“ເຂົ້າໃຈກັນແນ່” ຜົນງານໃໝ່ໜຸ່ມໂຊນ່ານ ແລະນ້ອງດາວໃສ

  ພາຍຫຼັງທີ່ໄດ້ຫ່າງຫາຍຈາກການສ້າງຜົນງານເພງດົນສົມຄວນກັບສິລະປິນ ໂຊນ່ານ ແຈັກ ເກັດ ເຈົ້າຂອງຜົນງານຫຼາກຫຼາຍສຽງເພງລ້າສຸດໃນຕົ້ນປີ 2020 ນີ້ໄດ້ສ້າງຜົນງານເພງໃໝ່ທີ່ເອົາໃຈຄົນມັກກີລາບານເຕະໂດຍສະເພາະຊຶ່ງທີ່ມີຊື່ວ່າ: “ເຂົ້າໃຈກັນແນ່” ເພງນີ້ເປັນລູກທົ່ງແບບຈັງຫວະລໍາວົງລາວ.

  ເພງ “ເຂົ້າໃຈກັນແນ່” ເປັນ ເພງໃໝ່ຕົ້ນປີ 2020 ອອກມາຕາມ ຄວາມຮຽກຮ້ອງຕ້ອງການຂອງ ສັງຄົມ ແລະເພື່ອເປັນການລອງ ແນວທາງໃໝ່ຂອງໜຸ່ມ ໂຊນ່ານ ເອງເພງດັ່ງກ່າວປະພັນ ແລະ ທໍານອງດ້ວຍຕົນເອງໂດຍມີແຮງບັນດານໃຈຈາກຄົນອ້ອມຂ້າງເນື້ອຫາເພງເວົ້າເຖິງຜູ້ທີ່ມີຄອບຄົວ ຫຼື ມີແຟນມັກເຕະບານຈົນບໍ່ມີເວລາໃຫ້ຄອບຄົວເພາະມັກເຕະບານເປັນຊີວິດຈິດໃຈຊຶ່ງເນື້ອຫາອາດຈະຖືກໃຈກັບໃຜຫຼາຍຄົນໃນຍຸກນີ້, ນອກຈາກນີ້ຍັງໄດ້ນັກຮ້ອງສາວນັກຮ້ອງຈາກຈາກກອງສິລະປະກອນກອງທັບປະຊາຊົນລາວນັ້ນກໍຄືນ້ອງດາວໃສ ແສງປະທິບ ມາຮ່ວມຮ້ອງເພງຄູ່ອີກດ້ວຍ ຊຶ່ງເຮັດໃຫ້ມີສະເໜ່ໂດດເດັ່ນຫຼາຍຂຶ້ນປະຈຸບັນໄດ້ປ່ອຍລົງໃນຢູທູບ ແລະ ທາງເພສ໌ Toeng Stu dio ເປັນທີ່ຮຽບຮ້ອຍແລ້ວຊຶ່ງເປັນຄ້າຍເພງນ້ອງໃໝ່ທີ່ຫາກໍແຈ້ງເກີດໃນເມື່ອບໍ່ດົນມານີ້ຊຶ່ງທ່ານສາມາດຮັບຟັງໄດ້ຕາມວິທະຍຸທຸກຄື້ນທົ່ວປະເທດ.

  ທ້າຍນີ້ຂໍຝາກຜົນງານເພງ “ເຂົ້າ ໃຈກັນແນ່” ຂອງໜຸ່ມໂຊນ່ານ ແຈັກເກັດ ແລະສາວດາວໃສ ແສງປະທິບ ໄວ້ໃນອ້ອມໃຈຂອງທຸກຄົນແນ່ເດີເພາະເປັນຜົນງານເພງທໍາອິດທີ່ທັງສອງຄົນຕັ້ງໃຈເຮັດແບບສຸດໆ ແລະຝາກຕິດຕາມມິວສິກວີດິໂອໃນໄວໆນີ້ທາງເພຈ ແລະຊ່ອງຢູທູບຂອງ Toeng Studio.

___________

ຂຽນໂດຍ: ແພງຕາ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ