ຜະລິດກະສິກຳເປັນສິນຄ້າ ມີລາຍຮັບປີໜຶ່ງ 30 ລ້ານກວ່າກີບ

  ໃນປະຈຸບັນການເຮັດອາຊີບກະສິກຳເປັນສິນຄ້າຕ່າງໆ ດ້ວຍການປູກພຶດຜັັກ, ໝາກໄມ້ໃຫ້ ໝາກ ແລະພືດລົ້ມລຸກຕ່າງໆເຊັ່ນ: ປູກມັນຕົ້ນ,ປູກໝາກໂມ, ໝາກຖົ່ວ ແລະປູກໝາກແຕງຂາຍເປັນສິນຄ້າ ກໍແມ່ນອາຊີບໜຶ່ງທີ່ສ້າງລາຍຮັບໃຫ້ແກ່ບຸກຄົນ ແລະຄອບຄົວຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນມີ ຄວາມຕັ້ງໃຈຢາກສ້າງເສດຖະກິດຄອບຄົວເພື່ອໃຫ້ມີລາຍຮັບເພີ່ມສູງ ຂຶ້ນ, ຖ້າຫາກວ່າຄອບຄົວໃດເຮັດໄດ້ຄືແນວນັ້ນກໍ່ຖືວ່າໄດ້ປະກອບສ່ວນ ໃນການປະຕິບັດແນວທາງ ແຜນນະໂຍບາຍຂອງພັກ-ລັກ, ຄື ກັບຄອບຄົວຂອງ ທ່ານ ບຸນສວນ ໂພສີ ເປັນຄົນໜຶ່ງທີ່ມີອາຍຸຍັງໜຸ່ມ ນ້ອຍແຕ່ມີໃຈມັກຮັກໃນອາຊີບດັ່ງ ກ່າວ ຈົນສາມາດສ້າງລາຍຮັບເຂົ້າ ຄອບຄົວໄດ້ຫຼາຍພໍສົມຄວນໃນ ແຕ່ລະປີ.

  ທ່ານໄດ້ເວົ້າສູ່ຟັງວ່າ: ປະຈຸບັນ ຢູ່ບ້ານຫຼັກ 94 ເມືອງລະຄອນເພັງ ແຂວງສາລະວັນ ອາຍຸ 30 ປີ, ສະມາຊິກໃນຄອບຄົວ 4 ຄົນແຮງ ງານຕົ້ນຕໍມີ 2 ຄົນ, ຄືຜົວ ແລະ ເມຍ, ອາຊີບຕົ້ນຕໍແມ່ນເຮັດນາ ແລະປູກໝາກໂມ, ປູກມັນຕົ້ນ, ປູກ ຖົ່ວ ແລະປູກໝາກແຕງເປັນອາ ຊີບສຳຮອງ ຊຶ່ງໄດ້ເລີ່ມລົງມືປູກ ໝາກໂມ, ມັນຕົ້ນ, ຖົ່ວ ມາແຕ່ປີ 2000, ຈົນມາຮອດ ປີ 2018 ເຫັນ ວ່າລາຍຮັບແມ່ນຍັງບໍ່ສູງປານໃດ ເມື່ອທຽບໃສ່ລາຍຈ່າຍ ຈາກນັ້ນ ໄດ້ເປີດເຫັນລາຍການໂທລະພາບ ກ່ຽວກັບການປູກຝັງໃນລາຍການ ດັ່ງກ່າວຂ້າພະເຈົ້າໄດ້ສັງເກດເຫັນ ການປູກໝາກແຕງເປັນສິນຄ້າ ທີ່ມີ ລາຍຮັບສູງພໍສົມຄວນການລົງ ທຶນໜ້ອຍຜົນໄດ້ຮັບສູງຫຼາຍເທົ່າ ເມື່ອເຫັນເປັນແນວນັ້ນ ຈຶ່ງມີແນວ ຄິດຢາກທົດລອງປູກຄືເຂົາເຈົ້າ ເມື່ອເປັນແນວນັ້ນແລ້ວຈຶ່ງໄດ້ຊອກ ຮູ້ຫາວິທີການຕ່າງໆ ແລະກໍຕັດສິນ ໃຈປູກໝາກແຕງ ໃນເນື້ອທີ່ 1,5 ໄລ່, ແນວພັນແມ່ນໄດ້ຊື້ເອົາ, ລົງທຶນ ທຳອິດແມ່ນ 2 ລ້ານກີບ, ໃນການ ບຸກເບີກເນື້ອທີ່ດິນ, ປີໜື່ງແມ່ນ ສາມາດປູກໄດ້ສອງເທື່ອ, ປູກໄດ້ 1-2 ເດືອນແມ່ນສາມາດໃຫ້ຜົນຜະລິດໄດ້ ແລະກໍເກັບໄດ້ຕະຫຼອດຈົນຄົບກຳນົດ 3 ເດືອນ, ການຂາຍ ແມ່ນຂາຍສົ່ງໃຫ້ຕະຫຼາດພາຍໃນ ເມືອງ ແລະພໍ່ຄ້າຊາວຂາຍຕ່າງໆ ທີ່ຕ້ອງການ, ໃນລາຄາໂລໜຶ່ງ 30 ພັນກີບ.

  ນອກຈາກນັ້ນແລ້ວ ກໍຫຍັງມີ ລາຍຮັບຈາກການປູກໝາກຖົ່ວ, ມັນຕົ້ນ, ໝາກໂມ ໃນເນື້ອປະມານ 2 ເຮັກຕາ ລວມລາຍຮັບຈາກການ ຂາຍຜົນຜະລິດຕ່າງໆໃນປີໜຶ່ງສາ ມາດສ້າງລາຍຮັບເຂົ້າຄອບຄົວ ໄດ້ປະມານ 30 ລ້ານກວ່າກີບ ສະນັ້ນແລ້ວ ມາຮອດປະຈຸບັນນີ້ ຈຶ່ງ ເຫັນໄດ້ວ່າຄອບຄົວຂອງຂ້າພະເຈົ້າແມ່ນມີຊີວິດການເປັນຢູ່ດີຂຶ້ນ ກວ່າເກົ່າຫຼາຍ ສາມາດມີເຮືອນຢູ່ ຖາວອນ, ມີລົດຈັກຄັນໜຶ່ງ, ລົດ ໄຖຄັນໜື່ງ, ມີເງິນສົ່ງລູກຮຽນ ແລະເງິນຝາກໄວ້ຈຳນວນໜຶ່ງ.

  ທ່ານໄດ້ກ່າວຕື່ມວ່າ: ສຳລັບ ແຜນການຕໍ່ໜ້າແມ່ນຈະໄດ້ຂະ ຫຍາຍເນື້ອທີ່ໃຫ້ກວ້າງຂວາງກວ່າ ເກົ່າ ເພື່ອປູກໝາກແຕງ, ໝາກ ໂມ, ໝາກຖົ່ວ, ມັນຕົ້ນໃຫ້ໄດ້ຫຼາຍ ຕາມຄວາມສາມາດ ແລະເຫື່ອ ແຮງທີ່ຕົນເຮັດໄດ້.

--------

ໂດຍ: ຜ.ຜົນບຸນ