ແຄນນອລເປີດໂຕອີໂອເອສ 1 ດີ ເອັຊມາກ III ມາພ້ອມເຊນເຊີໃໝ່

  ແຄນນອລເປີດໂຕ EOS 1D X Mark III ລຸ້ນຕໍ່ຍອດຂອງ EOS 1D X Mark II ທີ່ອອກມາ ເມື່ອ 4 ປີທີ່ແລ້ວ ແລະໄດ້ຮັບການ ອັບເກຣດຢ່າງສົມການລໍຄອຍ EOS 1D X Mark III ມາພ້ອມ ກັບເຊນເຊີ Full Frame ແບບ CMOS ຄວາມລະອຽດ 20 ລ້ານ Megapixel ພ້ອມກັບຊິປປະມວນຜົນພາບ DIGIC X Pro cessor.

ຊຶ່ງ Canon ຍັງໄດ້ບອກໄວ້ ອີກວ່າເຈົ້າຊິປປະມວນຜົນພາບຕົວ ນີ້ສາມາດປະມວນຜົນໄດ້ໄວຂຶ້ນ ກວ່າ Mark II ເຖິງສາມເທົ່າ ແລະຊ່ວຍໃຫ້ລະບົບ Dual Pixel ເຮັດ Auto Focus ໄດ້ໄວເຖິງ 380 ເທົ່າ.

ສະເປັກຂອງ EOS-1D X Mark III:

- ເຊນເຊີ Full Frame CMOS ຄວາມລະອຽດ 20 ລ້ານ Megapixel -ຊິປປະມວນ ຜົນພາບ DIGIC X Processor ຄວາມລະອຽດຂອງພາບສູງສຸດ 5472x3648, ສາມາດຮັບ ISO ໄດ້ລະຫວ່າງ 100-102400 ແລະດັນເພີ່ມໄດ້ສູງສຸດທີ່ 50- 819200-Shutter Speed ປັບໄດ້ຕໍ່າສຸດທີ່ 30sec ແລະສູງ ສຸດທີ່ 1/8000sec, ຮອງຮັບການຖ່າຍວິດີໂອ 4K ທີ່ 60fps ແລະທີ່ 5.5K ແບບ RAW (Canon Log 10bit 4:2:2)ຮອງຮັບ Dual Pixel CMOS AF-ຈໍ TFT LCD ແບບ Tou chscreen ຂະໜາດ 3.2” ຄວາມ ລະອຽດເຖິງ 2.100.000 ຈຸດເປັນ LiveViewFinder ຄວບຄຸມພື້ນທີ່ພາບເຖິງ 100% ຮອງ ຮັບ USB 3.1 Gen 1, mini HDMI, GPS ແລະBuil-In Wireless-ມີຊ່ອງ port ຫູຟັງ ແລະ Microphone-ແບັດເຕີຣີ LP-E13 Lithium-ion ຂະໜາດ 2850 mAh.ລວມລາຄານັ້ນຢູ່ທີ່ 6.499 ໂດລາສະຫະລັດ ແລະເລີ່ມວາງຈຳໜ່າຍປະມານກາງເດືອນກຸມພານີ້.