ຖໍ້ານາງແອ່ນ ໄດ້ຮັບຄວາມນິຍົມຫຼາຍຈາກນັກທ່ອງທ່ຽວ

  ປະເທດລາວມີສະຖານທີ່ທ່ອງທ່ຽວທຳມະຊາດຫຼາຍແຫ່ງທີ່ມີຄວາມສວຍງາມ ແລະໄດ້ຮັບຄວາມນິຍົມໜຶ່ງໃນນັ້ນຖໍ້ານາງແອ່ນ ເປັນຖໍ້າໜຶ່ງທີ່ມີຄວາມສວຍງາມ ແລະໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນເຂົ້າໄປທ່ຽວຊົມຈັດກິດຈະກຳກິນເຂົ້າປ່າສາມັກຄີໃນວັນພັກລັດຖະການຊຶ່ງຖໍ້າທີ່ວ່ານີ້ຕັ້ງຢູ່ເຂດບ້ານພິນເມືອງທ່າແຂກ ແຂວງຄຳມ່ວນ ໄປຕາມເສັ້ນທາງເລກ 12 ປະມານ 19 ກິໂລແມັດ.

 ຕາມການເລົ່າຂານກັນມາວ່າ: ເປັນຕົ້ນແມ່ນຫີນທີ່ມີຮູບຮ່າງຄ້າຍຄືພະລືສີ,ຫີນພະຊີວະຂອງທ້າວ ຊຽງ, ຫີນພະໂຍນີ ແລະຮອຍຕີນຂອງນາງ ສຸທາວະດີ ທັງໝົດເຫຼົ່ານີ້ລ້ວນແຕ່ເປັນສິ່ງທີ່ສາມາດສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ໄດ້ພົບເຫັນຫຼາຍສົມຄວນບໍ່ວ່າຈະເປັນນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມາທ່ຽວຫຼາຍກວ່າ 100-150 ຄົນ/ມື້, ຖໍ້າແຫ່ງນີ້ຍັງຮັກສາຄວາມເປັນທຳມະຊາດໄວ້ໄດ້ຢ່າງສົມບູນເພາະຍັງບໍ່ມີ ກັນດັດແປງ ຫຼືພັດທະນາພໍປານໃດ, ສ່ວນເສັ້ນທາງທີ່ເຂົ້າໄປຫາຖໍ້ານັ້ນແມ່ນ

ຖືກປັບປຸງໃຫ້ສະດວກສະບາຍຫຼາຍ,ນອກຈາກນັ້ນຍັງມີການຂີ້ເຮືອລອດຖໍ້າສຳພັດກັບບັນຍາກາດຄວາມງົດງາມ, ຄວາມເຢັນທີ່ມີຄວາມຄ້າຍຄືກັບຖໍ້າກອງລໍນາຕານ, ສຳ ລັບຖໍ້ານາງແອ່ນມີຄວາມຍາວເຖິງ 1,5 ກິໂລແມັດ ແລະຄວາມສູງຈາກອຸບໂມງຫາພື້ນຖໍ້າແມ່ນມີຂະໜາດບໍ່ສະເໝີກັນໂດຍສະເລ່ຍຈະຢູ່ລະຫວ່າງລວງສູງປະມານ 30 ແມັດ.

  ເອົາເປັນວ່າຖ້າທ່ານໃດຕ້ອງການໄປພັກຜ່ອນກິນເຂົ້າປ່າທ່າມກາງທຳມະຊາດອັນສວຍງາມກໍຕ້ອງໄດ້ກະກຽມອາຫານການກິນ, ເຄື່ອງດື່ມ ແລະ ເຄື່ອງອຳນວຍຄວາມະດວກຕ່າງໆໄປພ້ອມ ແລະຖ້າໄປຮອດແລ້ວຢ່າລືມລົງຫຼິ້ນນໍ້າໃສໆເຢັນໆທີ່ໄຫຼໄປຕາມໂງ່ນຫີນນ້ອຍໃຫຍ່ຊຶ່ງຈະສ້າງຄວາມເພີດເພີນໃຫ້ທ່ານຢ່າງແນ່ນອນ.

____________

ຂຽນໂດຍ: ວົງມະນີ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ

ໂທ: 021 313645, 316511