົ່າກັບ 79% ປີ 2015 ແຜນ 43,77 ຕື້ກີບ ປະ ຕິບັດໄດ້ 35,08 ຕື້ກີບ ເທົ່າ ກັບ 80% ປີ 2016 ແຜນການ 34,62 ຕື້ກີບ ປະຕິບັດໄດ້ 41,53 ຕື້ກີບ ເທົ່າກັບ 120%, ໃນປີ 2017 ແຜນ 40,02 ຕື້ກີບ ປະຕິບັດໄດ້ 84,79 ຕື້ກີບ ເທົ່າກັບ 212% ແລະປີ 2018 ແຜນ 88,32 ຕື້ກີບ ປະຕິບັດໄດ້ 95,74 ຕື້ກີບ ເທົ່າກັບ108%, ສະເພາະປີ 2019 ແຜນ 186,66 ຕື້ກີບ, 6 ເດືອນປະຕິ ບັດໄດ້ 221,59 ຕື້ກີບ ເທົ່າກັບ119%,ດ້ານລາຍຈ່າຍໃນປີ 2014 ຕາມແຜນ 53,85 ຕື້ກີບ ປະຕິບັໄດ້ 40,63 ຕື້ກີບເທົ່າກັບ 75%ປີ 2015 ແຜນ40,67 ຕື້ກີບ ປະຕິບັດໄດ້ 32,65 ຕື້ກີບ ເທົ່າກັບ 80%,ໃນປີ 2016 ແຜນ 30,67 ຕື້ກີບ ປະຕິບັດໄດ້ 35,02 ຕື້ກີບເທົ່າກັບ 114% ແລະປີ 2017 ແຜນ 33,95 ຕື້ກີບ ປະຕິບັດໄດ້ 98,13 ຕື້ກີບ ເທົ່າກັບ 289%,ສະເພາະປີ 2018ແຜນ 79,04 ຕື້ກີບ ປະຕິບັໄດ້203,38 ຕື້ກີບ ເທົ່າກັບ 257% ແລະປີ 2019 ແຜນ 186,46 ຕື້ກີບ 6 ເດືອນຕົ້ນປີປະຕິບັດໄດ້ 226,82 ຕື້ກີບ ເທົ່າກັບ 122%

  ທິດທາງຕໍ່ໜ້າເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ, ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ເວົ້າ ແລະປະຕິບັດຕາມມະຕິ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນ ຫຼາຍ, ການຈັດຕັ້ງຂັ້ນລຸ້ມຕ້ອງຂຶ້ນ ກັບຂັ້ນເທິງເຄື່ອນໄຫວຕາມແນວທາງຂອງພັກບົນພື້ນຖານລະບຽບ ກົດໝາຍຂອງລັດວາງອອກ, ສຶກ ສາຄົ້ນຄວ້າດ້ານຕາຕະລາງເງິນ ຝາກ ແລະຜະລິດຕະພັນອື່ນໆຂອງ ທະນາຄານ, ພ້ອມທັງແນວທາງນະໂຍບາຍຕ່າງໆລົງໂຄສະນາເຜີຍແຜ່ໃຫ້ບັນດາພະແນກການ, ອົງການຈັດຕັ້ງທຽບເທົ່າ, ເມືອງ ແລະປະຊາຊົນໄດ້ຮັບຮູ້ເຂົ້າໃຈ ແລະການລະດົມເງິນຝາກຕ້ອງໃຫ້ຢູ່ໃນລະດັບ 10-15% ຕໍ່ປີເມືອທຽບໃສ່ຍອດເຫຼືອຂອງແຕ່ລະປີ, ເອົາໃຈໃສ່ສຶກສາຄົ້ນຄວ້າເກັບກຳຂໍ້ມູນຕໍ່ກັບການສະເໜີສິນເຊື່ອໃໝ່ຂອງລູກຄ້າໃຫ້ຖືກຕ້ອງສອດຄອງກັບລະບຽບຫຼັກການ ແລະ ຮັບປະ ກັນບໍ່ໃຫ້ເກິດເປັນໜີ້ເສຍ,ການຂະຫຍາຍສິນເຊື່ອໃຫ້ຢູ່ໃນລະດັບ 10% ຕໍ່ປີເມື່ອທຽບໃສ່ຍອດສິນເຊື່ອປີຜ່ານມາ,ພ້ອມທັງເອົາໃຈໃສ່ການບໍລິການລູກຄ້າໃຫ້ດີ, ມີຄວາມສະດວກ, ວ່ອງໄວ້ ແລະຮັບປະກັນຄວາມຖືກຕ້ອງຊັດເຈນ.

__________

ຂຽນໂດຍ: ສິດຕາ ເພັດວົງສາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ