ສະພາບການແກ້ໄຂຄວາມທຸກຍາກຢູ່ເມືອງສໍາພັນ

  ເມືອງສຳພັນ ເປັນເມືອງໜຶ່ງ ທີ່ນອນຢູ່ໃນ 7 ເມືອງຂອງແຂວງ ຜົ້ງສາລີ ຊຶ່ງຕັ້ງຢູ່ຫ່າງຈາກເທສະບານແຂວງໄປທາງທິດຕາເວັນ ອອກປະມານ 255 ກິໂລແມັດ, ພາຍໃນເມືອງມີທັງໝົດ 64 ບ້ານ, ແບ່ງເປັນ 10 ກຸ່ມບ້ານ, ມີ4.355 ຫຼັງຄາເຮືອນ, ມີ 5.270 ຄອບ ຄົວ, ມີພົນລະເມືອງທັງໝົດ 25.963 ຄົນ, ຍິງ 12.923 ຄົນ, ປະກອບດ້ວຍ 7 ເຜົ່າຢູ່ຮ່ວມກັນຄື: ເຜົ່າລາວລຸ່ມກວມ 6,40%, ເຜົ່າ ກຶມມຸກວມ31,40%, ເຜົ່າອາຄາ ກວມ 44,32%, ເຜົ່າມົ້ງ11,39%, ເຜົ່າຜູ້ນ້ອຍກວມ 4,98%, ເຜົ່າສີ ລາກວມ1,51%, ປະຊາຊົນສ່ວນ ຫຼາຍມີອາຊີບເຮັດນາ, ເຮັດໄຮ່ ເປັນຫຼັກ, ປູກຟັງ-ລ້ຽງສັດ ແລະ ຄ້າຂາຍເປັນອາຊີບສໍາຮອງ.

  ເມືອງສໍາພັນເປັນເມືອງໜຶ່ງ ຕັ້ງຢູ່ຫ່າງໄກສອກຫຼີກ, ມີເນື້ອທີ່ ພູດອຍກວມເປັນສ່ວນຫຼາຍ ແລະ ກໍ ຖືກຈັດເປັນເມືອງທຸກຍາກກວ່າໝູ່ ຂອງແຂວງຜົ້ງສາລີ, ພື້ນຖານໂຄງ ລ່າງຈໍານວນໜຶ່ງຍັງບໍ່ທັນໄດ້ຮັບ ການພັດທະນາ, ລະດັບຄວາມຮັບ ຮູ້, ຄວາມເຂົ້າໃຈຂອງປະຊາຊົນຕໍ່ ກັບແນວທາງ, ແຜນນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງວາງອອກຍັງບໍ່ເລິກເຊິ່ງເຖິງຖອງ, ການດໍາລົງຊີວິດຂອງ ປະຊາຊົນຍັງຕິດພັນກັບທໍາມະຊາດ ເປັນສ່ວນໃຫຍ່, ຄວາມເປັນເຈົ້າ ການໃນການພັດທະນາຕົົນເອງກໍຄືພັດທະນາຄອບຄົວບໍ່ທັນສູງ ສະນັ້ນ,ຈິ່ງເຮັດໃຫ້ມີຄອບຄົວທຸກຍາກກວມເປັນສ່ວນຫຼາຍໃນເມື່ອກ່ອນ.

  ທ່ານ ສົມຈິດ ຫັບລະກອນ ເຈົ້າ ເມືອງໆສໍາພັນໄດ້ໃຫ້ສໍາພາດວ່າ: ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ຂອງອົງຄະນະພັກເມືອງ ກໍຄືການ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກ ແຂວງຜົ້ງສາລີ,ມະຕິກອງປະຊຸມ ໃຫຍ່ຄັ້ງທີ XIII ຂອງອົງຄະນະພັກເມືອງສໍາພັນວາງອອກ, ຄະນະພັກ-ຄະນະນໍາຂອງເມືອງທຸກຂັ້ນແມ່ນ ໄດ້ຖືເອົາວຽກງານການສຶກສາອົບຮົມທາງດ້ານວຽກງານການ ເມືອງ-ແນວຄິດໃຫ້ແກ່ສະມາຊິກ ພັກ, ພະນັກງານ ແລະພໍ່ແມ່ປະຊາ ຊົນພາຍໃນເມືອງ ເປັນບັນຫາສໍາຄັນຕິດພັນກັບການຊຸກຍູ້ສົ່ງເສີມການຂຸດຄົ້ນທ່າແຮງບົ່ນຊ້ອນຂອງ ເມືອງທີ່ມີຢູ່ໃຫ້ເກີດຜົນປະໂຫຍດສູງສຸດ ເປັນຕົ້ນແມ່ນສຸມໃສ່ການ ປູກຝັງ ແລະລ້ຽງສັດເປັນສິນຄ້າ ຕາມທ່າແຮງ, ເງື່ອນໄຂຂອງແຕ່ ລະບ້ານກໍຄືແຕ່ຄອບຄົວ ເພື່ອແກ້ໄຂ ຄວາມທຸກຍາກຂອງປະຊາຊົນເປັນບັນຫາຕົ້ນຕໍ; ຜ່ານການຊີ້ນໍາ-ນໍາພາກໍຄືການຈັດຕັ້ງຜັນຂະຫຍາຍ ມະຕິກອງປະໃຫຍ່ຂອງອົງຄະນະ ພັກເມືອງໃນ ໄລຍະຜ່ານມາ ຊຶ່ງໄດ້ ເຮັດໃຫ້ເມືອງໄດ້ມີການຫັນປ່ຽນ ຢ່າງຕັ້ງໜ້າເປັນຕົ້ນ ກົງຈັກການ ຈັດຕັ້ງພາຍໃນເມືອງທຸກຂັ້ນໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະສາມາດເປັນເສນາ ທິການໃຫ້ແກ່ອົງຄະນະພັກເມືອງ ໄດ້ເປັນຢ່າງດີ, ພະນັກງານ, ສະມາຊິກພັກຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງໄດ້ມີແນວຄິດ ອຸ່ນອຽນ, ທຸ່ນທ່ຽງ, ມີຄວາມສາມັກຄີເປັນປຶກແຜ່ນ, ເຊື່ອໝັ້ນຕໍ່ແນວ ທາງ, ແຜນນະໂຍ ບາຍຂອງພັກ, ກົດໝາຍຂອງລັດກໍຄືການຊີ້້ນໍາ- ນໍາພາຂອງອົງຄະນະພັກເມືອງ ຫຼາຍຂຶ້ນ, ມີຄວາມຕື່ນຕົວສູງເປັນ ເຈົ້າການພັດທະນາຕົນເອງ ກໍຄືພັດ ທະນາຄອບຄົວຫຼາຍຂຶ້ນ.

 ການຜະລິດເປັນສິນຄ້າຂອງ ປະຊາຊົນໄດ້ເປັນຂະບວນການຟົດ ຟື້ນ ເຊິ່ງສະແດງອອກໃນປີ 2018 ຜ່ານມາທົ່ວເມືອງມີເນື້ອທີ່ນາທັງ ໝົດ 221 ເຮັກຕາ, ສາມາດຜະລິດ ເຂົ້າໄດ້ 865 ໂຕນ, ສະເລ່ຍຜົນຜະລິດໄດ້ 4 ໂຕນຕໍ່ເຮັກຕາ, ເນື້ອທີ່ ໄຮ່ໝູນວຽນ 2.630 ເຮັກຕາ, ຜະລິດເຂົ້າໄດ້ 4.667 ໂຕນ,ສະເລ່ຍ ຜົນຜະລິດໄດ້1,9 ໂຕນຕໍ່ເຮັກຕາຄຽງຄູ່ກັບການປູກເຂົ້າແລ້ວປະຊາຊົນເມືອງສໍາພັນຍັງໄດ້ເອົາໃຈໃສ່ປູກພືດເປັນສິນຄ້າ ເປັນຕົ້ນເນື້ອທີ່ປູກຊາ 53 ເຮັກຕາ, ຜົນຜະລິດໄດ້ 1,32 ໂຕນ, ເນື້ອທີ່ປູກຢາງພາລາ 85 ເຮັກຕາ, ຜົນຜະລິດໄດ້ 127,5 ໂຕນ, ເນື້ອທີ່ປູກກາເຟ 505 ເຮັກຕາ, ຜົນຜະລິດໄດ້ 228 ໂຕນ, ເນື້ອທີ່ປູກກ້ວຍ 177 ເຮັກ ຕາ, ຜົນຜະລິດໄດ້ 1 ພັນໂຕນ, ເນື້ອທີ່ປູກໝາກແໜງ 715 ເຮັກຕາ,ຜົນຜະລິດໄດ້ 129 ໂຕນ,ເນື້ອທີ່ປູກຂ່າ 44 ເຮັກຕາ, ຜົນຜະລິດໄດ້ 57 ໂຕນ; ທົ່ວເມືອງມີຄວາຍ3.137 ໂຕ, ງົວ 5.339 ໂຕ, ໝູ 16.639 ໂຕ, ແບ້ 872 ໂຕ, ມີສັດປີກ 57.284 ກວ່າໂຕ ແລະມີໜອງປາ 148 ໜອງໄດ້ປ່ອຍປາໄປແລ້ວ 204.750 ກວ່າໂຕ.

 ນອກຈາກການປູກຝັງ-ລ້ຽງ ສັດເປັນສິນຄ້າປະຊາຊົນພາຍໃນ ເມືອງຍັງສາມາດເກັບເຄື່ອງປ່າ ຂອງດົງຂາຍເປັນສິນຄ້າສ້າງລາຍ ຮັບເຂົ້າໃນຄອບຄົວຕື່ມອີກ ເປັນ ຕົ້ນ:ເຄື່ຶອໜັງໜຽວ 5 ໂຕນ, ດອກແຂມ 8,80 ໂຕນ, ເຫັດແດງ 0,6ໂຕນ, ໜໍ່ແຫ້ງ 4 ໂຕນ ແລະ ຍານຂາວ 8 ໂຕນ ຊຶ່ງໄດ້ເຮັດໃຫ້ ມູນຄ່າການສົ່ງອອກບັນລຸ 25,37 ຕື້ກວ່າກີບ, ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ (GDP) 69,54 ຕື້ກວ່າກີບ, ເສດຖະກິດຂະຫຍາຍໂຕຢູ່ໃນລະດັບ 6,88%, ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 3.525.501 ກີບ ຫຼືເທົ່າກັບ 405,23 ໂດລາຕໍ່ຄົນຕໍ່ປີ; ວຽກ ງານການຄ້າການລົງທຶນກໍມີທ່າ ອ່ຽງເພີ່ມຂຶ້ນໃນປີ 2018 ຜ່ານມາໄດ້ຈັດຕັ້ງປະຕິບັດໂຄງການການລົງທຶນຂອງລັດຕາມການອະນຸມັດຂອງແຂວງມອບໃຫ້ເມືອງ13 ໂຄງ ການ, ເປັນມູນຄ່າ 59,70 ຕື້ກີບ, ໂຄງການສົ່ງເສີມການລົງທຶນມີ 5 ໂຄງການ ເປັນມູນຄ່າ 293.000 ໂດລາສະຫະລັດ, ເທົ່າກັບ 2,34 ຕື້ກີບກວມ 97,87% ແລະໂຄງ ການຮ່ວມມືສາກົນມີ 24 ໂຄງການ, ເປັນມູນຄ່າ 3,34 ຕື້ກີບ ກວມ 5,83% ຂອງການລົງທຶນທັງໝົດ; ຜ່ານການຊຸກຍູ້ສົ່ງເສີມການພັດທະນາຮອບດ້ານຂອງເມືອງເວົ້າລວມ, ເວົ້າສະເພາະການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າຂອງປະຊາຊົນ ໄດ້ເຮັດໃຫ້ເມືອງສໍາພັນໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ບ້ານ ແລະຄອບຄົວທຸກຍາກໄດ້ຫຼຸດລົງ ເປັນກ້າວໆ ມາຮອດປັດຈຸບັນທົ່ວ ເມືອງ ຍັງມີບ້ານທຸກຍາກທັງໝົດ 51 ບ້ານກວມເອົາ 73,91%, ຄອບຄົວທຸກຍາກຍັງເຫຼືອ 3.090 ຄອບຄົວກວມເອົາ 61,63%.

 ນອກຈາກການສຸມໃສ່ພັດທະ ນາເສດຖະກິດ-ສັງຄົມ ກໍຄືການ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນພາຍໃນເມືອງແລ້ວ ພື້ນຖານ ໂຄງລ່າງຂອງເມືອງກໍໄດ້ຮັບການ ປັບປຸງ ແລະພັດທະນາດີຂຶ້ນໄດ້ ພ້ອມໆກັນເປັນຕົ້ນ ເສັ້ນທາງຄົມມະ ນາຄົມລະຫວ່າງເມືອງຫາບ້ານ-ບ້ານຫາເມືອງໄດ້ຮັບການປັບປຸງ ແລະ ຍົກລະດັບໃຫ້ດີກວ່າເກົ່າມາ ຮອດປັດຈຸບັນມີເສັ້ນທາງເຂົ້າເຖິງ ທັງໝົດ 61 ບ້ານ (ລວມທັງທາງ ນໍ້າ)ໃນນີ້ມີບ້ານທີ່ສາມາດທຽວ ໄດ້ 2 ລະດູມີ 7 ບ້ານ, ບ້ານທີ່ສາ ມາດທຽວໄດ້ລະດູດຽວມີ 52 ບ້ານ ແລະຍັງອີກ 5 ບ້ານແມ່ນເຂົ້າເຖິງ ດ້ວຍທາງຍາງ; ຕາໜ່າງໄຟຟ້າໄດ້ ຂະຫຍາຍອອກສູ່ຊົນນະບົດຫຼາຍ ຂຶ້ນ, ມີ 22 ບ້ານໄດ້ຊົມໃຊ້ໄຟຟ້າ, ກວມ 34,38%; ດ້ານໂທລະຄົມ ມະນາຄົມ ແລະສື່ສານສາມາດ ຊົມໃຊ້ໄດ້ທັງໝົດ 64 ບ້ານ ກວມ 100%; ທາງດ້ານການສຶກສາກໍໄດ້ຮັບການປັບປຸງດີຂຶ້ນ,ທົ່ວ ເມືອງມີໂຮງຮຽນທັງໝົດ100 ແຫ່ງ,ໃນນັ້ນມີໂຮງຮຽນອະນຸບານ 25 ແຫ່ງ, ໂຮງຮຽນປະຖົມ 63 ແຫ່ງ, ໂຮງຮຽນມັດທະຍົມຕົ້ນ 9 ແຫ່ງ, ໂຮງຮຽນມັດທະຍົມປາຍ 3 ແຫ່ງ, ມີຄູສອນທັງໝົດ329 ຄົນ, ຍິງ198 ຄົນ, ເດັກນ້ອຍໃນ ເກນອາຍຸເຂົ້າຮຽນໄດ້ເຂົ້າໂຮງ ຮຽນບັນລຸໄດ້ 95%; ດ້ານສາທາ ລະນະສຸກທົ່ວເມືອງມີໂຮງໝໍ 1 ແຫ່ງ, ມີສຸກສາລາ 8 ແຫ່ງ, ບ້ານ ທີ່ມີຕູ້ຢາປະຈຳ 54 ບ້ານ, ມີບ້ານ ແບບຢ່າງດ້ານສາທາລະນະສຸກ 15 ບ້ານ.

  ທັງໝົດທີ່ກ່າວມາຂ້າງເທິງນັ້ນ ແມ່ນຜົນງານການຊີ້້ນໍາ-ນໍາພາຂອງອົງຄະນະພັກເມືອງກໍຄືບາງ ສະພາບການທີ່ພົ້ນເດັ່ນໃນການ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເມືອງສໍາພັນ ຊຶ່ງໄດ້ເຮັດໃຫ້ເມືອງໄດ້ຮັບການພັດທະນາດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງຂຶ້ນສູ່ຄຸນນະພາບໃໝ່, ບ້ານ ແລະຄອບຄົວທຸກຍາກໄດ້ຫຼຸດລົງເປັນກ້າວໆ.

  ສຳລັບທິດທາງໃນຕໍ່ໜ້າ ທ່ານ ສົມຈິດ ຫັບລະກອນເຈົ້າເມືອງ ເມືອງສໍາພັນໄດ້ແຈ້ງໃຫ້ຮູ້ຕື່ມວ່າ:ກ່ອນອື່ນໝົດແມ່ນຈະເອົາໃຈໃສ່ສຶກສາອົບຮົມທາງດ້ານການ ເມືອງ-ແນວຄິດໃຫ້ແກ່ສະມາຊິກ ພັກ, ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່ໃຫ້ມີແນວ ຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຫັນ ດີເປັນເອກະພາບຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ ຂອງລັດ ແລະເປັນເຈົ້າການຈັດຕັ້ງ ຜັນຂະຫຍາຍບັນດາມະຕິຄໍາສັ່ງ ຂອງພັກ-ລັດວາງອອກໃຫ້ປະກົດ ຜົນເປັນຈິງ, ສຶບຕໍ່ຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າຂອງປະຊາ ຊົນໃຫ້ຫຼາຍຂຶ້ນກ່ວາເກົ່າເພື່ອແນໃສ່ແກ້ໄຂຄວາມທຸກຍາກໃຫ້ໝົດໄປ, ສືບຕໍ່ສູ້ຊົນເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວຢ່າງຕໍ່ ເນື່ອງ; ສືບຕໍ່ສູ້ຊົນເຮັດໃຫ້ບ້ານ ແລະຄອບຄົວທຸກຍາກຫຼຸດລົງໃນ ແຕ່ລະປີ.

 ---------

ໂດຍ: ສາຍນໍ້າງື່ມ